ຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ກະກຽມຄວາມພ້ອມຮອບດ້ານ ໃສ່ບັ້ນສອບເສັງຈົບຊັ

ຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ກະກຽມຄວາມພ້ອມຮອບດ້ານ ໃສ່ບັ້ນສອບເສັງຈົບຊັ

ຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ກະກຽມຄວາມພ້ອມຮອບດ້ານ ໃສ່ບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026 ================= ໃນຕອນເຊົ້າຂອງວັນທີ 8 ມິຖຸນາ ປີ 2026 ທີ່ຜ່ານມານີ້, ຢູ່ທີ່ສະໂມສອນຂອງຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບແນະນຳວຽກງານວິຊາການ ໃນການກະກຽມສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026 ໃນທົ່ວເມືອງອາດສະພອນ. . ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ກອງແລ ອ່ອນຈັນທະລືໄຊ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຖາວອນ ໄຊຍະເຄືອງ ຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ຄະນະກຳມະການຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ. . ກອງປະຊຸມແມ່ນໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງເມືອງອາດສະພອນ ວ່າດ້ວຍການແຕ່ງຕັ້ງອະນຸກະກຳມະການຕ່າງໆ ທີ່ໄດ້ແບ່ງຄວາມຮັບຜິດຊອບໃນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7, ຮັບຟັງການຜ່ານເອກະສານແຈ້ງການຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຜ່ານກົດລະບຽບຂອງການສອບເສັງ, ຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຂັ້ນເມືອງ ໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃນໄລຍະການສອບເສັງຈົບຊັ້ນ ມ.4 ແລະ ມ.7, ຜ່ານບົດລາຍງານການກະກຽມການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ໃນທົ່ວເມືອງອາດສະພອນ ປະຈຳສົກຮຽນ 2025-2026. . ເຊິ່ງໃນນີ້, ສຳລັບຊັ້ນ ມ.4 ໄດ້ກຳນົດເອົາ 2 ສູນສອບເສັງຄື: - ສູນສອບເສັງໂຮງຮຽນມັດທະຍົມສົມບູນອາດສະພອນ: ມີ 13 ຫ້ອງສອບເສັງ, ມີ 10 ໂຮງຮຽນເຕົ້າໂຮມ ແລະ ມີນັກສອບເສັງທັງໝົດ 226 ຄົນ, ຍິງ 143 ຄົນ. - ສູນສອບເສັງໂຮງຮຽນມັດທະຍົມສົມບູນໂພນງາມ: ມີ 9 ຫ້ອງສອບເສັງ, ມີ 8 ໂຮງຮຽນເຕົ້າໂຮມ ແລະ ມີນັກສອບເສັງທັງໝົດ 179 ຄົນ, ຍິງ 81 ຄົນ. ເຊິ່ງຈະໄດ້ຈັດການສອບເສັງຂຶ້ນໃນລະຫວ່າງວັນທີ 10 ຫາ ວັນທີ 12 ມິຖຸນາ ປີ 2026 ນີ້. ສຳລັບຊັ້ນ ມ.7 ໄດ້ກຳນົດເອົາ 1 ສູນສອບເສັງຄື: - ສູນສອບເສັງໂຮງຮຽນມັດທະຍົມສົມບູນອາດສະພອນ: ແບ່ງອອກເປັນ 7 ຫ້ອງສອບເສັງ, ມີ 6 ໂຮງຮຽນເຕົ້າໂຮມ ແລະ ມີນັກສອບເສັງທັງໝົດ 147 ຄົນ, ຍິງ 72 ຄົນ. ເຊິ່ງຈະໄດ້ຈັດການສອບເສັງຂຶ້ນໃນລະຫວ່າງວັນທີ 17 ຫາ 19 ມິຖຸນາ ປີ 2026 ທີ່ຈະມາເຖິງນີ້. . ພ້ອມນີ້ ໃນທີ່ປະຊຸມກໍຍັງໄດ້ແນະນຳວຽກງານວິຊາການ ໃນການກະກຽມຄວາມພ້ອມດ້ານຕ່າງໆ ໃສ່ບັ້ນການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ຕໍ່ກັບບັນດາທ່ານໃນຄະນະປະຈຳສູນສອບເສັງ ແລະ ອະນຸກະກຳມະການຕ່າງໆ ໃນແຕ່ລະສູນ ເພື່ອຄວາມເປັນເອກະພາບ ແລະ ສອດຄ່ອງກັນໃນການຈັດຕັ້ງປະຕິບັດໃນທົ່ວເມືອງ. ຈາກນັ້ນ, ບັນດາທ່ານອະນຸກະກຳມະການຕ່າງໆ ກໍໄດ້ປະກອບຄຳຄິດຄຳເຫັນ ເພື່ອແລກປ່ຽນບົດຮຽນຮ່ວມກັນຕື່ມ. . ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຖາວອນ ໄຊຍະເຄືອງ ແລະ ທ່ານ ກອງແລ ອ່ອນຈັນທະລືໄຊ ຄະນະປະທານ ກໍຍັງໄດ້ຜັດປ່ຽນກັນມີຄຳເຫັນຕໍ່ກອງປະຊຸມຕື່ມ ໂດຍໄດ້ເນັ້ນໜັກໃຫ້ບັນດາທ່ານໃນຄະນະກຳມະການ, ອະນຸກະກຳມະການຕ່າງໆ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງແຂງແຮງ ເພື່ອຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ມີປະສິດທິພາບສູງ ຕໍ່ກັບບັ້ນການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7; ເອົາໃຈໃສ່ຕິດຕາມກວດກາ ແລະ ແກ້ໄຂບັນຫາດ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະສົ່ງຜົນກະທົບທາງລົບແກ່ວຽກງານການສຶກສາ ແລະ ກິລາ, ພ້ອມທັງໃຫ້ນຳເອົາບັນດາແຈ້ງການ, ລະບຽບການຕ່າງໆ ໃນການສອບເສັງ ລົງໄປຈັດຕັ້ງເຜີຍແຜ່ໃຫ້ບັນດາຄະນະກຳມະການ, ຄູ-ອາຈານ, ນັກສອບເສັງ ຕະຫຼອດຮອດຜູ້ປົກຄອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ. ----- ພາບ-ຂ່າວ: ວອນມາ ໄຊຍະວົງສາ ນັກຂ່າວ ສກມ ອາດສະພອນ