ຄະນະພະແນກສຶກສາທິການ ແລະ ກິລາແຂວງ ສືບຕໍ່ລົງຊຸກຍູ້ ແລະ ເຜີຍແຜ່ກົດລະບຽບການສອບເສັງຈົ

ຄະນະພະແນກສຶກສາທິການ ແລະ ກິລາແຂວງ ສືບຕໍ່ລົງຊຸກຍູ້ ແລະ ເຜີຍແຜ່ກົດລະບຽບການສອບເສັງຈົ

ຄະນະພະແນກສຶກສາທິການ ແລະ ກິລາແຂວງ ສືບຕໍ່ລົງຊຸກຍູ້ ແລະ ເຜີຍແຜ່ກົດລະບຽບການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ປະຈຳສົກຮຽນ 2025-2026 ທີ່ເມືອງສອງຄອນ ================= ຕໍ່ເນື່ອງໃນຕອນບ່າຍຂອງວັນທີ 08 ມິຖຸນາ 2026 ຄະນະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ເຜີຍແຜ່ກົດລະບຽບ ເພື່ອກະກຽມຄວາມພ້ອມໃນການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ປະຈຳສົກຮຽນ 2025-2026 ຢູ່ທີ່ເມືອງສອງຄອນ. ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ພ້ອມດ້ວຍ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາແຂວງ; ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຂອງ ທ່ານ ພູວາ ແກ້ວປະເສີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສອງຄອນ, ຄະນະຮັບຜິດຊອບການສອບເສັງ, ຫົວໜ້າສູນ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ. . ຈຸດປະສົງກໍເພື່ອເປັນການກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ພາຍໃນເມືອງສອງຄອນ ໃຫ້ມີຄວາມເປັນເອກະພາບກັນໃນທົ່ວແຂວງ. ໃນກອງປະຊຸມ ທ່ານ ພູວາ ແກ້ວປະເສີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມການກະກຽມຄວາມພ້ອມຮອບດ້ານ ເຊິ່ງໄດ້ມີການຈັດສັນສູນສອບເສັງ ແລະ ຫ້ອງສອບເສັງຢ່າງເປັນລະບົບດັ່ງນີ້: - ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4): ມີນັກຮຽນສອບເສັງທັງໝົດ 497 ຄົນ, ຍິງ 281 ຄົນ. ໄດ້ຈັດແບ່ງອອກເປັນ 4 ສູນສອບເສັງ ແລະ ປະກອບມີຫ້ອງສອບເສັງທັງໝົດ 24 ຫ້ອງ. - ສຳລັບຊັ້ນມັດທະຍົມສຶກສາຕອນປາຍ (ມ.7): ມີນັກຮຽນສອບເສັງທັງໝົດ 205 ຄົນ, ຍິງ 96 ຄົນ. ຈັດເປັນ 1 ສູນສອບເສັງ ແລະ ປະກອບມີຫ້ອງສອບເສັງທັງໝົດ 10 ຫ້ອງ. . ໂອກາດດຽວກັນນີ້ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການສອບເສັງຈົບຊັ້ນມັດທະຍົມສຶກສາ ສະບັບເລກທີ 2769/ສສກ ລົງວັນທີ 05 ມິຖຸນາ 2024 ເພື່ອໃຫ້ຄະນະຮັບຜິດຊອບ ແລະ ກຳມະການຍາມຫ້ອງສອບເສັງທຸກຂັ້ນ ໄດ້ຮັບຊາບ, ກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ. . ໃນຕອນທ້າຍຂອງກອງປະຊຸມ ບັນດາທ່ານໃນຄະນະພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜັດປ່ຽນກັນມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມດັ່ງກ່າວ: - ທ່ານ ອະນຸສອນ ສຸດທິວົງ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ການກະກຽມຄວາມພ້ອມຮອບດ້ານຂອງຫ້ອງການສຶກສາທິການ ແລະ ກິລາເມືອງສອງຄອນ ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການສອບເສັງຈົບຊັ້ນ ເຊິ່ງເປັນຕົວຊີ້ວັດຜົນສຳເລັດ ແລະ ປະເມີນຄຸນນະພາບການສຶກສາຂອງເມືອງ ກໍຄືລະດັບຊາດ. - ທ່ານ ອຳພອນ ຂາວເພຍສຸພົມ ກໍໄດ້ຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບຕະຫຼອດຮອດກຳມະການຍາມຫ້ອງສອບເສັງທຸກຂັ້ນ ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ຕາມກົດລະບຽບທີ່ວາງອອກ; ເນັ້ນໜັກຢ່າງເດັດຂາດບໍ່ໃຫ້ມີການນຳໃຊ້ອຸປະກອນສື່ສານ ຫຼື ໂທລະສັບມືຖືໃນລະຫວ່າງການດຳເນີນການສອບເສັງ ທັງສຳລັບຄະນະກຳມະການຍາມຫ້ອງ ແລະ ນັກຮຽນຜູ້ເຂົ້າສອບເສັງຢ່າງເດັດຂາດ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງນັກຮຽນ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳຢ່າງແທ້ຈິງ; ກ່ອນຈະອວຍພອນໃຫ້ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນໃນເມືອງສອງຄອນຄັ້ງນີ້ ດຳເນີນໄປດ້ວຍຄວາມສະຫງົບ, ປອດໄພ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.