ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
Higher, Technical & Vocational Education Sector

1. ເປັນເສນາທິການໃຫ້ພະແນກສຶກສາທິການແຂວງ ໃນການຂຶ້ນແຜນປັບປຸງ ແລະ ຂະຫຍາຍການສຶກສາ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ພາຍໃນແຂວງ ໃຫ້ສອດຄ່ອງ ກັບນະໂຍບາຍການປະຕິຮູບລະບົບການສຶກສາແຫ່ງຊາດວິທະຍາສາດ ແລະ ກິລາ, ແລະ ແຜນພັດທະນາການສຶກສາ
2. ຄົ້ນຄວ້າ, ຜູ້ນຂະຫຍາຍ ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານຂອງຂະແຫນງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ສອດຄອງກັບກົດໝາຍ ແລະ ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
3. ຄຸ້ມຄອງ ແລະ ຊຸກຍູ້ ສົ່ງເສີມ ວຽກງານວິທະຍາສາດ, ນະວັດະກໍາ ແລະ ສະຖານການສຶກສາ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ພາຍໃນແຂວງ ໃຫ້ສອດຄ່ອງກັບແຜນພັດທະນາການສຶກສາ, ວິທະຍາສາດ, ແລະ ກິລາ
4. ຄຸ້ມຄອງ. ສ້າງ ແລະ ນຳສະເໜີ ແຜນງົບປະມານການລົງທຶນຂອງລັດ. ສຳລັບການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ນະວັດຕະກໍາ ພາຍໃນແຂວງຂອງຕົນ,
5. ເລືອກເຟັ້ນເອົາຜົນສໍາເລັດທາງດ້ານວິທະຍາສາດ ແລະ ນະວັດຕະກຳ ທັງພາຍໃນ ແລະ ຕ່າງປະເທດ - ເພື່ອມາໝູນໃຊ້ ໃຫ້ແທດເນາະກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ,
6. ຊຸກຍູ້ໃຫ້ມີການຄົ້ນຄວ້າດ້ານວິທະຍາສາດ ແລະ ນະວັດຕະກໍາ ຂະແໜງການ, ສະຖາບັນຄົ້ນຄວ້າ ແລະ ພາກສ່ວນທຸລະກິດຕ່າງໆ;
7. ຖ່າຍຖອດ, ການນຳໃຊ້, ການປະດິດສ້າງ ແລະ ການໜູນໃຊ້ ວິທະຍາສາດ ແລະ ນະວັດຕະກຳ ພາຍໃນ ແຂວງ;
8. ຈັດຝຶກອົບຮົມ ແລະ ຍົກລະດັບວິຊາການກ່ຽວກັບວຽກງານວິທະຍາສາດ ຂັ້ນຂະແໜງການຂອງຕົນແລະ ຂັ້ນເມືອງ;
9. ສຶກສາ, ພັດທະນາ, ສ້າງຈິດສໍານຶກໃນການອະນຸລັກລະບົບນິເວດວິທະຍາ, ສ້າງສູນການຮຽນຮູ້ດ້ານວິທະຍາສາດ ແລະ ພູມປັນຍາທ້ອງຖິ່ນ;
10. ຊຸກຍູ້, ສົ່ງເສີມ ແລະ ຮ່ວມມືກັບພາກສ່ວນທຸລະກິດ ໃນການສ້າງສວນນິເວດ ຫຼື ສວນພຶກສາສາດ ເພື່ອອະນຸລັກລະບົບນິເວດ, ຊີວະນາໆພັນ ຄຽງຄູ່ກັບການພັດທະນາເປັນແຫຼ່ງທ່ອງທ່ຽວທຳມະຊາດ ຕາມທິດ ພັດທະນາສີຂຽວ ແລະ ຍືນຍົງ;
11. ຄຸ້ມຄອງ ແລະ ສ້າງຖານເກັບກໍາຂໍ້ມູນສະຖິຕິ ການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນພາຍໃນແຂວງ,
12. ຄົ້ນຄວ້າ ແລະ ຄັດເລືອກເອົານັກຮຽນຈົບຂຶ້ນມັດທະຍົມສຶກສາ ເຂົ້າຮຽນໃນສາຍອາຊີວະສຶກສາ ແລະການສຶກສາຊັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ;
13. ຊີ້ນໍາການຈັດຕັ້ງສອບເສັງຈົບສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະເອກະຊົນ,
14. ຊີ້ນໍາ ແລະ ຕິດຕາມການລົງຝຶກງານຂອງນັກຮຽນ-ນັກສຶກສາ ໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
15. ຄຸ້ມຄອງ ການຂຶ້ນທະບຽນປະກາສະນີຍາບັດສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທີ່ຂຶ້ນກັບການຄຸ້ມຄອງຂອງຕົນ,
16. ຊີ້ນຳ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຫຼັກສູດ ການຮຽນ-ການສອນ ສາຍສາມັນວິຊາຊີບໃຫ້ສອດຄ່ອງກັບຈຸດພິເສດ ຕາມແຜນພັດທະນາຂອງແຂວງ,
17. ສະຫຼຸບ ແລະ ລາຍງານຜົນການຮຽນ-ການສອນ, ຜົນການສອບເສັງປະຈຳພາກຮຽນ, ປີຮຽນ ແລະ ຈົບຊັ້ນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນຊາ
18. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງ ເປັນປົກກະຕິ;
19. ປະຕິບັດວຽກງານອື່ນ ຕາມການມອບໝາຍ.