ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຮັບຟັງການລາຍງານຜົນສຳເລັດ ໂຄງການອາສາສະໝັກຕະລຸມບອນ ປະຈຳສົກຮຽນ

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຮັບຟັງການລາຍງານຜົນສຳເລັດ ໂຄງການອາສາສະໝັກຕະລຸມບອນ ປະຈຳສົກຮຽນ 2025-2026 ຢູ່ເມືອງພີນ

🏛️ ການເຄື່ອນໄຫວ
📅 ວັນທີ: 12 ສິງຫາ 2026

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຮັບຟັງການລາຍງານຜົນສຳເລັດ ໂຄງການອາສາສະໝັກຕະລຸມບອນ ປະຈຳສົກຮຽນ 2025-2026 ຢູ່ເມືອງພີນ

ຮູບປະກອບ

===============

ຮູບປະກອບ

ໃນວັນທີ 12 ສິງຫາ 2026 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີພິທີສະຫຼຸບສຳເລັດໂຄງການອາສາສະໝັກຕະລຸມບອນ ບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຢູ່ 4 ໂຮງຮຽນເປົ້າໝາຍ ເມືອງພີນ ປະຈຳສົກຮຽນ 2025-2026.

ຮູບປະກອບ

ພິທີດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ປອ. ປະສິດທິຜົນ ພອນວັນທາ ຄະນະປະຈຳຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິລະກອນ ສຸລິຍະວົງ ຫົວໜ້າພະແນກກວດກາຄຸ້ມຄອງເອກະສານກົມອົບຮົມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ສິງວິໄລ ແກ້ວພອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ທະວີສັກ ຄຳມຸງຄຸນ ຮອງຫົວໜ້າຂະແໜງສາມັນສຶກສາ ທັງເປັນຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ເລຂາຊາວໜຸ່ມຮາກຖານພະແນກ, ພ້ອມດ້ວຍນ້ອງໆອາສາສະໝັກ 8 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ສຳລັບໂຄງການດັ່ງກ່າວມີຄວາມສຳຄັນຢ່າງຍິ່ງ ໃນການຍົກລະດັບຄຸນນະພາບການສຶກສາ ແລະ ຊ່ວຍເຫຼືອນັກຮຽນຢູ່ເຂດຈຸດສຸມພັດທະນາໃຫ້ໄດ້ຮັບໂອກາດທາງການຮຽນຢ່າງຕໍ່ເນື່ອງ. ຜ່ານການລົງເຄື່ອນໄຫວສິດສອນຕົວຈິງຢູ່ 4 ໂຮງຮຽນເປົ້າໝາຍ ຄື: ໂຮງຮຽນປະຖົມສົມບູນຄຳສະອີ, ຫ້ວຍຊາຍ, ຫ້ວຍຫອຍຈັດສັນ ແລະ ໄຊພູວຽງ ສາມາດດຶງດູດນັກຮຽນມາຮຽນຕົວຈິງໄດ້ເຖິງ 241 ນ້ອງ/ຍິງ 113 ນ້ອງ ຈາກສະຖິຕິເປົ້າໝາຍທັງໝົດ 387 ນ້ອງ ເຊິ່ງກວມເອົາປະມານ 62%. ຜົນສຳເລັດດ້ານການຮຽນເຫັນວ່ານັກຮຽນມີຄວາມຄືບໜ້າຂຶ້ນຫຼາຍ ໂດຍນ້ອງໆສາມາດຮ້ອງເພງຊາດລາວ, ເລົ່າບັ້ງສູດ, ຄິດໄລ່ເລກບວກ ລົບ ຄູນ ຫານ ແລະ ສາມາດອອກສຽງພະຍັນຊະນະ, ສະຫຼະ, ພ້ອມທັງສະກົດຄຳໄດ້ເກືອບທຸກຄົນ. ນອກຈາກນີ້ ທີມງານອາສາສະໝັກຍັງໄດ້ຮ່ວມກັບຊຸມຊົນຈັດກິດຈະກຳນອກຫຼັກສູດ ເຊັ່ນ: ການສ້າງປ້າຍໂຮງຮຽນ, ປູກຕົ້ນໄມ້ ແລະ ສ້າງຂະບວນການອະນາໄມໂຮງຮຽນ.

ຮູບປະກອບ

.

ຮູບປະກອບ

ໃນວາລະພິທີ, ພາຍຫຼັງທີ່ໄດ້ຮັບຊົມວິດີໂອປະມວນພາບການເຄື່ອນໄຫວຂອງແຕ່ລະໂຮງຮຽນແລ້ວ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງໂຄງການ. ທ່ານໄດ້ກ່າວວ່າ: ເຖິງແມ່ນວ່ານ້ອງໆອາສາສະໝັກບາງຄົນຈະບໍ່ໄດ້ຮຽນຈົບສາຍຄູມາກໍຕາມ ແຕ່ກໍໄດ້ເອົາໃຈໃສ່ ແລະ ມີຄວາມດຸໝັ່ນໃນການສິດສອນ ຈົນສາມາດສ້າງແຮງຈູງໃຈ ແລະ ດຶງດູດເອົານັກຮຽນມາເຂົ້າຮ່ວມການຮຽນໄດ້ເປັນຈຳນວນຫຼາຍ. ຕະຫຼອດໄລຍະການລົງເຄື່ອນໄຫວ 4 ອາທິດ ເຊິ່ງນ້ອງໆໄດ້ແບ່ງອອກເປັນ 4 ກຸ່ມ (ກຸ່ມລະ 2 ຄົນ) ລົງສູ່ 4 ໂຮງຮຽນ, ທາງການນຳຂັ້ນແຂວງ, ເມືອງ, ອຳນາດການປົກຄອງບ້ານ ແລະ ໂຮງຮຽນກໍໄດ້ໃຫ້ການຕ້ອນຮັບ ແລະ ເບິ່ງແຍງດູແລນ້ອງໆອາສາສະໝັກເປັນຢ່າງດີ. ສິ່ງທີ່ໜ້າປະທັບໃຈທີ່ສຸດຄືກ່ອນຈະສຳເລັດໜ້າທີ່ເດີນທາງກັບ, ບັນດານ້ອງໆນັກຮຽນຮອດຂັ້ນໄດ້ຮ້ອງໄຫ້ອຳລາ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ, ຄວາມຜູກພັນອັນເລິກເຊິ່ງ ແລະ ຜົນສຳເລັດໃນການເຂົ້າເຖິງຈິດໃຈຂອງເດັກນ້ອຍຢ່າງແທ້ຈິງ. ພ້ອມກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອາສາສະໝັກທຸກຄົນຈົ່ງສືບຕໍ່ສືບທອດພາລະກິດຊ່ວຍເຫຼືອສັງຄົມອັນດີງາມນີ້ ເພື່ອພັດທະນາວຽກງານການສຶກສາຂອງຊາດໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

ຮູບປະກອບ

.

ຮູບປະກອບ

ຕອນທ້າຍຂອງພິທີ ຕົວແທນນ້ອງໆອາສາສະໝັກ ໄດ້ຂຶ້ນກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງການນຳທຸກຂັ້ນ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ທີ່ໃຫ້ການອຳນວຍຄວາມສະດວກຕະຫຼອດໂຄງການ. ພ້ອມທັງໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນຳເອົາຄວາມຮູ້ຄວາມສາມາດຂອງຕົນລົງໄປຖ່າຍທອດໃຫ້ນ້ອງໆນັກຮຽນໃນເຂດຫ່າງໄກສອກຫຼີກ ເຊິ່ງຜົນໄດ້ຮັບທີ່ເຫັນນັກຮຽນມີພັດທະນາການທີ່ດີຂຶ້ນນັ້ນ ຖືເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ທີມງານ. ໂອກາດດັ່ງກ່າວ, ຕົວແທນອາສາສະໝັກຍັງໄດ້ກ່າວເຊີນຊວນໃຫ້ບັນດາຊາວໜຸ່ມ-ເຍົາວະຊົນຮຸ່ນໃໝ່ ຫັນມາໃຫ້ຄວາມສຳຄັນ ແລະ ອາສາສະໝັກເຂົ້າຮ່ວມໂຄງການຕະລຸມບອນໃນສົກຮຽນຕໍ່ໆໄປໃຫ້ຫຼາຍຂຶ້ນ ເພື່ອຮ່ວມກັນສ້າງອະນາຄົດທີ່ດີໃຫ້ແກ່ເດັກນ້ອຍລາວ ແລະ ສ້າງຜົນກະທົບທາງບວກໃຫ້ແກ່ສັງຄົມ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ