ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເປີດບັ້ນສອບເສັງຈົບຊັ້ນ ມ.4 ທົ່ວແຂວງ ປະຈຳ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເປີດບັ້ນສອບເສັງຈົບຊັ້ນ ມ.4 ທົ່ວແຂວງ ປະຈຳ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເປີດບັ້ນສອບເສັງຈົບຊັ້ນ ມ.4 ທົ່ວແຂວງ ປະຈຳສົກຮຽນ 2025-2026 ທີ່ສູນ ມ.ສ ໄຊພູທອງ ================= ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2026 ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ລະດັບແຂວງຂຶ້ນຢ່າງເປັນທາງການ ໂດຍໄດ້ກຳນົດເອົາສູນສອບເສັງ ໂຮງຮຽນມັດທະຍົມສົມບູນໄຊພູທອງ ເມືອງໄຊພູທອງ ເປັນສະຖານທີ່ເປີດບັ້ນສອບເສັງໃນປີນີ້. . ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພູສະຫວັນ ເທບສີທາ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງໄຊພູທອງ, ທ່ານ ສຸກັນ ບຸດຕາລາສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທ່ານ ນາງ ພູເງິນ ເທບພະນົນໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງເປັນປະທານສູນສອບເສັງ ມ.ສ ໄຊພູທອງ; ພ້ອມດ້ວຍບັນດາແຂກຖືກເຊີນ, ຄະນະກຳມະການ, ຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມຢ່າງພ້ອມພຽງ. . ກ່ອນເຂົ້າສູ່ວາລະການສອບເສັງ ທ່ານ ນາງ ພູເງິນ ເທບພະນົນໄຊ ໄດ້ການກ່າວສະເໜີຈຸດປະສົງ ແລະ ຕ້ອນຮັບແຂກເຂົ້າຮ່ວມ; ຈາກນັ້ນ ທ່ານ ພູສະຫວັນ ເທບສີທາ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບບັນດາການນຳ ແລະ ແຂກທີ່ເຂົ້າຮ່ວມຢ່າງເປັນທາງການ. ໂອກາດນີ້ ທ່ານ ສຸກັນ ບຸດຕາລາສີ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມຮອບດ້ານ. ທ່ານໄດ້ໃຫ້ຮູ້ວ່າ: ສຳລັບບັ້ນສອບເສັງຈົບຊັ້ນ ມ.4 ໃນທົ່ວແຂວງສະຫວັນນະເຂດ ສົກຮຽນ 2025-2026 ນີ້ ມີນັກສອບເສັງທັງໝົດ 6.182 ນ້ອງ/ຍິງ 3.269 ນ້ອງ ເຊິ່ງແບ່ງອອກເປັນ 36 ສູນສອບເສັງ, ມີ 310 ຫ້ອງສອບເສັງ ແລະ ມີກຳມະການຍາມຫ້ອງທັງໝົດ 620 ທ່ານ. ສະເພາະທົ່ວເມືອງໄຊພູທອງ ແມ່ນມີນັກສອບເສັງທັງໝົດ 290 ນ້ອງ/ຍິງ 145 ນ້ອງ ໂດຍໄດ້ຈັດແບ່ງອອກເປັນ 2 ສູນສອບເສັງ ຄື: ສູນສອບເສັງ ມ.ສ ໄຊພູທອງ ມີ 6 ຫ້ອງສອບເສັງ (ນັກສອບເສັງ 118 ນ້ອງ) ແລະ ສູນສອບເສັງ ມ.ສ ພູມມະເຈດີ ມີ 9 ຫ້ອງສອບເສັງ (ນັກສອບເສັງ 172 ນ້ອງ). ເຊິ່ງການສອບເສັງຄັ້ງນີ້ ຈະດຳເນີນໄປເປັນເວລາ 3 ວັນ (ວັນທີ 10-12 ມິຖຸນາ 2026) ໂດຍຈະໄດ້ສອບເສັງທັງໝົດ 5 ວິຊາ. . ໃນພິທີ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳວຽກງານ ໂດຍທ່ານໄດ້ເນັ້ນໜັກຢ່າງເດັດຂາດ ກ່ຽວກັບການຄຸ້ມຄອງຫ້ອງສອບເສັງ ແລະ ການຫ້າມນຳໃຊ້ອຸປະກອນສື່ສານທຸກຊະນິດ. ທ່ານໄດ້ຮຽກຮ້ອງໃຫ້ຄະນະກຳມະການທຸກພາກສ່ວນ ເອົາໃຈໃສ່ປະຕິບັດກົດລະບຽບຢ່າງເຄັ່ງຄັດ ໂດຍສະເພາະນັກສອບເສັງ ແມ່ນຫ້າມນຳເອົາໂທລະສັບມືຖື, ໂມງອັດສະລິຍະ (Smartwatch) ຫຼື ອຸປະກອນເອເລັກໂຕຣນິກ ແລະ ເຄື່ອງມືສື່ສານທຸກປະເພດ ເຂົ້າໄປໃນຫ້ອງສອບເສັງຢ່າງເດັດຂາດ. ພ້ອມດຽວກັນນັ້ນ ສຳລັບຄູ-ອາຈານທີ່ເຮັດໜ້າທີ່ເປັນກຳມະການຍາມຫ້ອງ ກໍຕ້ອງເປັນແບບຢ່າງທີ່ດີ ແລະ ປະຕິບັດກົດລະບຽບຢ່າງເຂັ້ມງວດເຊັ່ນດຽວກັນ ໂດຍຫ້າມນຳໃຊ້ໂທລະສັບມືຖື ຫຼື ອຸປະກອນສື່ສານຕ່າງໆ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຍາມຫ້ອງສອບເສັງ ເພື່ອສຸມໃສ່ຕິດຕາມຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມສະຫງົບ, ໂປ່ງໃສ ແລະ ຍຸດຕິທຳທີ່ສຸດ. ນອກຈາກນີ້, ທ່ານຍັງໄດ້ກ່າວເນັ້ນຢໍ້າເຖິງຂໍ້ຫ້າມສຳຄັນສຳລັບນັກຮຽນ ເຊັ່ນ: ຫ້າມເຂົ້າສະຖານທີ່ບັນເທີງ, ຮ້ານກິນດື່ມທີ່ມີທາດເຫຼົ້າ ແລະ ຫ້າມມີການຂີດຂຽນ ຫຼື ເຊັນຊື່ໃສ່ເສື້ອເຄື່ອງແບບນັກຮຽນຢ່າງເດັດຂາດ. ຈາກນັ້ນ, ທ່ານກໍໄດ້ກ່າວເປີດບັ້ນສອບເສັງຈົບຊັ້ນ ມ.4 ລະດັບແຂວງຢ່າງເປັນທາງການ; ພ້ອມທັງຮ່ວມກັບຄະນະປະທານ ຕັດສາຍແຖບ ແລະ ເປີດຊອງຫົວບົດສອບເສັງຊ້ອງໜ້າທຸກພາກສ່ວນ ເພື່ອເປັນສັກຂີພິຍານ. . ພາຍຫຼັງສຳເລັດພິທີເປີດຢ່າງເປັນທາງການແລ້ວ, ທາງໂຮງຮຽນ ມ.ສ ໄຊພູທອງ ກໍໄດ້ຈັດໃຫ້ຄະນະການນຳ ແລະ ແຂກເຂົ້າຮ່ວມ ໄດ້ຮ່ວມກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນ ເພື່ອເປັນການສ້າງຄວາມຮົ່ມເຢັນ ແລະ ສ້າງຂະບວນການ ກ່ອນທີ່ຈະມີການນຳພານັກຮຽນເຂົ້າຫ້ອງສອບເສັງ. . ຕໍ່ມາ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະການນຳຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ສືບຕໍ່ເດີນທາງລົງຕິດຕາມຄວາມຮຽບຮ້ອຍ ຢູ່ທີ່ສູນສອບເສັງ ມ.ສ ພູມມະເຈດີ. ໃນໂອກາດລົງຕິດຕາມສູນດັ່ງກ່າວ, ທາງຄະນະການນຳ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ, ພົບປະ ແລະ ຊຸກຍູ້ໃຫ້ກຳລັງໃຈແກ່ຄະນະກຳມະການປະຈຳສູນ ກໍຄືນັກສອບເສັງ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຕັ້ງໃຈສອບເສັງໃຫ້ໄດ້ຮັບຜົນດີ. ພ້ອມດຽວກັນນີ້, ເພື່ອເປັນການສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ທາງ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ກໍໄດ້ມອບເງິນປະກອບສ່ວນຈຳນວນ 10 ລ້ານກີບ ໃຫ້ແກ່ທາງເມືອງ; ກ່ອນທີ່ຄະນະການນຳທັງໝົດ ຈະໄດ້ພ້ອມກັນເດີນທາງໄປຮ່ວມປູກຕົ້ນໄມ້ (ເຊິ່ງໄດ້ຈາກທຶນປະກອບສ່ວນດັ່ງກ່າວ) ຢູ່ທີ່ວັດພະທາດໂຜ່ນ ຢ່າງເປັນຂະບວນຟົດຟື້ນ ເພື່ອສ້າງຄວາມຮົ່ມເຢັນ ແລະ ອະນຸລັກຮັກສາສິ່ງແວດລ້ອມທາງທຳມະຊາດໃຫ້ມີຄວາມອຸດົມສົມບູນ.