ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ລາຍງານຄວາມພ້ອມຮອບດ້ານ ໃນການຈັດຕັ້ງການສອບເສັງຈົບຊັ້ນ ມ.4 ແລະ

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ລາຍງານຄວາມພ້ອມຮອບດ້ານ ໃນການຈັດຕັ້ງການສອບເສັງຈົບຊັ້ນ ມ.4 ແລະ ມ.7

🏛️ ການເຄື່ອນໄຫວ
📅 ວັນທີ: 20 ສິງຫາ 2025

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ລາຍງານຄວາມພ້ອມຮອບດ້ານ ໃນການຈັດຕັ້ງການສອບເສັງຈົບຊັ້ນ ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026

ຮູບປະກອບ

=================

ເພື່ອຮັບປະກັນໃຫ້ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ດຳເນີນໄປດ້ວຍຄວາມຍຸຕິທຳ, ໂປ່ງໃສ, ປອດໄພ ແລະ ໄດ້ມາດຕະຖານຄຸນນະພາບຢ່າງເຂັ້ມງວດ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ສຳເລັດການກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນທາງການແລ້ວ.

.

ການກະກຽມຄວາມພ້ອມໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍອີງໃສ່ນິຕິກຳ ແລະ ແຈ້ງການທີ່ສຳຄັນ ຄື:

- ຄຳແນະນຳຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດສາຍສາມັນສຶກສາປະຈຳສົກຮຽນ 2025-2026 ສະບັບເລກທີ 1578/ສສກ, ລົງວັນທີ 20 ສິງຫາ 2025.

- ແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການສອບເສັງຈົບຊັ້ນປະຈຳສົກຮຽນ 2025-2026 ສະບັບເລກທີ 1998/ຫກ, ລົງວັນທີ 13 ພຶດສະພາ 2026.

- ໜັງສືແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍການສອບເສັງຈົບຊັ້ນປະຈຳສົກຮຽນ 2025-2026 ສະບັບເລກທີ 989/ສກຂ, ລົງວັນທີ 14 ພຶດສະພາ 2026.

.

ອີງຕາມການລາຍງານຂອງ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ ທາງແຂວງໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ, ກອງເລຂາ ແລະ ອະນຸກຳມະການໃນແຕ່ລະຂັ້ນຢ່າງເປັນລະບົບ ພ້ອມທັງໄດ້ປະສານສົມທົບກັບກຳລັງປ້ອງກັນຄວາມສະຫງົບ ແລະ ພາກສ່ວນສາທາລະນະສຸກ ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພໃນທຸກສູນສອບເສັງທົ່ວແຂວງ.

.

ສຳລັບຕົວເລກສະຖິຕິ ແລະ ແຜນການຈັດຕັ້ງການສອບເສັງໃນແຕ່ລະຊັ້ນ ປະກອບມີລາຍລະອຽດ ດັ່ງນີ້:

- ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4): ຈະຈັດຂຶ້ນພ້ອມກັນທົ່ວປະເທດ ໃນລະຫວ່າງວັນທີ 10-12 ມິຖຸນາ 2026 (ສຳລັບສາຍສຶກສາສົງ ຈະສອບເສັງພາກວິຊາທຳມະ ໃນວັນທີ 9 ມິຖຸນາ 2026). ມີສູນສອບເສັງທັງໝົດ 36 ສູນ (ຫຼຸດລົງ 3 ສູນ), ມີນັກສອບເສັງ 6,157 ຄົນ (ຍິງ 3,257 ຄົນ) ເຊິ່ງຈັດເປັນ 308 ຫ້ອງສອບເສັງ; ປະກອບມີ 05 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ພາສາອັງກິດ, ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ. ສຳລັບສະຖານທີ່ພິທີໄຂຫົວບົດສອບເສັງຂັ້ນແຂວງ ແມ່ນກຳນົດເອົາ ສູນສອບເສັງ ໂຮງຮຽນ ມສ ພູມມະເຈດີ ເມືອງໄຊພູທອງ.

- ຊັ້ນມັດທະຍົມສຶກສາຕອນປາຍ (ມ.7): ຈະຈັດຂຶ້ນພ້ອມກັນທົ່ວປະເທດ ໃນລະຫວ່າງວັນທີ 17-19 ມິຖຸນາ 2026 (ສຳລັບສາຍສຶກສາສົງ ຈະສອບເສັງພາກວິຊາທຳມະ ໃນວັນທີ 16 ມິຖຸນາ 2026). ມີສູນສອບເສັງທັງໝົດ 18 ສູນ (ຫຼຸດລົງ 1 ສູນ), ມີນັກສອບເສັງ 3,247 ຄົນ (ຍິງ 1,798 ຄົນ) ເຊິ່ງຈັດເປັນ 159 ຫ້ອງສອບເສັງ; ປະກອບມີ 05 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ພາສາອັງກິດ, ກຸ່ມວິຊາວິທະຍາສາດທຳມະຊາດ ແລະ ກຸ່ມວິຊາວິທະຍາສາດສັງຄົມ. ສຳລັບສະຖານທີ່ພິທີໄຂຫົວບົດສອບເສັງຂັ້ນແຂວງ ແມ່ນກຳນົດເອົາ ສູນສອບເສັງ ໂຮງຮຽນ ມປ ແກ້ງກອກ ເມືອງຈຳພອນ.

.

ເພື່ອຮັບປະກັນຄຸນນະພາບ ແລະ ຄວາມໂປ່ງໃສໃນການສອບເສັງ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ວາງມາດຕະການຢ່າງເຂັ້ມງວດ ໂດຍຮຽກຮ້ອງໃຫ້ຄະນະກຳມະການທຸກຂັ້ນ ປະຕິບັດກົດລະບຽບຢ່າງເດັດຂາດ ເປັນຕົ້ນແມ່ນ: ຫ້າມຕັດຊອງຫົວບົດສອບເສັງກ່ອນເວລາ, ຫ້າມນຳໃຊ້ໂທລະສັບມືຖື ຫຼື ເຄື່ອງມືສື່ສານທຸກຊະນິດເຂົ້າໃນສະຖານທີ່ສອບເສັງ ແລະ ປ້ອງກັນບໍ່ໃຫ້ມີການກ່າຍກັນຢ່າງເດັດຂາດ. ສຳລັບນັກສອບເສັງ ແມ່ນອະນຸຍາດໃຫ້ນຳໃຊ້ພຽງອຸປະກອນທີ່ຈຳເປັນ (ບິກ, ສໍດຳ, ຢາງລຶບ ແລະ ໄມ້ບັນທັດ) ພ້ອມທັງມີສິດລາຍງານຕໍ່ຄະນະກຳມະການ ຫາກພົບເຫັນຄວາມບໍ່ໂປ່ງໃສ ຫຼື ພຶດຕິກຳທີ່ບໍ່ຖືກຕ້ອງ.

.

ໃນໂອກາດນີ້ ທ່ານ ອະນຸສອນ ສຸດທິວົງ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງການນຳພັກ-ລັດຂັ້ນແຂວງ ໂດຍສະເພາະແມ່ນການຊີ້ນຳຢ່າງໃກ້ຊິດຈາກ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນການພັດທະນາວຽກງານການສຶກສາຕະຫຼອດມາ. ພ້ອມດຽວກັນນີ້, ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງຮ່ວມກັນເປັນເຈົ້າການໃນການຕິດຕາມ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນການຮັບ-ສົ່ງລູກຫຼານ ເພື່ອຮັບປະກັນຄວາມປອດໄພທາງດ້ານການສັນຈອນ.

.

ພ້ອມນີ້ ພະແນກສຶກສາທິການ ແລະ ກິລາແຂວງ ຂໍສົ່ງຄວາມປາດຖະໜາດີ ແລະ ປຸກລະດົມມາຍັງນ້ອງນັກຮຽນ ມ.4 ແລະ ມ.7 ທຸກຄົນ ຈົ່ງຕັ້ງໃຈຄົ້ນຄວ້າບົດຮຽນ, ສຸມທຸກສະຕິປັນຍາເຂົ້າໃນການສອບເສັງ ເພື່ອຍາດໃຫ້ໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອສ້າງຕົນເອງໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນກຳລັງແຮງສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ