1. ສັງລວມ ແລະ ສະເໜີແຜນພັດທະນາການສຶກສາ ແລະ ກິລາ ຂອງພະແນກ;
2. ຄົ້ນຄວ້າ, ຜັນຂະຫຍາຍ ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານຂອງຂະແໜງບໍລິຫານ ແລະ ການເງິນ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
3. ຮັບຜິດຊອບວຽກງານບໍລິຫານ ແລະ ບໍລິການ ຫ້ອງການຂອງພະແນກ;
4. ຮັບຜິດຊອບວຽກງານການກໍ່ສ້າງ ແລະ ສ້ອມແປງ ອາຄານສະຖານທີ່ພາຍໃນພະແນກ;
5. ຄຸ້ມຄອງເອກະສານທາງລັດຖະການ, ວຽກງານປະຊາສໍາພັນ ແລະ ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານການສຶກສາ ແລະ ກິລາ;
6. ສ້າງ ແລະ ສັງລວມແຜນການຄາດຄະເນລາຍຮັບ-ລາຍຈ່າຍງົບປະມານ ພາຍໃນແຂວງ, ນະຄອນຫຼວງ;
7. ປະຕິບັດການໃຊ້ຈ່າຍງົບປະມານຕາມລະບຽບຫຼັກການ, ບັນທຶກທຸກການເຄື່ອນໄຫວບັນຊີ, ກວດກາຄວາມຖືກຕ້ອງທຸກກິດຈະກໍາ ກ່ອນການສະເໜີຂໍອະນຸມັດຈາກຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ
8. ຄຸ້ມຄອງການໃຊ້ຈ່າຍ ແລະ ສະຫຼຸບສັງລວມ ລາຍງານງົບປະມານລັດ, ທຶນຊ່ວຍເຫຼືອ, ທຶນກູ້ຢືມ ແລະ ກອງທຶນສະຫວັດດີການຄູແຫ່ງຊາດ ປະຈໍາເດືອນ, ງວດ ແລະ ປະຈຳປີ ໃຫ້ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ກົມການເງິນ ໄດ້ຮັບຊາບຕາມກໍານົດເວລາ;
9. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດກິດຈະກຳພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ແລະ ໂຮງຮຽນທີ່ຂຶ້ນກັບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດ:
10. ພົວພັນ ປະສານງານ ການຂໍເຝິກຈ່າຍງົບປະມານຈາກ ພະແນກການເງິນແຂວງ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງຕາມການມອບໝາຍຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ,
11. ຄຸ້ມຄອງ, ກວດກາ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານການກໍ່ສ້າງ-ສ້ອມແປງ ພາຍໃນແຂວງ
12. ດໍາເນີນການປິດບັນຊີງົບປະມານປະຈໍາປີ ແລະ ສະຫຼຸບຂາດຕົວງົບປະມານ ພາຍໃນແຂວງ ຕາມກຳນົດເວລາແລ້ວລາຍງານໃຫ້ຂັ້ນເທິງຖັດຕົນໄດ້ຮັບຊາບ,
13. ຄຸ້ມຄອງບັນຊີຊັບສິນ, ອຸປະກອນ ແລະ ສື່ການຮຽນ-ການສອນ ທົ່ວແຂວງ ຕາມລະບຽບຫຼັກການ ແລະລາຍງານໃຫ້ຂັ້ນເທິງຖັດຕົນໄດ້ຮັບຊາບ,
14. ຊ່ວຍເຫຼືອ ແນະນຳທາງດ້ານວິຊາການຕ່າງໆເຊັ່ນ ງົບປະມານ, ການບັນຊີ, ການສະຫຼຸບ ລາຍງານການ ກວດກາການໃຊ້ຈ່າຍການເງິນ, ການຄຸ້ມຄອງຊັບສິນ ແລະ ການກໍ່ສ້າງ-ສ້ອມແປງ ໃຫ້ທຸກພາກສ່ວນທີ່ ຂຶ້ນກັບ ພາຍໃນແຂວງ,
15. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນຂະແໜງ ເປັນປົກກະຕິ,
16. ປະຕິບັດວຽກງານອື່ນ ຕາມການມອບໝາຍຂອງຫົວໜ້າພະແນກ.