ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ເມືອງອາດສະພອນ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສອບເສັງຈົບຊັ້ນ ປ.5, ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026

ເມືອງອາດສະພອນ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສອບເສັງຈົບຊັ້ນ ປ.5, ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026

🏛️ ການເຄື່ອນໄຫວ
📅 ວັນທີ: 30 ມິຖຸນາ 2026

ເມືອງອາດສະພອນ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສອບເສັງຈົບຊັ້ນ ປ.5, ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026

ຮູບປະກອບ

=================

ຮູບປະກອບ

ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2026 ທີ່ຜ່ານມາ ຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນປະຖົມສຶກສາ (ປ.5), ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ຂຶ້ນຢູ່ທີ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງ.

ຮູບປະກອບ

.

ຮູບປະກອບ

ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຖາວອນ ໄຊຍະເຄື່ອງ ຄະນະກຳມະການປົກຄອງເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ແລະ ທ່ານ ສຸວັນທອນ ຈັນທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ, ພ້ອມດ້ວຍຄະນະຮັບຜິດຊອບ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ໃນໂອກາດນີ້ ທ່ານ ສຸວັນທອນ ຈັນທະວົງ ໄດ້ຜ່ານບົດສະຫຼຸບລາຍງານຜົນການສອບເສັງໃນແຕ່ລະຊັ້ນຮຽນ ໂດຍຊັ້ນປະຖົມສຶກສາ (ປ.5) ຕົ້ນປີມີນັກຮຽນທັງໝົດ 1,074 ຄົນ/ຍິງ 518 ຄົນ, ມີ 45 ຫ້ອງສອບເສັງ ແບ່ງເປັນ 7 ສູນສອບເສັງ ເຊິ່ງຫຼຸດລົງ 2 ສູນ ເມື່ອທຽບໃສ່ສົກຮຽນຜ່ານມາ. ການສອບເສັງໄດ້ດຳເນີນລະຫວ່າງວັນທີ 27-28 ພຶດສະພາ 2026 ໃນ 4 ວິຊາ ຄື: ພາສາລາວ (ພາກຫັດແຕ່ງ ແລະ ພາກຂຽນທວາຍ), ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ; ຜົນການສອບເສັງຕົວຈິງມີນັກຮຽນເຂົ້າເສັງ 1,024 ຄົນ/ຍິງ 508 ຄົນ ແລະ ສາມາດສອບເສັງໄດ້ທັງໝົດ 1,024 ຄົນ ຄິດເປັນ 100%.

ຮູບປະກອບ

ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຕົ້ນປີມີນັກຮຽນທັງໝົດ 462 ຄົນ/ຍິງ 231 ຄົນ, ມີ 22 ຫ້ອງສອບເສັງ ແບ່ງເປັນ 2 ສູນສອບເສັງ ຄື: ສູນໂຮງຮຽນມັດທະຍົມສົມບູນອາດສະພອນ ແລະ ສູນໂຮງຮຽນມັດທະຍົມສົມບູນໂພນງາມ. ການສອບເສັງດຳເນີນລະຫວ່າງວັນທີ 10-12 ມິຖຸນາ 2026 ໃນ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ຄະນິດສາດ ແລະ ພາສາອັງກິດ; ຜົນການສອບເສັງຕົວຈິງມີນັກຮຽນເຂົ້າເສັງ 442 ຄົນ/ຍິງ 225 ຄົນ ແລະ ສາມາດສອບເສັງໄດ້ທັງໝົດ 442 ຄົນ ຄິດເປັນ 100%.

ຮູບປະກອບ

ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຕົ້ນປີມີນັກຮຽນທັງໝົດ 147 ຄົນ/ຍິງ 72 ຄົນ, ມີ 7 ຫ້ອງສອບເສັງ ເຊິ່ງຫຼຸດລົງ 2 ຫ້ອງ ເມື່ອທຽບໃສ່ສົກຮຽນຜ່ານມາ ແລະ ມີ 1 ສູນສອບເສັງ ຄື: ສູນໂຮງຮຽນມັດທະຍົມສົມບູນອາດສະພອນ. ການສອບເສັງດຳເນີນລະຫວ່າງວັນທີ 17-19 ມິຖຸນາ 2026 ໃນ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດທຳມະຊາດ, ກຸ່ມວິຊາວິທະຍາສາດສັງຄົມ, ຄະນິດສາດ ແລະ ພາສາອັງກິດ; ຜົນການສອບເສັງຕົວຈິງມີນັກຮຽນເຂົ້າເສັງ 145 ຄົນ/ຍິງ 70 ຄົນ

ຮູບປະກອບ

.

ຮູບປະກອບ

ໃນກອງປະຊຸມ ຍັງໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນສົກຮຽນນີ້. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຮ່ວມກັນ ເພື່ອຊອກຫາວິທີທາງແກ້ໄຂບັນຫາຕ່າງໆ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດການສຶກສາໃນສົກຮຽນຕໍ່ໄປມີປະສິດທິພາບດີຂຶ້ນເລື້ອຍໆ. ໂອກາດທ້າຍກອງປະຊຸມ ຍັງໄດ້ມີພິທີມອບໃບສັນລະເສີນຂັ້ນຫ້ອງການ ໃຫ້ແກ່ບັນດາກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການສອບເສັງຈົບຊັ້ນໃນສົກຮຽນນີ້ ໂດຍໃຫ້ກຽດມອບໂດຍ ທ່ານ ຖາວອນ ໄຊຍະເຄື່ອງ ຄະນະກຳມະການປົກຄອງເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ.

ຮູບປະກອບ

.

ຮູບປະກອບ

ພາບ/ຂ່າວ: ວອນມາ ໄຊຍະວົງສາ ນັກຂ່າວ ສກມ ອາດສະພອນ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ