ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພາກສ່ວນທຸລະກິດ ມອບອຸປະກອນການສຶກສາ ມູນຄ່າ 680 ລ້ານກີບ ຕ້ອນຮັບການໄຂສົກຮຽນໃໝ່ ຊ່ວຍເຫຼືອນັກຮຽນກິນນອນ ເມື

ພາກສ່ວນທຸລະກິດ ມອບອຸປະກອນການສຶກສາ ມູນຄ່າ 680 ລ້ານກີບ ຕ້ອນຮັບການໄຂສົກຮຽນໃໝ່ ຊ່ວຍເຫຼືອນັກຮຽນກິນນອນ ເມືອງນອງ ແລະ ເມືອງເຊໂປນ

🏛️ ການເຄື່ອນໄຫວ
📅 ວັນທີ: 31 ສິງຫາ 2026

ພາກສ່ວນທຸລະກິດ ມອບອຸປະກອນການສຶກສາ ມູນຄ່າ 680 ລ້ານກີບ ຕ້ອນຮັບການໄຂສົກຮຽນໃໝ່ ຊ່ວຍເຫຼືອນັກຮຽນກິນນອນ ເມືອງນອງ ແລະ ເມືອງເຊໂປນ

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
🏛️ ການເຄື່ອນໄຫວ
📅 ວັນທີ: 31 ສິງຫາ 2026

ພາກສ່ວນທຸລະກິດ ມອບອຸປະກອນການສຶກສາ ມູນຄ່າ 680 ລ້ານກີບ ຕ້ອນຮັບການໄຂສົກຮຽນໃໝ່ ຊ່ວຍເຫຼືອນັກຮຽນກິນນອນ ເມືອງນອງ ແລະ ເມືອງເຊໂປນ

ຮູບປະກອບ

=================

ໃນວັນທີ 31 ສິງຫາ 2026 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເນື່ອງໃນໂອກາດກະກຽມໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ທີ່ກຳລັງຈະມາເຖິງ ໄດ້ມີພິທີມອບ-ຮັບທຶນ ແລະ ອຸປະກອນການສຶກສາ ມູນຄ່າລວມ 680,000,000 ກີບ ເພື່ອປະກອບສ່ວນຊ່ວຍເຫຼືອນັກຮຽນກິນນອນໃນເຂດຫ່າງໄກສອກຫຼີກ ຂອງເມືອງນອງ ແລະ ເມືອງເຊໂປນ.

.

ຕາງໜ້າບັນດາບໍລິສັດທີ່ຮ່ວມລະດົມທຶນກ່າວມອບໂດຍ ທ່ານ ຄໍາພູນ ຕຸໄພທູນ ພະນັກງານບໍານານ ອະດີດຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ເຊິ່ງມີພາກສ່ວນທຸລະກິດທີ່ຮ່ວມປະກອບສ່ວນໃນຄັ້ງນີ້ລວມມີ:

- ບໍລິສັດຂົນສົ່ງສາກົນຈຳກັດ

- ບໍລິສັດຊັນເປເປີ້ ໂຮນດິ້ງລາວ ຈຳກັດ

- ບໍລິສັດ ທະວີສັກ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ

- ບໍລິສັດເອັນທີພີ ການຄ້ານ້ຳມັນເຊື້ອໄຟລາວຈຳກັດ

- ບໍລິສັດ ທີແອວທີ ບໍ່ແຮ່ ຈຳກັດ

- ບໍລິສັດ ແດນສະຫວັນ ໄອຊີີ ຈຳກັດ

- ບໍລິສັດເທບສິນໄຊກໍ່ສ້າງ ເຄຫະສະຖານ ຈຳກັດຜູ້ດຽວ

ກ່າວຮັບໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.

.

ໃນໂອກາດນີ້ ທ່ານ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ນ້ຳໃຈອັນປະເສີດຂອງບັນດາບໍລິສັດ ທີ່ໄດ້ເຫັນຄວາມສຳຄັນຂອງວຽກງານການສຶກສາ ໂດຍສະເພາະແມ່ນການສະໜອງອຸປະກອນທີ່ຈຳເປັນໃນໄລຍະການໄຂສົກຮຽນໃໝ່ ເຊິ່ງເປັນການຊຸກຍູ້ກຳລັງໃຈອັນໃຫຍ່ຫຼວງໃຫ້ນ້ອງນັກຮຽນໃນເຂດຫ່າງໄກສອກຫຼີກໃຫ້ມີເງື່ອນໄຂການຮຽນ ແລະ ການດຳລົງຊີວິດທີ່ດີຂຶ້ນ. ພ້ອມນີ້ ຍັງໄດ້ຢືນຢັນວ່າທາງພະແນກຈະນຳເອົາທຶນ ແລະ ອຸປະກອນດັ່ງກ່າວໄປມອບໃຫ້ບັນດາໂຮງຮຽນເປົ້າໝາຍ ໃຫ້ທັນກັບການເປີດສົກຮຽນໃໝ່ ແລະ ໃຫ້ເກີດຜົນປະໂຫຍດສູງສຸດແກ່ນ້ອງນັກຮຽນ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ