ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງງສະຫວັນນະເຂດຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວ

ພະແນກສຶກສາທິການ ແລະ ກິລາແຂວງງສະຫວັນນະເຂດຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍ

🏛️ ການເຄື່ອນໄຫວ
📅 ວັນທີ: 23 ກໍລະກົດ 2026

ພະແນກສຶກສາທິການ ແລະ ກິລາແຂວງງສະຫວັນນະເຂດຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2026

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 23 ກໍລະກົດ 2026 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີການຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2026. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ພ້ອມດ້ວຍ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ສກຂ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສກຂ. ໂດຍມີບັນດາທ່ານຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຜູ້ອຳນວຍການໂຮງຮຽນ-ສູນຕ່າງໆທີ່ຂຶ້ນກັບພະແນກ ແລະ ບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງຄະນະພະແນກສຶກສາທິການ ແລະ ກິລາແຂວງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນຢ່າງເຂັ້ມແຂງ. ຕະຫຼອດໄລຍະ 6 ເດືອນຜ່ານມາ ພະແນກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ແລະ ນັກຮຽນຢ່າງເປັນປົກກະຕິ. ປັດຈຸບັນ ສາມາດຄຸ້ມຄອງພະນັກງານ-ລັດຖະກອນທົ່ວແຂວງໄດ້ເຖິງ 7,508 ຄົນ. ພ້ອມນັ້ນ ຍັງຍາດໄດ້ຜົນງານພົ້ນເດັ່ນໃນການແກ້ໄຂບັນຫາເອກະສານບໍລິຫານຢ່າງວ່ອງໄວ, ການຝຶກອົບຮົມຍົກລະດັບຄູສອນ, ການຊຸກຍູ້ວຽກງານກິລາ-ກາຍະກຳ ຕະຫຼອດເຖິງການອໍານວຍຄວາມສະດວກໃຫ້ໂຮງຮຽນຕ່າງໆມີໄຟຟ້າໃຊ້.

ຮູບປະກອບ

.

ຮູບປະກອບ

ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2026 ກອງປະຊຸມໄດ້ກຳນົດ 4 ຈຸດສຸມຫຼັກ ເພື່ອສືບຕໍ່ພັດທະນາວຽກງານຄື: ການແກ້ໄຂບັນຫາຂາດແຄນຄູ ໂດຍການຈັດຕັ້ງປະຕິບັດໂຮມໂຮງຮຽນຂະໜາດນ້ອຍ 64 ແຫ່ງ, ໂຮມຫ້ອງຮຽນ 164 ຫ້ອງ ພ້ອມທັງສ້າງແຜນຮັບຄູອັດຕາຈ້າງເພີ່ມທົດແທນ 250 ຄົນ. ນອກຈາກນີ້ຍັງມີການສະໜອງອຸປະກອນ ICT, ການກໍ່ສ້າງໂຮງຮຽນທີ່ຊຸດໂຊມ 30 ແຫ່ງ, ສະໜອງນໍ້າບາດານ 43 ແຫ່ງ ແລະ ໄຟຟ້າເຂົ້າໂຮງຮຽນ 57 ແຫ່ງ. ພ້ອມທັງເພີ່ມທະວີຄວາມເປັນເຈົ້າການຂອງຄະນະພັດທະນາການສຶກສາຂັ້ນບ້ານ-ເມືອງ-ແຂວງ ແລະ ສົ່ງເສີມການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ.

ຮູບປະກອບ

.

ຮູບປະກອບ

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນ ທີ່ໄດ້ອຸທິດເຫື່ອແຮງເຂົ້າໃນການພັດທະນາວຽກງານການສຶກສາໃຫ້ມີຜົນສຳເລັດເປັນກ້າວໆມາ. ພ້ອມທັງເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ການປະລະການຮຽນຂອງນັກຮຽນ ແລະ ສຸມໃສ່ການຍົກລະດັບຄຸນນະພາບການສຶກສາຢ່າງຈິງຈັງ. ຂະນະດຽວກັນ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ໄດ້ມີຄຳເຫັນເພີ່ມເຕີມໃນການຊຸກຍູ້ວຽກງານກິລາ-ສິລະປະ ໃຫ້ມີຄວາມສຳຄັນ, ການແນະແນວວິຊາຊີບໃຫ້ນັກຮຽນທີ່ກຽມຈົບຊັ້ນ ແລະ ການສົ່ງເສີມການສຶກສານອກໂຮງຮຽນ. ທາງດ້ານ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ກໍ່ໄດ້ເນັ້ນເຖິງຄວາມສຳຄັນຂອງວຽກງານຄຸ້ມຄອງບໍລິຫານ-ການເງິນ, ການເບີກຈ່າຍເງິນເດືອນ-ເງິນນະໂຍບາຍໃຫ້ທັນເວລາ ແລະ ການຄຸ້ມຄອງໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງໃຫ້ມີປະສິດທິຜົນ.

ຮູບປະກອບ

.

ຮູບປະກອບ

ກ່ອນການປິດກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນ, ຖອດຖອນບົດຮຽນຈາກຂໍ້ຄົງຄ້າງໃນໄລຍະຜ່ານມາຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຮ່ວມກັນ. ບັນຍາກາດການປຶກສາຫາລື ແມ່ນເຕັມໄປດ້ວຍຄວາມສ້າງສັນ ແລະ ເປັນເອກະພາບກັນສູງ ເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ປະກົດຜົນເປັນຈິງ ແລະ ບັນລຸຄາດໝາຍສູ້ຊົນ ໃນ 6 ເດືອນທ້າຍປີ 2026 ຢ່າງຈົບງາມ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ