
=================

ໃນຕອນເຊົ້າຂອງວັນທີ 05 ມີນາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການແລະກີລາແຂວງ ໄດ້ມີການຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ. ພິທີດັ່ງກ່າວຈັດຂຶ້ນພາຍໃຕ້ຄໍາຂວັນ “ສິດທິ, ຄວາມຍຸດຕິທຳ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ກຽດເປັນປະທານ ແລະ ກ່າວປາຖະກະຖາໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ປະທານສະຫະພັນແມ່ຍິງຮາກຖານພະແນກສຶກສາ.

.

ພາຍໃນງານມີຜູ້ເຂົ້າຮ່ວມ ເຊິ່ງປະກອບມີ:ຕົວແທນຈາກສາມອົງການຈັດຕັ້ງຄື: ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ. ຄະນະໜ່ວຍແມ່ຍິງຈາກຂະແໜງການ, ສູນຕ່າງໆ ແລະ ໂຮງຮຽນອ້ອມຂ້າງ ເຊັ່ນ: ໂຮງຮຽນ ມສ ສະຫວັນ, ມສ ໂພນສະຫວັນ, ມສ ອຸດົມວິໄລ, ມສ ຊົນເຜົ່າ, ປະຖົມສຸນັນທາ ແລະ ໂຮງຮຽນອະນຸບານມິດຕິພາບສະຫວັນນະເຂດ-ກວາງບິງ.

.

ກ່ອນຈະກ້າວເຂົ້າສູ່ການຮັບຟັງປາຖະກະຖາ ຍັງໄດ້ມີການສະແດງສິລະປະວັນນະຄະດີຈາກນ້ອງໆນັກຮຽນ ເພື່ອສ້າງບັນຍາກາດອັນເບີກບານມ່ວນຊື່ນ ເຊິ່ງປະກອບມີຫຼາກຫຼາຍລາຍການ ຄື: ການຮ້ອງເພງປະກອບວັນແມ່ ແລະ ເຕັ້ນ ໂດຍນ້ອງໆຈາກໂຮງຮຽນອະນຸບານມິດຕະພາບສະຫວັນນະເຂດ-ກວາງບິງ, ບົດຟ້ອນເຕີ້ຍກ້ຽວສາວ ຈາກໂຮງຮຽນ ມສ ສະຫວັນ, ການຮ້ອງເພງຊຽງຂວາງແດນງາມ ແລະ ບົດຟ້ອນສາວລາວມ່ວນຊື່ນ ຈາກໂຮງຮຽນ ມສ ໂພນສະຫວັນ, ບົດຟ້ອນລຳ 4 ຈັງຫວະ ຈາກໂຮງຮຽນ ມສ ຊົນເຜົ່າ.

.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງແມ່ຍິງໃນຍຸກປັດຈຸບັນ. ທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນສະຫງ່າງາມ ແລະ ຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

.

ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກຮຽນຍິງທຸກຄົນ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຄຳຂວັນ “ສິດທິ, ຄວາມຍຸດຕິທຳ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ປະກົດຜົນເປັນຈິງ.

ນອກຈາກນີ້ ທ່ານຍັງໄດ້ຊຸກຍູ້ໃຫ້ແມ່ຍິງໃນຂະແໜງການສຶກສາເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຍົກສູງບົດບາດຄວາມສະເໝີພາບຍິງ-ຊາຍ, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ແລະ ຄອບຄົວ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຊັບພະຍາກອນມະນຸດຂອງແຂວງໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ