
++++++++++++++++

ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2026 ຜ່ານມານີ້, ທີ່ຫ້ອງການສຶກສາທິການ ແລະກິລາເມືອງໄຊພູທອງ, ແຂວງສະຫວັນນະເຂດ ແລະ ບັນດາ ຫ້ອງການງອ້ອມຂ້າງເມືອງ ແລະ ໂຮງຮຽນອ້ອມຂ້າງເມືອງ ໄດ້ ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຢ່າງ ຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດອັນ ມ່ວນຊື່ນ.

ພິທີດັ່ງກ່າວ ຈັດຂຶ້ນ ໂດຍ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ບົງສຸວັນ ມະນີວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງໄຊພູທອງ, ແຂວງ ສະຫວັນນະເຂດ ພ້ອມດ້ວຍ ຫ້ອງການອ້ອມຂ້າງເມືອງ, ຄະນະອໍານວຍການໂຮງຮຽນອ້ອມຂ້າງເມືອງ, ກອງບັນຊາການທະຫານເມືອງ, ນັກທຸລະກິດ, ຄູລັດຖະກອນປ້ອງກັນຊາດເມືອງ ຕະຫຼອດຮອດ ນັກກິລາ ຢ່າງພ້ອມພຽງ.

ໃນພິທີ ທ່ານ ສຸກັນ ບຸດຕາລາສີ ກຳມະການພັກເມືອງ, ຫົວໜ້າສຶກສາທິການ ແລະ ກິລາເມືອງໄດ້ກ່າວຈຸດປະສົງຫຼັກຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອ ຫວນຄືນມູນເຊື້ອ ແລະ ຄວາມ ໝາຍຄວາມສໍາຄັນ ຂອງວັນກິລາ-ກາຍຍະກໍາແຫ່ງຊາດ ຊຶ່ງຖືເອົາວັນທີ 13 ກໍລະກົດ 1966 ເປັນວັນສ້າງຕັ້ງ ເພື່ອຊຸກຍູ້ສົ່ງເສີມໃຫ້ທົ່ວສັງຄົມ ຫັນມາ ຫຼິ້ນກິລາ ແລະ ອອກກຳລັງກາຍ ເພື່ອສຸຂະພາບທີ່ແຂງແຮງ, ພ້ອມທັງເປັນການ ຍົກລະດັບຄຸນນະພາບວຽກງານກິລາ ທັງ ປະເພດກິລາມວນຊົນ ແລະ ກິລາເພື່ອຄວາມເປັນເລີດ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.

ກິດຈະກຳພາຍໃນງານ ໄດ້ເລີ່ມຕົ້ນຂຶ້ນແຕ່ເຊົ້າເຊິ່ງປະກອບມີ: ກິລາເປຕັງ ແລະ ກິລາບານເຕະເພື່ອສຸຂະພາບບັນຍາກາດຄຶກຄື້ນມ່ວນຊື່ນ.

ຜ່ານການຈັດງານສະເຫຼີມສະຫຼອງໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນເທົ່ານັ້ນ, ແຕ່ຍັງເປັນການ ປຸກລະດົມຈິດໃຈສາມັກຄີ, ມິດຕະພາບ ລະຫວ່າງ ບັນດາພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ຫັນມາຫຼີ້ນກິລາ ໃຫ້ຄວາມສຳຄັນຕໍ່ການຮັກສາສຸຂະພາບ ດ້ວຍຄໍາຂວັນທີ່ວ່າ: "ກິລາຄືຊີວິດຊີວາ ແລະ ຄວາມເຂັ້ມແຂງຂອງຊາດ" ຢ່າງແທ້ຈິງ.

ພາບ/ຂ່າວ: ຄຳແພງເພັດ ຂັນຕິວົງ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ