ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ຢູ່ 2 ສ

ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ຢູ່ 2 ສ

ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ຢູ່ 2 ສູນສອບເສັງໃຫຍ່ ພາຍໃນນະຄອນໄກສອນພົມວິຫານ ================= ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2026, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຄວາມຮຽບຮ້ອຍ ແລະ ຊຸກຍູ້ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ທີ່ 2 ສູນສອບເສັງໃຫຍ່ ພາຍໃນນະຄອນໄກສອນພົມວິຫານ ຄື: ສູນສອບເສັງ ມ.ສ ສາມັນສຶກສາມິດຕະພາບລາວ-ຫວຽດນາມ ແລະ ສູນສອບເສັງ ມ.ສ ຈີນ-ຈຸງເຕັກ ສະຫວັນນະເຂດ. . ກ່ອນໜ້ານັ້ນ ໃນຕອນເຊົ້າຂອງວັນດຽວກັນ ຢູ່ນະຄອນໄກສອນພົມວິຫານ ແມ່ນໄດ້ມີການຈັດພິທີເປີດຫົວບົດການສອບເສັງຈົບຊັ້ນ ມ.4 ຂຶ້ນຢ່າງເປັນທາງການ ທີ່ໂຮງຮຽນ ມ.ສ ຈີນ-ຈຸງເຕັກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ແຖວຄຳ ສຸກໂຂ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນ, ສາມັນສຶກສາ ແລະ ວິທະຍາສາດ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມ ໂດຍໃຫ້ຮູ້ວ່າ: ທົ່ວນະຄອນໄກສອນພົມວິຫານ ມີ 6 ສູນສອບເສັງ, ມີຫ້ອງສອບ 75 ຫ້ອງ; ມີນັກສອບເສັງທັງໝົດ 1.477 ຄົນ (ຍິງ 704 ຄົນ) ໃນນີ້ມີນັກຮຽນສົງ 91 ອົງ; ມີຄະນະຊີ້ນໍາສູນສອບເສັງ 6 ທ່ານ ແລະ ກໍາມະການຍາມຫ້ອງ 150 ທ່ານ. . ສຳລັບສູນສອບເສັງທັງ 6 ແຫ່ງ ແບ່ງອອກເປັນ ເຂດໃນເທສະບານ 5 ສູນ ຄື: ສູນ ມ.ສ ຈີນ-ຈຸງເຕັກ, ສູນ ມ.ຕ ສຸນັນທາ, ສູນ ມ.ສ ສາມັນສຶກສາມິດຕະພາບລາວ-ຫວຽດນາມ, ສູນ ມ.ສ ສະຫວັນ, ສູນສອບເສັງສົງວັດໄຊຍະພູມ; ສ່ວນເຂດນອກເທສະບານ ມີ 1 ສູນ ຄື: ສູນ ມ.ສ ຊອກ. . ໃນການລົງເຄື່ອນໄຫວຕິດຕາມຂອງຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ໃນພາກບ່າຍນັ້ນ ແມ່ນໄດ້ລົງໄປທີ່ສູນ ມ.ສ ສາມັນສຶກສາມິດຕະພາບລາວ-ຫວຽດນາມ ເຊິ່ງສູນແຫ່ງນີ້ ມີ 5 ໂຮງຮຽນເຕົ້າໂຮມເຂົ້າຮ່ວມ ຄື: ມ.ຕ ສອນໄຊ, ສະຫວັນອິນເຕີ, ມ.ຕ ໄຊຍະມຸງຄຸນ, ມ.ຕ ໂພນສະຫວ່າງໃຕ້ ແລະ ມ.ສ ສາມັນສຶກສາມິດຕະພາບລາວ-ຫວຽດນາມ. ຈາກນັ້ນ ກໍໄດ້ສືບຕໍ່ລົງໄປທີ່ສູນ ມ.ສ ຈີນ-ຈຸງເຕັກ (ເຊິ່ງເປັນຈຸດເປີດພິທີໃນພາກເຊົ້າ) ເຊິ່ງສູນນີ້ມີ 8 ໂຮງຮຽນເຕົ້າໂຮມເຂົ້າຮ່ວມ ຄື: ມ.ສ ຈີນ-ຈຸງເຕັກ, ມ.ສ ສາທິດ, ມ.ຕ ທາດອີງຮັງ, ມ.ສ ໂພນສິມ, ມ.ສ ເຂົາກາດ, ມ.ຕ ຂອນແກ່ນ, ມ.ຕ ນາເຕີຍ ແລະ ມ.ສ ນານາຊາດປັນຍາທິບ; ມີນັກສອບເສັງທັງໝົດ 267 ນ້ອງ (ຍິງ 132 ນ້ອງ) ແລະ ມີ 14 ຫ້ອງສອບ. . ໃນໂອກາດລົງຕິດຕາມທັງ 2 ສູນສອບເສັງດັ່ງກ່າວ, ພາຍຫຼັງສຳເລັດການຕັດຊອງຫົວບົດສອບເສັງແລ້ວ ທ່ານ ອະນຸສອນ ສຸດທິວົງ ໄດ້ກ່າວພົບປະ ແລະ ໃຫ້ກຳລັງໃຈແກ່ນັກສອບເສັງເລັກໜ້ອຍ ໂດຍໄດ້ຮຽກຮ້ອງໃຫ້ນັກຮຽນທຸກນ້ອງມີຄວາມຕັ້ງໃຈ, ມີສະຕິ ແລະ ສຸມສະຕິປັນຍາເຂົ້າໃນການແກ້ບົດສອບເສັງທັງ 5 ວິຊາ (ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທໍາມະຊາດ, ຄະນິດສາດ ແລະ ພາສາອັງກິດ) ໃຫ້ສຳເລັດທັນຕາມກຳນົດເວລາ ແລະ ໄດ້ຮັບຜົນດີທີ່ສຸດ ພ້ອມທັງອວຍພອນໃຫ້ນັກສອບເສັງທຸກຄົນປະສົບຜົນສຳເລັດ. #ຂ່າວສຶກສາ #ແຂວງສະຫວັນນະເຂດ #ສອບເສັງຈົບຊັ້ນມ4 #ນະຄອນໄກສອນພົມວິຫານ