
=================

ໃນວັນທີ 18 ມິຖຸນາ 2026 ທີ່ຜ່ານມານີ້ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍ ທ່ານ ໄພມະນີ ວົງໄຊຄຳ ຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ອາທອນ ຊາມຸນຕຣີ ຮອງຫົວໜ້າຂະແໜງວິທະຍາສາດ, ອາຊີວະ ແລະ ການສຶກສາຂັ້ນສູງ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາຄວາມຮຽບຮ້ອຍການດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ ພູຄຳ (ມ.ສ ພູຄຳ), ເມືອງວິລະບູລີ ຢ່າງໃກ້ຊິດ. ໂດຍມີຄະນະກຳມະການຂັ້ນເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການໂຮງຮຽນ ແລະ ຄູ-ອາຈານ ໃຫ້ການຕ້ອນຮັບ ແລະ ຮ່ວມລົງຕິດຕາມ.

.

ສຳລັບການສອບເສັງຈົບຊັ້ນ ມ.7 ຢູ່ເມືອງວິລະບູລີ ໃນສົກຮຽນນີ້ ແມ່ນມີ 1 ສູນສອບເສັງ ຄື: ສູນສອບເສັງ ມ.ສ ພູຄຳ ເຊິ່ງມີໂຮງຮຽນພາຍໃນເມືອງເຂົ້າຮ່ວມຈຳນວນ 5 ແຫ່ງຄື: ມສ ພູຄຳ, ມສ ເມືອງວັງ, ມສ ນາເມືອງແສນ, ມສ ໂພນສະຫວາດ. ມີນັກຮຽນເຂົ້າສອບເສັງທັງໝົດ 210 ນ້ອງ/ຍິງ 118 ນ້ອງ. ການສອບເສັງໄດ້ແບ່ງອອກເປັນ 11 ຫ້ອງສອບເສັງ ແລະ ມີກຳມະການຍາມຫ້ອງເສັງຈຳນວນ 22 ທ່ານ/ຍິງ 10 ທ່ານ.

.

ໃນໂອກາດລົງຕິດຕາມຊຸກຍູ້ຄັ້ງນີ້ ທ່ານ ອຳພອນ ຂາວເພຍສຸພົມ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ຄະນະກຳມະການຮັບຜິດຊອບ ແລະ ອະນຸກຳມະການຍາມຫ້ອງສອບເສັງທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ປະຕິບັດຕາມກົດລະບຽບການສອບເສັງຢ່າງເຂັ້ມງວດ ແລະ ຈິງຈັງ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ໃຫ້ກຳລັງໃຈ ແລະ ຮຽກຮ້ອງມາຍັງນ້ອງໆນັກຮຽນທຸກຄົນ ຈົ່ງມີສະຕິ, ເອົາໃຈໃສ່ຄົ້ນຄິດ ແລະ ນຳໃຊ້ຄວາມຮູ້ທີ່ໄດ້ສຶກສາຮ່ຳຮຽນມາເຂົ້າໃນການຕອບບົດສອບເສັງໃຫ້ໄດ້ຮັບຜົນດີເລີດ, ຫຼີກລ່ຽງການນຳໃຊ້ເຄື່ອງມືສື່ສານ ຫຼື ການກະທຳທີ່ຜິດຕໍ່ກົດລະບຽບໃນຫ້ອງສອບເສັງຢ່າງເດັດຂາດ.

.

ຈາກນັ້ນ, ບັນດາທ່ານຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງ ກໍໄດ້ຮ່ວມກັນຕັດຊອງເປີດຫົວບົດສອບເສັງຢ່າງເປັນທາງການ. ພາຍຫຼັງສຳເລັດການຕັດຫົວບົດແລ້ວ, ຄະນະນຳຍັງໄດ້ຍ່າງເລາະຕິດຕາມ ແລະ ກວດກາເບິ່ງຄວາມຮຽບຮ້ອຍໃນການດຳເນີນການສອບເສັງຕົວຈິງຢູ່ແຕ່ລະຫ້ອງສອບເສັງພາຍໃນສູນຕື່ມອີກ ເພື່ອເປັນການໃຫ້ກຳລັງໃຈຢ່າງໃກ້ຊິດ ແລະ ຮັບປະກັນໃຫ້ບັ້ນສອບເສັງດຳເນີນໄປດ້ວຍຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ໂປ່ງໃສ ແລະ ຍຸຕິທຳ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ