
=================

ໃນຕອນເຊົ້າວັນທີ 19 ສິງຫາ 2026 ຄະນະຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ນໍາໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ສຸພານຸວົງ ທີ່ອະນຸສອນສະຖານ ປະທານ ສຸພານຸວົງ (ມະຫາວິທະຍາໄລສຸພານຸວົງ) ແຂວງຫຼວງພະບາງ ເນື່ອງໃນໂອກາດດຳເນີນກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026.

.

ໃນພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຜູ້ແທນຈາກແຂວງສະຫວັນນະເຂດ ກໍໄດ້ເຂົ້າຮ່ວມວາງກະຕ່າດອກໄມ້ຮ່ວມກັບຄະນະຜູ້ບໍລິຫານຂັ້ນສູງຈາກທົ່ວປະເທດ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນບັນດາເຜົ່າ.

.

ຕະຫຼອດຊີວິດຂອງປະທານ ສຸພານຸວົງ ໄດ້ອຸທິດໃຫ້ແກ່ການປະຕິວັດຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດ ມາໃຫ້ແກ່ປວງຊົນລາວ ຈາກການເປັນຂ້ອຍຂ້າມ້າໃຊ້ຂອງຈັກກະພັດລ່າເມືອງຂຶ້ນ. ການເຂົ້າວາງກະຕ່າດອກໄມ້ໃນຄັ້ງນີ້ ນອກຈາກຈະເປັນການສະດຸດີແລ້ວ ຍັງເປັນການສ້າງຄວາມເປັນສິຣິມຸງຄຸນ ກ່ອນການດຳເນີນກອງປະຊຸມຜູ້ບໍລິຫານການສຶກສາລະດັບຊາດຈະເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

ພາບ/ຂ່າວ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ