ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຄະນະຮັບຜິດຊອບ ພະແນກສຶກສາທິການ ແລະ ກິລາແຂວງ ລົງໄຂຫົວບົດ ແລະ ຕິດຕາມການສອບເສັງຈົບຊັ້ນ ປ.5 ຢູ່ເມືອງເຊໂປນ

ຄະນະຮັບຜິດຊອບ ພະແນກສຶກສາທິການ ແລະ ກິລາແຂວງ ລົງໄຂຫົວບົດ ແລະ ຕິດຕາມການສອບເສັງຈົບຊັ້ນ ປ.5 ຢູ່ເມືອງເຊໂປນ

🏛️ ການເຄື່ອນໄຫວ
📅 ວັນທີ: 26 ພຶດສະພາ 2026

ຄະນະຮັບຜິດຊອບ ພະແນກສຶກສາທິການ ແລະ ກິລາແຂວງ ລົງໄຂຫົວບົດ ແລະ ຕິດຕາມການສອບເສັງຈົບຊັ້ນ ປ.5 ຢູ່ເມືອງເຊໂປນ

ຮູບປະກອບ

=================

ຮູບປະກອບ

ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2026 ທີ່ຜ່ານມາ ເຊິ່ງເປັນມື້ທຳອິດຂອງການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ສົກຮຽນ 2025-2026 ຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ນຳໂດຍ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພ້ອມດ້ວຍຄະນະ ໄດ້ລົງເປັນກຽດໄຂຫົວບົດ ແລະ ຕິດຕາມການສອບເສັງຢ່າງໃກ້ຊິດ ຢູ່ທີ່ສູນສອບເສັງ ປະຖົມ ຫ້ວຍສານ ເມືອງເຊໂປນ.

ຮູບປະກອບ

ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອລົງຊຸກຍູ້, ຕິດຕາມ ແລະ ຮັບປະກັນໃຫ້ການສອບເສັງພາຍໃນເມືອງເຊໂປນ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມລະບຽບການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ຜ່ານການຕິດຕາມຕົວຈິງເຫັນວ່າ ບັນຍາກາດພາຍໃນສູນສອບເສັງແມ່ນມີຄວາມຟົດຟື້ນ, ຄະນະກຳມະການຍາມຫ້ອງເສັງ ແລະ ນ້ອງນັກຮຽນແມ່ນມີຄວາມພ້ອມຮອບດ້ານ ແລະ ປະຕິບັດກົດລະບຽບຢ່າງເຄັ່ງຄັດ.

ຮູບປະກອບ

ອີງຕາມຕົວເລກສະຖິຕິການສອບເສັງຈົບຊັ້ນ ປ.5 ຂອງເມືອງເຊໂປນ ໃນສົກຮຽນນີ້ ປະກອບມີ:

ນັກສອບເສັງທັງໝົດ: 891 ຄົນ (ຍິງ 436 ຄົນ)

ຈຳນວນສູນສອບເສັງ: 12 ສູນ

ຈຳນວນໂຮງຮຽນ: 94 ແຫ່ງ

ຈຳນວນຫ້ອງສອບເສັງ: 46 ຫ້ອງ

.

ໃນໂອກາດດັ່ງກ່າວ, ທ່ານ ອາໂນລາດ ພິມໂວຫານ ກໍໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະກຳມະການຍາມຫ້ອງເສັງ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມໂປ່ງໃສ ແລະ ຍຸດຕິທຳ ເພື່ອໃຫ້ຜົນການປະເມີນຄຸນນະພາບການສຶກສາໃນສົກຮຽນນີ້ ໄດ້ຮັບຜົນດີ ແລະ ສະທ້ອນເຖິງຄວາມຮູ້ຄວາມສາມາດຕົວຈິງຂອງນັກຮຽນ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ