ຄະນະພະແນກສຶກສາທິການ ແລະ ກິລາແຂວງ ລົງຊຸກຍູ້ ແລະ ເຜີຍແຜ່ກົດລະບຽບການສອບເສັງຈົບຊັ້ນມ

ຄະນະພະແນກສຶກສາທິການ ແລະ ກິລາແຂວງ ລົງຊຸກຍູ້ ແລະ ເຜີຍແຜ່ກົດລະບຽບການສອບເສັງຈົບຊັ້ນມ

ຄະນະພະແນກສຶກສາທິການ ແລະ ກິລາແຂວງ ລົງຊຸກຍູ້ ແລະ ເຜີຍແຜ່ກົດລະບຽບການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ປະຈຳສົກຮຽນ 2025-2026 ທີ່ເມືອງຈຳພອນ ================= ໃນວັນທີ 08 ມິຖຸນາ 2026 ທີ່ຫ້ອງການສຶກສາ ແລະ ກິລາເມືອງຈຳພອນ ຄະນະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ເຜີຍແຜ່ກົດລະບຽບ ເພື່ອກະກຽມຄວາມພ້ອມໃນການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ປະຈຳສົກຮຽນ 2025-2026. ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ລັດຕະນະ ໄຊຍະບັນຊາ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງຈຳພອນ; ພ້ອມດ້ວຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ມີ ທ່ານ ສີປະເສີດ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈຳພອນ; ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາແຂວງ, ຄະນະຮັບຜິດຊອບການສອບເສັງ, ຫົວໜ້າສູນ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. . ຈຸດປະສົງຫຼັກຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ພາຍໃນເມືອງຈຳພອນ ໃຫ້ມີຄວາມເປັນເອກະພາບກັນໃນທົ່ວແຂວງ. ໃນກອງປະຊຸມ, ທ່ານ ສີປະເສີດ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມ ແລະ ການກະກຽມຄວາມພ້ອມ ເຊິ່ງໄດ້ຮັບການປະຕິບັດຕາມໜັງສືແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສະບັບເລກທີ 898/ສກຂ ຢ່າງເປັນຮູບປະທຳ ໂດຍທາງເມືອງໄດ້ກະກຽມສະຖານທີ່ສອບເສັງ, ຫ້ອງສອບເສັງ ແລະ ຈັດສັນຄະນະກຳມະການຍາມຫ້ອງຢ່າງເປັນລະບົບ ເພື່ອຮອງຮັບນັກສອບເສັງທີ່ໄດ້ຂຶ້ນທະບຽນທັງໝົດໃນທົ່ວເມືອງ ໃຫ້ສາມາດດຳເນີນການສອບເສັງໄປໄດ້ຢ່າງຄ່ອງຕົວ. . ໂອກາດດຽວກັນນີ້ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການສອບເສັງຈົບຊັ້ນມັດທະຍົມສຶກສາ ສະບັບເລກທີ 2769/ສສກ ລົງວັນທີ 05 ມິຖຸນາ 2024 ເຊິ່ງໄດ້ກຳນົດລະບຽບຫຼັກການ ແລະ ຂັ້ນຕອນການປະຕິບັດຢ່າງຊັດເຈນ ເພື່ອໃຫ້ຄະນະຮັບຜິດຊອບ ແລະ ກຳມະການຍາມຫ້ອງສອບເສັງທຸກຂັ້ນ ໄດ້ຮັບຊາບ, ກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ. . ໃນຕອນທ້າຍຂອງກອງປະຊຸມ ບັນດາຄະນະປະທານ ໄດ້ຜັດປ່ຽນກັນມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມດັ່ງກ່າວ: - ທ່ານ ອະນຸສອນ ສຸດທິວົງ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການກະກຽມຄວາມພ້ອມຮອບດ້ານຂອງຫ້ອງການສຶກສາທິການ ແລະ ກິລາເມືອງຈຳພອນ ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການສອບເສັງຈົບຊັ້ນ ເຊິ່ງເປັນຕົວຊີ້ວັດຜົນສຳເລັດ ແລະ ປະເມີນຄຸນນະພາບການສຶກສາລະດັບຊາດ. - ທ່ານ ອຳພອນ ຂາວເພຍສຸພົມ ກໍໄດ້ຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບຕະຫຼອດຮອດກຳມະການຍາມຫ້ອງສອບເສັງທຸກຂັ້ນ ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ຕາມກົດລະບຽບທີ່ວາງອອກ; ພ້ອມທັງເນັ້ນໜັກຢ່າງເດັດຂາດບໍ່ໃຫ້ມີການນຳໃຊ້ອຸປະກອນສື່ສານ ຫຼື ໂທລະສັບມືຖືໃນລະຫວ່າງການດຳເນີນການສອບເສັງ ທັງສຳລັບຄະນະກຳມະການຍາມຫ້ອງ ແລະ ນັກຮຽນ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງນັກຮຽນ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳຢ່າງແທ້ຈິງ. - ໃນຕອນທ້າຍ ທ່ານ ລັດຕະນະ ໄຊຍະບັນຊາ ໄດ້ຂຶ້ນມີຄຳເຫັນໂອ້ລົມ ໂດຍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ຈົ່ງພ້ອມກັນປະສານສົມທົບ ແລະ ອຳນວຍຄວາມສະດວກໃນທຸກດ້ານ ໂດຍສະເພາະການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນໃນເມືອງຈຳພອນຄັ້ງນີ້ ດຳເນີນໄປດ້ວຍຄວາມສະຫງົບ, ປອດໄພ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.