
=================

ໃນວັນທີ 24 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກຳມະບານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງສະຫະພັນກຳມະບານພະແນກສຶກສາທິການ ແລະ ກິລາແຂວງ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມໂດຍ ສະຫາຍ ອະນຸສອນ ສຸດທິວົງ ວ່າການເລຂາພັກຮາກຖານ, ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ປະທານສະຫະພັນກຳມະບານຮາກຖານພະແນກສຶກສາທິການ ແລະ ກິລາແຂວງ; ສະຫາຍ ນາງ ພູແຂວງ ຫຼວງລາດ ຮອງປະທານສະຫະພັນກຳມະບານພະແນກ, ພ້ອມດ້ວຍຄະນະບໍລິຫານງານ, ຕາງໜ້າຈາກບັນດາຂະແໜງການ, ສູນ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານພາຍໃນໂຮງຮຽນອ້ອມຂ້າງຂຶ້ນກັບເຂົ້າຮ່ວມຢ່າງພ້ອມພຽງ.

.

ໃນວາລະກອງປະຊຸມ ຕາງໜ້າບັນດາກຳມະບານຮາກຖານ, ຂະແໜງການ, ສູນ ແລະ ໂຮງຮຽນອ້ອມຂ້າງ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນການສຶກສາອົບຮົມການເມືອງແນວຄິດ, ການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ຕະຫຼອດຮອດການປະຕິບັດນະໂຍບາຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ກຊກ) ໃນການແບ່ງເບົາຄວາມຫຍຸ້ງຍາກຂອງສະມາຊິກ.

.

ປັດຈຸບັນ, ສະຫະພັນກຳມະບານພະແນກ ມີ 7 ຮາກຖານຂຶ້ນກັບ ມີສະມາຊິກກຳມະບານທັງໝົດ 409 ສະຫາຍ/ຍິງ 257 ສະຫາຍ ແລະ ສະມາຊິກກອງທຶນ ກຊກ 639 ສະຫາຍ/ຍິງ 385 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ອະນຸສອນ ສຸດທິວົງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ທິດຊີ້ນຳຕໍ່ກອງປະຊຸມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະສະຫະພັນກຳມະບານ ແລະ ສະມາຊິກທຸກສະຫາຍຍາດມາໄດ້. ພ້ອມດຽວກັນນັ້ນ ເພິ່ນຍັງໄດ້ເນັ້ນໜັກໃຫ້ຄະນະກຳມະບານທຸກຮາກຖານ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຢ່າງເປັນປົກກະຕິ, ແກ້ໄຂຂໍ້ຄົງຄ້າງໃນການປະຕິບັດລະບຽບວິໄນ, ເພີ່ມພູນຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນ "5 ເປັນເຈົ້າ" ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ, ພ້ອມທັງຄຸ້ມຄອງ ແລະ ຈັດເກັບເງິນບຳລຸງກຳມະບານ ແລະ ເງິນກອງທຶນ ກຊກ ໃຫ້ຄົບຖ້ວນຕາມແຜນການ.

.

ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເຊິ່ງໄດ້ສຸມໃສ່ປຶກສາຫາລືກ່ຽວກັບວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ກຊກ) ໂດຍສະເພາະແມ່ນຮູບແບບການເກັບເງິນ ແລະ ຈຳນວນເກັບສະເລ່ຍຕໍ່ເດືອນ. ທີ່ປະຊຸມໄດ້ມີການຄົ້ນຄວ້າປຶກສາຫາລືວ່າ ຄວນຈະເກັບເປັນກ້ອນດຽວ ຫຼື ແບ່ງເກັບໃນແຕ່ລະເດືອນ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ສະເໜີໃຫ້ຄະນະຮັບຜິດຊອບແຈ້ງລາຍລະອຽດການເກັບເງິນໃຫ້ຈະແຈ້ງໃນແຕ່ລະຄັ້ງວ່າ ແມ່ນການເກັບເງິນແຕ່ເລກທີໃດ ຫາ ເລກທີໃດ ເພື່ອຄວາມໂປ່ງໃສ ແລະ ງ່າຍຕໍ່ການຕິດຕາມຂອງສະມາຊິກ, ກ່ອນທີ່ຈະມີຄວາມເປັນເອກະພາບກັນສູງຕໍ່ທິດທາງແຜນການ 6 ເດືອນທ້າຍປີ 2026 ເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ