
=================
ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ວັນທີ 1 ກັນຍາ 2026 ທີ່ຈະມາຮອດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ສົ່ງຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມເປັນຫ່ວງເປັນໄຍ ມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ ແລະ ລູກຫຼານນັກຮຽນທົ່ວແຂວງ.
ເນື້ອໃນສານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການສຶກສາທີ່ເປັນໃຈກາງໃນການພັດທະນາປະເທດຊາດ, ການຍ້ອງຍໍຊົມເຊີຍຜົນສຳເລັດໃນສົກຮຽນຜ່ານມາ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມມືກັນຊຸກຍູ້ລູກຫຼານເຂົ້າຮຽນ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນຄຸນນະພາບການສຶກສາສຳລັບສົກຮຽນ 2026-2027 ນີ້.
#ວັນໄຂສົກຮຽນໃໝ່ #ສົກຮຽນ2026_2027 #ການສຶກສາແຂວງສະຫວັນນະເຂດ #ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ