
=================

ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2026 ທີ່ຜ່ານມາ ເວລາ 05:30 ໂມງຢູ່ທີ່ ສວນສຸຂະພາບ ທ່ານ ໜູຮັກ ພູມສະຫວັນ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນກິລາ-ກາຍະກຳລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຢ່າງເປັນຂະບວນການຟົດຟື້ນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ພ້ອມດ້ວຍບັນດາແຂກຖືກເຊີນ, ອົງການຈັດຕັ້ງອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະ ມວນຊົນຊາວແຂວງສະຫວັນນະເຂດ ທີ່ພ້ອມໃຈກັນແຕ່ງກາຍດ້ວຍຊຸດກິລາເຂົ້າຮ່ວມຢ່າງຫຼວງຫຼາຍ.

.

ໃນພິທີ, ທ່ານ ນາງ ພອນໄຊ ຊະນະວົງໄຊ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ ພ້ອມທັງຫວນຄືນມູນເຊື້ອປະຫວັດສາດຂອງວັນກິລາ-ກາຍະກຳລາວ ທີ່ໄດ້ຖືກປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 13 ກໍລະກົດ 1966 ຢູ່ທີ່ຖານທີ່ໝັ້ນແຂວງຫົວພັນ ໂດຍແມ່ນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງບັນດາອະດີດການນໍາຮຸ່ນກ່ອນ ທີ່ໄດ້ຖືສຳຄັນວຽກງານກິລາ ເພື່ອຫັດແໜ້ນຄວາມສາມັກຄີໃນໄລຍະຕໍ່ສູ້ກູ້ຊາດ ຈົນກາຍເປັນຂະບວນການທີ່ແຜ່ຂະຫຍາຍອອກເປັນວົງກວ້າງມາຈົນເຖິງປັດຈຸບັນ.

.

ສຳລັບແຂວງສະຫວັນນະເຂດ, ໃນໄລຍະຜ່ານມາແມ່ນມີຜົນງານອັນພົ້ນເດັ່ນໃນວຽກງານກິລາ ໂດຍໄດ້ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄົບທັງ 11 ຄັ້ງ ແລະ ເປັນເຈົ້າພາບເຖິງ 2 ຄັ້ງ. ຜົນງານຫຼ້າສຸດໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ນັກກິລາແຂວງສະຫວັນນະເຂດ ສາມາດຍາດມາໄດ້ 41 ຫຼຽນຄໍາ, 55 ຫຼຽນເງິນ ແລະ 55 ຫຼຽນທອງ ລວມ 151 ຫຼຽນ ຈັດຢູ່ໃນອັນດັບທີ 4 ຂອງປະເທດ. ສ່ວນໃນງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ກໍສາມາດສ້າງປະຫວັດສາດຍາດມາໄດ້ 19 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 32 ຫຼຽນ ຈັດຢູ່ໃນອັນດັບທີ 3 ຂອງປະເທດ. ຜົນສຳເລັດດັ່ງກ່າວແມ່ນມາຈາກຄວາມເອົາໃຈໃສ່ຂອງການນຳແຕ່ລະຂັ້ນ ບວກກັບຄວາມມານະອົດທົນຂອງຄູຝຶກ ແລະ ນັກກິລາທຸກຄົນ.

.

ການຈັດກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ນອກຈາກຈະເປັນການລະນຶກເຖິງວັນປະຫວັດສາດກິລາລາວແລ້ວ ຍັງເປັນການປຸກລະດົມຂະບວນການກິລາມວນຊົນ ແລະ ປູກຈິດສໍານຶກໃຫ້ທຸກເພດທຸກໄວ ຫັນມາຮັກສາສຸຂະພາບ ພາຍໃຕ້ຄຳຂວັນ "ກິລາສ້າງຄົນ ຄົນສ້າງຊາດ" ເພື່ອເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ໂດຍພາຍໃນງານຍັງໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍ ເຊິ່ງທາງຄະນະຈັດງານຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ບໍລິສັດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ທີ່ໄດ້ໃຫ້ກຽດອຸປະຖຳນໍ້າດື່ມຈຳນວນ 200 ແຝັກ ເພື່ອຮັບໃຊ້ແຈກຢາຍໃຫ້ນັກກິລາ ແລະ ມວນຊົນທີ່ເຂົ້າຮ່ວມຍ່າງໃນຄັ້ງນີ້ຕື່ມອີກ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ