ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ

ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ

🏛️ ການເຄື່ອນໄຫວ 📅 ວັນທີ: 12 ພະຈິກ 2024

ໃຫ້ກຽດຕ້ອນຮັບໂດຍທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະຫ້ອງການສຶກສາທິການ ແລະກິລາ14 ເມືອງ ແລະ1ນະຄອນ,ຫົວໜ້າ/ຮອງຫົວໜ້າສູນການສຶກສາ,ຫົວໜ້າ/ຮອງຫົວໜ້າຂະແໜງ,ຄະນະອໍານວຍການໂຮງຮຽນ,ແລະຄູ-ອາຈານເຂົ້າຮ່ວມ.

ໃນຕອນເຊົ້າຂອງວັນທີ 12 ພະຈິກ 2024 ນີ້,ຢູ່ທີ່ສູນໄອຊີທີ ,ແຂວງ ສະຫວັນນະເຂດ; ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມ ທ່ານ ສີທອງ ສີຂາວ ວ່າການແທນຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແສງສະເດັນ ບຸນລາວົງ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາພ້ອມຄະນະ ໄດ້ເດີນ ທາງລົງມາ ເຄື່ອນໄຫວວຽກງານ ຢູ່ແຂວງ ສະຫວັນນະເຂດ.
466422842 1112493347292559 6802833678134885996 n

ໃຫ້ກຽດຕ້ອນຮັບໂດຍທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະຫ້ອງການສຶກສາທິການ ແລະກິລາ14 ເມືອງ ແລະ1ນະຄອນ,ຫົວໜ້າ/ຮອງຫົວໜ້າສູນການສຶກສາ,ຫົວໜ້າ/ຮອງຫົວໜ້າຂະແໜງ,ຄະນະອໍານວຍການໂຮງຮຽນ,ແລະຄູ-ອາຈານເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການແລະກິລາແຂວງ ກໍ່ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ-ກິລາໃນໄລຍະຜ່ານມາ; ໃນພິທີ ທ່ານ ສີທອງ ສີຂາວ ວ່າການຫົວໜ້າກົມແຜນການ ກະຊວງສຶກສາທິການແລະກິລາໄດ້ປະກອບຄໍາເຫັນກ່ຽວກັບທິດທາງໃນການແກ້ໄຂສິ່ງທ້າທາຍ ທີ່ເກີດຂຶ້ນໃນຂະແໜງການສຶກສາ-ກິລາ ຂອງພວກເຮົາ.

466845587 1112493437292550 1611542929558479856 n

ຈາກນັ້ນ, ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໃນໂອກາດ ໄດ້ລົງມາຢ້ຽມຢາມ ແລະ ພົບປະ ຊຶ່ງເພິ່ນໄດ້ສະແດງຄວາມຢື້ຢາມຖາມຂ່າວຄວາມເປັນຫ່ວງເປັນໄຍ ຄວາມສາມັກຮັກແພງອັນອົບອຸ່ນ ມາຍັງຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ທຸກຂັ້ນ; ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ທ່ານຍັງໃຫ້ທິດຊີ້ນໍາບາງດ້ານເພື່ອເປັນທິດທາງໃນຕໍ່ໜ້າ ໂດຍສະເພາະ,ໃຫ້ຜູ້ບໍລິຫານທຸກ, ຄູ-ອາຈານ ທຸກຂັ້ນ ສືບຕໍ່ວຽກງານການສຶກສາ-ກິລາ, ຍົກສູງຄວາມສາມັກເປັນປຶກແຜ່ນ, ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ ເພື່ອຍົກສູງຄຸນນະພາບການສຶກສາໄປເທື່ອລະກ້າວ, ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິ 9 ເພື່ອແກ້ໄຂບັນຫາການສຶກສາ-ກິລາຂອງພວກເຮົາ,ຄູ-ອາຈານ ໃນການປະລະໂມງສອນ. ຈົ່ງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດ,ຕິດຕາມຊຸກຍູ້ປະເມີນການຈັດຕັ້ງປະຕິບັດໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ຕິດຕາມແຜນການທີ່ກໍານົດໄວ້ ໃຫ້ເປັນປົກກະຕິ ຕິດພັນກັບການປະຕິບັດນະໂຍບາຍ,ສໍາຄັນ ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັກສາໄດ້ຄວາມສະຫງົບເປັນລະບຽບຮຽບຮ້ອຍ ພາຍໃນສະຖານການສຶກສາ-ກິລາ;ຮຽກຮ້ອງມາຍັງຄະນະຜູ້ບໍລິຫານທຸກຂັ້ນ ແກ້ໄຂບັນຫາທີ່ຈໍາເປັນຮີບດ່ວນໃຫ້ທັນເວລາ.ໃນພິທີ ຍັງໄດ້ມອບອຸປະກອນການຮຽນ-ການສອນ, ເຄື່ອງກິລາ ໃຫ້ ໂຮງຮຽນ ມ.ສ ສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດໃຫ້ກຽດມອບຂອງທ່ານ ສີທອງ ສີຂາວ ວ່າການຫົວໜ້າກົມແຜນການ ກະຊວງສຶກສາທິການແລະກິລາແລະ ກ່າວຮັບຂອງ ທ່ານ ສົມລິດ ອຸ່ນທະວີ ຜູ້ອໍານວຍການໂຮງຮຽນ ມ.ສ ສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດພ້ອມຄະນະຕື່ມອີກ.

466770984 1112493443959216 8273577631594527792 n

🎓 ທຶນການສຶກສາ & ທຶນຝຶກອົບຮົມ