ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ໂຮງຮຽນ ມ.ປາຍສົງ ວັດໄຊຍະພູມ ຈັດພິທີມອບລາງວັນຊົມເຊີຍນັກຮຽນເກັ່ງ ວິຊາພຸດທະສາສະໜາ ຊັ້ນ ມ.7 ປະຈຳສົກຮຽນ 20

ໂຮງຮຽນ ມ.ປາຍສົງ ວັດໄຊຍະພູມ ຈັດພິທີມອບລາງວັນຊົມເຊີຍນັກຮຽນເກັ່ງ ວິຊາພຸດທະສາສະໜາ ຊັ້ນ ມ.7 ປະຈຳສົກຮຽນ 2025-2026

🏛️ ການເຄື່ອນໄຫວ
📅 ວັນທີ: 19 ມິຖຸນາ 2026

ໂຮງຮຽນ ມ.ປາຍສົງ ວັດໄຊຍະພູມ ຈັດພິທີມອບລາງວັນຊົມເຊີຍນັກຮຽນເກັ່ງ ວິຊາພຸດທະສາສະໜາ ຊັ້ນ ມ.7 ປະຈຳສົກຮຽນ 2025-2026

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 19 ມິຖຸນາ 2026 ທີ່ຜ່ານມານີ້ ຢູ່ທີ່ສູນສອບເສັງ ວັດໄຊຍະພູມ ແຂວງສະຫວັນນະເຂດ ໄດ້ມີການຈັດພິທີມອບລາງວັນຊົມເຊີຍໃຫ້ນັກສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສາຍສາມັນສຶກສາສົງ ທີ່ສອບເສັງໄດ້ຄະແນນດີເລີດສູງສຸດ ໃນວິຊາພຸດທະສາສະໜາ.

ຮູບປະກອບ

.

ຮູບປະກອບ

ພິທີດັ່ງກ່າວໄດ້ຮັບເມດຕາເຂົ້າຮ່ວມ ແລະ ເປັນປະທານໂດຍການນຳຄະນະສົງຂັ້ນສູງ ເຊິ່ງນຳໂດຍ ພຣະອາຈານໃຫຍ່ ປານ ສຸພັນໂທ ປະທານ ອພສ ແຂວງສະຫວັນນະເຂດ, ພຣະອາຈານ ກິແກ້ວ ຈັນທະນົງສີ ຄະນະປະຈຳສູນກາງ ອພສ ຮອງຫົວໜ້າກຳມາທິການສຶກສາສົງສູນກາງ, ພຣະອາຈານ ປອ ຈັນດາ ເຄນສັກດາ ກຳມະການສູນກາງ ອພສ ຮອງປະທານອົງການພຸດທະສາສະໜາສຳພັນລາວ ແຂວງສະຫວັນນະເຂດ ທັງເປັນປະທານປະຈຳສູນສອບເສັງ, ແລະ ພຣະອາຈານ ປອ ມາລີ ກອນອຸໄລ ຫົວໜ້າກຳມາທິການສຶກສາສົງແຂວງ.

ຮູບປະກອບ

ພ້ອມດຽວກັນນີ້ຍັງມີ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ໄຊຍະກອນ ປັນຍາທອງ ຫົວໜ້າພະແນກປະຖົມ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ; ພ້ອມດ້ວຍຄະນະກຳມະການຍາມຫ້ອງສອບເສັງ ແລະ ສາມະເນນ-ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ໃນໂອກາດອັນສະຫງ່າງາມນີ້, ພຣະອາຈານໃຫຍ່ ປານ ສຸພັນໂທ ໄດ້ເມດຕາໃຫ້ໂອວາດທຳແກ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກໃຫ້ສາມະເນນ-ນັກຮຽນທຸກອົງ ຈົ່ງຕັ້ງໜ້າສຶກສາຮ່ຳຮຽນທັງທາງໂລກ ແລະ ທາງທຳໃຫ້ຄວບຄູ່ກັນໄປ, ຕ້ອງຮູ້ຈັກຮັກສາຂໍ້ວັດປະຕິບັດຂອງສົງໃຫ້ເຄັ່ງຄັດ ເພື່ອໃຫ້ກາຍເປັນໜໍ່ແໜງທີ່ດີຂອງພຸດທະສາສະໜາ ແລະ ເປັນບຸກຄະລາກອນທີ່ມີຄຸນທຳ-ຈະລິຍະທຳຂອງປະເທດຊາດ.

ຮູບປະກອບ

ຈາກນັ້ນ, ທ່ານ ໄຊຍະກອນ ປັນຍາທອງ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງນັກຮຽນສາຍສາມັນສຶກສາສົງ ພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງອົງການພຸດທະສາສະໜາສຳພັນລາວ ໃນການຮ່ວມມືພັດທະນາວຽກງານການສຶກສາຂອງຊາດ ໃຫ້ມີການຂະຫຍາຍຕົວ ແລະ ມີຄຸນນະພາບຢ່າງຕໍ່ເນື່ອງ.

ຮູບປະກອບ

ພ້ອມດຽວກັນນີ້, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງສາມະເນນນັກຮຽນເກັ່ງ ທີ່ຍາດໄດ້ຄະແນນດີເລີດທັງ 7 ອັນດັບ, ພ້ອມທັງສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງເຈົ້າພາບຜູ້ອຸປະຖຳປັດໄຈ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນວຽກງານການສຶກສາສົງພາຍໃນແຂວງໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.

ຮູບປະກອບ

.

ຮູບປະກອບ

ສຳລັບການມອບລາງວັນໃນຄັ້ງນີ້ ແມ່ນໄດ້ຮັບການອຸປະຖຳປັດໄຈໂດຍເຈົ້າພາບ ຄື: ຍາທ່ານ ໃຫຍ່ປານ ສຸພັນໂທ, ທ່ານ ພູຟ້າ-ຍານາງ ແອນນາລີ ຊາໂຕມີ ແລະ ແມ່ປ້າດາຣາ ບັກຄຳ ອຸປະຖຳປັດໄຈ ຈຳນວນ 500 ໂດລາ. ໂດຍທຶນການສຶກສາທີ່ນຳມາມອບໃຫ້ແກ່ນັກຮຽນເກັ່ງ 7 ອັນດັບ ວິຊາພຸດທະສາສະໜາ ມີລາຍຊື່ດັ່ງນີ້:

ຮູບປະກອບ

- ອັນດັບທີ 1: ສ.ນ ເກດແກ້ວ ໄຊສະຫງວນ ສັງກັດວັດບຸບຜາຣາມ (ໂນນຫີນແຮ່), ໄດ້ຮັບທຶນການສຶກສາ 1,000,000 ກີບ

- ອັນດັບທີ 2: ສ.ນ ຫຼື ທ້າວ ແສງພະຈັນ ແສງສຸລິຍາ ສັງກັດວັດບຸບຜາຣາມ (ໂນນຫີນແຮ່), ໄດ້ຮັບທຶນການສຶກສາ 900,000 ກີບ

- ອັນດັບທີ 3: ສ.ນ ເດີມ ອຸດແສງແກ້ວ ສັງກັດວັດໄຊຍະມຸງຄຸນ, ໄດ້ຮັບທຶນການສຶກສາ 750,000 ກີບ

- ອັນດັບທີ 3: ສ.ນ ແຫມ ແກ້ວໃຈດີ ສັງກັດວັດຈອມແກ້ວວິເສດໄຊສິ, ໄດ້ຮັບທຶນການສຶກສາ 750,000 ກີບ

- ອັນດັບທີ 5: ສ.ນ ໂອແທັກ ແກ້ວສະຫວ່າງ ສັງກັດວັດໄຊຍະລັດຕະນະລັງສີ (ວັດທົ່ງ), ໄດ້ຮັບທຶນການສຶກສາ 600,000 ກີບ

- ອັນດັບທີ 6: ສ.ນ ໂສພາ ແກ້ວໃຈດີ ສັງກັດວັດຈອມແກ້ວວິເສດໄຊສິ, ໄດ້ຮັບທຶນການສຶກສາ 500,000 ກີບ

- ອັນດັບທີ 7: ສ.ນ ເທ ແກ້ວວົງສາ ສັງກັດວັດໄຊຍະລັດຕະນະລັງສີ (ວັດທົ່ງ), ໄດ້ຮັບທຶນການສຶກສາ 500,000 ກີບ

.

ການຊຸກຍູ້ສົ່ງເສີມໃນຄັ້ງນີ້ ຖືເປັນບາດກ້າວສຳຄັນທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພາກສ່ວນພັກ-ລັດ, ອົງການພຸດທະສາສະໜາ ແລະ ຜູ້ມີຈິດສັດທາ ເພື່ອເປັນການສ້າງແຮງບັນດານໃຈໃຫ້ແກ່ສາມະເນນ-ນັກຮຽນ ໄດ້ສືບຕໍ່ຄົ້ນຄວ້າຮ່ຳຮຽນຢ່າງຕັ້ງໜ້າ ແລະ ເຕີບໃຫຍ່ຂຶ້ນເປັນປັນຍາຊົນທີ່ມີຄຸນນະພາບຂອງສັງຄົມສືບໄປ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ