ການນຳຂັ້ນແຂວງ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ ລົງຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນ ມ.4 ທີ່ສູນ ມ.ຕ ແກ້ງກອກເໜືອ ເມືອງຈຳພອນ
=================
ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2026 ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ, ຮອງປະທານກຳມະການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ທີ່ສູນສອບເສັງໂຮງຮຽນມັດທະຍົມສຶກສາຕອນຕົ້ນ (ມ.ຕ) ແກ້ງກອກເໜືອ, ເມືອງຈຳພອນ.
.
ການລົງເຄື່ອນໄຫວໃນຄັ້ງນີ້ ໄດ້ຮັບກຽດຕ້ອນຮັບ ແລະ ຮ່ວມຕິດຕາມໂດຍ ທ່ານ ຄຳຕາ ສິນນະສອນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈຳພອນ, ທ່ານ ລັດຕະນາ ໄຊຍະບັນຊາ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ສີປະເສີດ ໄຊຍະລິນ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍບັນດາທ່ານປະທານສູນ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ຄະນະຮັບຜິດຊອບການສອບເສັງປະຈຳສູນ ມ.ຕ ແກ້ງກອກເໜືອ ເຂົ້າຮ່ວມຢ່າງພ້ອມພຽງ.
.
ໃນໂອກາດດັ່ງກ່າວ ທ່ານ ສີປະເສີດ ໄຊຍະລິນ ໄດ້ຂຶ້ນລາຍງານສະພາບລວມໃນການຈັດການສອບເສັງຈົບຊັ້ນ ມ.4 ໃຫ້ຄະນະນຳຂັ້ນແຂວງໄດ້ຮັບຊາບ ໂດຍໃຫ້ຮູ້ວ່າ: ສະເພາະນັກຮຽນຊັ້ນ ມ.4 ທົ່ວເມືອງຈຳພອນ ໃນຕົ້ນປີມີທັງໝົດ 579 ຄົນ (ຍິງ 339 ຄົນ) ເຊິ່ງມາຮອດທ້າຍປີ ມີນັກຮຽນຂຶ້ນທະບຽນສອບເສັງຕົວຈິງທັງໝົດ 537 ຄົນ (ຍິງ 318 ຄົນ); ໂດຍຈະໄດ້ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ.
ສຳລັບ ສູນສອບເສັງ ມ.ຕ ແກ້ງກອກເໜືອ ທີ່ທາງຄະນະນຳໄດ້ລົງມາຕິດຕາມຊຸກຍູ້ນີ້ ແມ່ນມີໂຮງຮຽນເຕົ້າໂຮມທັງໝົດ 6 ແຫ່ງ ຄື: ມ.ຕ ໜອງອີງ, ມ.ຕ ແກ້ງກອກເໜືອ, ມ.ຕ ແກ້ງກອກດົງ, ມ.ຕ ກະດານ, ມ.ຕ ບາກ ແລະ ມ.ສ ຫ້ວຍຊາຍ; ເຊິ່ງມີຫ້ອງສອບເສັງ 8 ຫ້ອງ, ມີກຳມະການຍາມຫ້ອງ 16 ທ່ານ (ຍິງ 13 ທ່ານ) ແລະ ມີນັກສອບເສັງທັງໝົດ 171 ນ້ອງ (ຍິງ 93 ນ້ອງ).
.
ພາຍຫຼັງຮັບຟັງການລາຍງານແລ້ວ ທ່ານ ທອງໃສ ໄຊຍະວົງຄຳດີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ຄະນະກຳມະການປະຈຳສູນ ໂດຍທ່ານໄດ້ເນັ້ນໜັກໃຫ້ຄູ-ອາຈານ ທີ່ເຮັດໜ້າທີ່ເປັນກຳມະການຍາມຫ້ອງສອບເສັງທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງຫ້ອງສອບເສັງຢ່າງເຂັ້ມງວດ. ພ້ອມທັງຮຽກຮ້ອງໃຫ້ປະຕິບັດຕາມກົດລະບຽບການສອບເສັງຢ່າງເດັດຂາດ ເພື່ອຮັບປະກັນໃຫ້ບັ້ນສອບເສັງດຳເນີນໄປດ້ວຍຄວາມສະຫງົບ, ມີຄວາມໂປ່ງໃສ ແລະ ຍຸດຕິທຳທີ່ສຸດ.
ພ້ອມດຽວກັນນີ້ ທ່ານຍັງໄດ້ພົບປະ ແລະ ກ່າວສະແດງຄວາມຊົມເຊີຍ ເພື່ອເປັນການສົ່ງກຳລັງໃຈໃຫ້ນັກສອບເສັງທຸກນ້ອງ ທີ່ໄດ້ບຸກບືນສຶກສາຮໍ່າຮຽນມາຕະຫຼອດສົກຮຽນ ໂດຍໄດ້ຊຸກຍູ້ໃຫ້ນັກຮຽນທຸກຄົນຈົ່ງມີສະຕິ, ຕັ້ງໃຈ ແລະ ສຸມທຸກສະຕິປັນຍາເຂົ້າໃນການແກ້ບົດສອບເສັງດ້ວຍຄວາມໝັ້ນໃຈ ແລະ ທັນຕາມກຳນົດເວລາ. ຈາກນັ້ນ ທ່ານຮອງປະທານກຳມະການປົກຄອງແຂວງ ກໍໄດ້ໃຫ້ກຽດຕັດຊອງຫົວບົດສອບເສັງ ວິຊາພາສາອັງກິດ ເຊິ່ງເປັນວິຊາທີ 4 ຂອງການສອບເສັງ ພ້ອມທັງອວຍພອນໄຊອັນປະເສີດໃຫ້ນັກສອບເສັງທຸກໆນ້ອງ ຈົ່ງປະສົບຜົນສຳເລັດ ແລະ ສາມາດຍາດໄດ້ຜົນງານອັນດີເລີດໃນການສອບເສັງຄັ້ງນີ້.
#ຂ່າວສຶກສາ #ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ #ສອບເສັງຈົບຊັ້ນມ4 #ເມືອງຈຳພອນ #ມຕແກ້ງກອກເໜືອ











