ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ

ແຂວງສະຫວັນນະເຂດ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາປະຈຳສົກຮຽນ 2023-2024

🏛️ ການເຄື່ອນໄຫວ 📅 ວັນທີ: 29 ກໍລະກົດ 2024

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2024 ຢູ່ທີ່ສະໂມສອນ ຫ້ອງວ່າການແຂວງ ໄດ້ຈັດກອງ ປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2023 -2024 ແລະວາງທິດທາງແຜນ ພັດທະນາການສຶກສາ ແລະກິລາ ປະຈຳສົກຮຽນ 2024-2025

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2024 ຢູ່ທີ່ສະໂມສອນ ຫ້ອງວ່າການແຂວງ ໄດ້ຈັດກອງ ປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2023 -2024 ແລະວາງທິດທາງແຜນ ພັດທະນາການສຶກສາ ແລະກິລາ ປະຈຳສົກຮຽນ 2024-2025

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2024 ຢູ່ທີ່ສະໂມສອນ ຫ້ອງວ່າການແຂວງ ໄດ້ຈັດກອງ ປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2023 -2024 ແລະວາງທິດທາງແຜນ ພັດທະນາການສຶກສາ ແລະກິລາ ປະຈຳສົກຮຽນ 2024-2025

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2024 ຢູ່ທີ່ສະໂມສອນ ຫ້ອງວ່າການແຂວງ ໄດ້ຈັດກອງ ປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2023 -2024 ແລະວາງທິດທາງແຜນ ພັດທະນາການສຶກສາ ແລະກິລາ ປະຈຳສົກຮຽນ 2024-2025

ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນໂຈມ ອຸບົນປະ ເສີດ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າ ແຂວງ ທັງເປັນຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ, ມີບັນດາ ທ່ານການນຳຂັ້ນແຂວງ, ຫົວໜ້າ ພະແນກສຶກສາທິການ ແລະກິລາ ແຂວງ, ທ່ານເຈົ້າເມືອງ ໃນ 14 ເມືອງ, 1 ນະຄອນ, ຜູ້ບໍລິຫານ ການ ສຶກສາທົ່ວແຂວງ, ຫົວໜ້າ ຫ້ອງ ການສຶກສາທິການ ແລະກິ ລາເມືອງ, ນະຄອນແຂກຖືກເຊີນ ເຂົ້າຮ່ວມນຳ.

453769324 819953083577878 1639481728451692391 n

ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາ ທິການ ແລະກິລາແຂວງ ໄດ້ຜ່ານບົດລາຍງານຜູ້ບໍລິຫານການສຶກ ສາ, ທົ່ວແຂວງມີໂຮງຮຽນທັງໝົດ 1,952 ແຫ່ງ, ມີພະນັກງານ-ລັດ ຖະກອນ 7,525 ຄົນ, ຍິງ 4,704 ຄົນ, ໃນນັ້ນ ມີຄູອາສາ 1,227 ຄົນ, ຍິງ 879 ຄົນ, ມີໂຮງຝາກເດັກ ແລະຊັ້ນອະນຸບານ 485 ແຫ່ງ, ມີ 1,000 ຫ້ອງ, ຄູສອນ 827 ຄົນ, ຊັ້ນປະຖົມສຶກສາມີ 1,235 ແຫ່ງ, ມີ 2,279 ຫ້ອງ, ຄູສອນ 3,715 ຄົນ, ມັດທະຍົມຕົ້ນ ແລະ ປາຍມີ 232 ແຫ່ງ, ໃນນີ້ ມີມັດ ທະຍົມສົມບູນ 102 ແຫ່ງ, ມັດທະ ຍົມຕົ້ນ 127 ແຫ່ງ, ມັດທະ ຍົມປາຍ 03 ແຫ່ງ, ມີຄູສອນ 2,707 ຄົນ, ປະຕິບັດຄາດໝາຍການສຶກສາ ແລະກິລາ ທີ່ມີຄວາມຄືບໜ້າດີ 7 ຄາດໝາຍຄື: ອັດຕານັກຮຽນເຂົ້າ ໃໝ່ ປ 1 ທຽບໃສ່ເດັກ 6 ປີ ບັນ ລຸໄດ້ 99.5% ເທົ່າກັບ 9,717 ຄົນ, ດັດສະນີຄວາມສະເໝີພາບ ຍິງ-ຊາຍອັດຕາເລື່ອນຊັ້ນ ປ 5-ມ 1 ປະຕິບັດໄດ້ 1.0, ປະຊາກອນ ໜຸ່ມ ແລະຜູ້ປະລະການຮຽນໄດ້ ບຳລຸງຜ່ານການສຶກສານອກໂຮງ ຮຽນປະຕິບັດໄດ້ 5,289 ຄົນ ແລະຝຶກອົບຮົມວິຊາຊີບ 209 ຄົນ, ລື່ນແຜນການປີ 1,461 ຄົນ, ຝຶກອົບຮົມວິຊາຊີບ 134 ຄົນ, ຄູຊັ້ນປະຖົມ ແລະມັດທະຍົມ ສຶກສາໄດ້ຮັບການຝຶກອົບຮົມປະ ຕິບັດໄດ້ 25.02%, ເທົ່າກັບ 1,071 ຄົນ, ນັກຮຽນທີ່ຈົບຊັ້ນ ມັດທະຍົມຕອນຕົ້ນໄດ້ເຂົ້າຮຽນ ຕໍ່ສາຍອະຊີວະສຶກສາ ແລະອົບ ຮົມວິຊາຊີບປະຕິບັດໄດ້ 9.55% ເທົ່າກັບ 716 ຄົນ, ລື່ນແຜນ ການປີ 0.2%, ສົ່ງເສີມໃຫ້ມວນ ຊົນທຸກເພດທຸກໄວໄດ້ເຂົ້າຮ່ວມ ຫັດກາຍະບໍລິຫານ, ການອອກ ກໍາລັງການ ແລະການຫຼິ້ນກິລາ ປະຕິບັດໄດ້ 42.15%, ເທົ່າ ກັບ 456,001 ຄົນ, ຊຸກຍູ້ ແລະ ສົ່ງເສີມວິທະຍາສາດປະຕິບັດໄດ້ 02 ຫົວຂໍ້ຄື: ປະເມີນລະດັບຄ່ານິ ຍົມຂອງນັກຮຽນ ມ4 ແລະ ມ7 ແລະສະພາບບັນຫາການປະລະ ການຮຽນຂອງນັກຮຽນເຂດພູ ດອຍ. ຜົນສຳເລັດໂດຍລວມປະ ຈຳສົກຮຽນ 2023-2024 ສຳ ເລັດການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນປະຖົມສຶກສາທົ່ວແຂວງ ສອບຜ່ານຈົບຊັ້ນ ປ5 ຈຳນວນ 15,116 ຄົນ, ຍິງ 7,750 ຄົນ, ສອບຫຼຸດຄາດໝາຍມີ 6 ຄົນ, ຍິງ 2 ຄົນ, ຊັ້ນມັດທະຍົມຕອນຕົ້ນສອບ ຜ່ານ 6,427 ຄົນ, ຍິງ 3,312 ຄົນ, ສອບຫຼຸດຄາດໝາຍ 9 ຄົນ, ຍິງ 6 ຄົນ, ມັດທະຍົມຕອນປາຍສອບໄດ້ ທັງໝົດ 3,844 ຄົນ, ຍິງ2,000 ຄົນ, ເທົ່າກັບ 99.41%, ສອບຫຼຼຸດ ຄາດໝາຍມີ 23 ຄົນ, ຍິງ 7 ຄົນ ແລະນັກຮຽນເກັ່ງຮອບດ້ານຄະແນນສອບເສັງທຸກໆວິຊາໜ້ອຍ ກວ່າ ຫຼື ເທົ່າກັບ 7 ມີທັງໝົດ 856 ຄົນ, ຍິງ 588 ຄົນ, ໄດ້ປະກາສະນີ ຍະບັດແດງຄະແນນສະເລ່ຍທຸກໆ ວິຊາໜ້ອຍກວ່າ ຫຼື ເທົ່າກັບ 9 ມີ 2 ຄົນ, ຜົນການສອບເສັງນັກຮຽນ ເກັ່ງລະດັບຊາດທີ 2 ມີ 3 ຄົນ, ລະດັບທີ 3 ມີ 1 ຄົນ, ການສຶກ ສານອກໂຮງຮຽນວຽກລຶບລ້າງ ຄວາມບໍ່ຮູ້ໜັງສື ແລະບຳລຸງຊັ້ນ ປະຖົມແກ່ປະຊາຊົນສົກປີ 2023-2024 ໄດ້ຈັດຕັ້ງການຮຽນ-ການ ສອນຊັ້ນປະຖົມລະດັບ 1 ມີທັງ ໝົດ 921 ຄົນ, ຍິງ 323 ຄົນ, ສອບເສັງໄດ້ 910 ຄົນ, ຍິງ 319 ຄົນ, ເທົ່າກັບ 98.80%, ສະ ໜອງອາຫານທ່ຽງໃຫ້ໂຮງຮຽນ ປະຖົມໃນ 8 ເມືອງລວມ 420 ໂຮງຮຽນ, ສ້າງໂຮງຮຽນປະຖົມ ໄດ້ 5 ຫຼັງ, ສ້າງຫ້ອງຮຽນກຸ່ມພັດ ທະນາຊຸມຊົນ 15 ຫຼັງຂອງໂຄງ ການຈີພີອີ 3 ແລະສຳເລັດການ ເຝີກອົບຮົມການເບີກຈ່າຍ-ຕິດ ຕາມເງິນໂຄງການອາຫານທ່ຽງ ທັງພາກລັດ ແລະເອກະຊົນ.

453715155 819953980244455 5333997461749048958 n

🎓 ທຶນການສຶກສາ & ທຶນຝຶກອົບຮົມ