
================

ໃນວັນທີ 7 ກໍລະກົດ 2026 ທີ່ຜ່ານມາ ທີ່ສູນສຶກສານອກໂຮງຮຽນນະຄອນໄກສອນພົມວິຫານ ໄດ້ມີພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ບຳລຸງ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ບຸນສີ ຂຸນນະເສນ ປະທານຄະນະປົກຄອງນະຄອນໄກສອນພົມວິຫານ, ທ່ານ ນາງ ດອກແກ້ວ ພົນທະຈິດ ຫົວໜ້າກົມສຶກສານອກໂຮງຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສອບໄດ້ເຂົ້າຮ່ວມ.

.

ໃນພິທີ ທ່ານ ນາງ ພິດສະໄໝ ນັນທະສານ ຫົວໜ້າຂະແໜງສຶກສານອກໂຮງຮຽນ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງການຮຽນ-ການສອນ ແລະ ກະກຽມການສອບເສັງໃນຄັ້ງນີ້. ອີງຕາມການລາຍງານ ການຮຽນ-ການສອນ ມ.7 ບຳລຸງ ແມ່ນໄດ້ດຳເນີນການຮຽນການສອນຢູ່ 7 ສູນ ເຊິ່ງທົ່ວແຂວງມີນັກຮຽນເຂົ້າສອບເສັງທັງໝົດ 155 ຄົນ/ຍິງ 79 ຄົນ, ໂດຍໄດ້ແບ່ງອອກເປັນ 3 ສູນສອບເສັງຫຼັກ ຄື: ສູນສອບເສັງນະຄອນໄກສອນ, ສູນສອບເສັງເມືອງເຊໂປນ ແລະ ສູນສອບເສັງເມືອງສອງຄອນ.

ການສອບເສັງຄັ້ງນີ້ ຈະດຳເນີນໄປໃນລະຫວ່າງວັນທີ 7-8 ກໍລະກົດ 2026 ໂດຍມີວິຊາສອບເສັງທັງໝົດ 4 ວິຊາ ປະກອບມີ: ພາສາລາວ-ວັນນະຄະດີ, ຊີວະສາດ, ຄະນິດສາດ ແລະ ສຶກສາພົນລະເມືອງ. ພ້ອມດຽວກັນນີ້, ທ່ານຍັງໄດ້ສະເໜີໃຫ້ພາກສ່ວນຂັ້ນເທິງ ພິຈາລະນາຈັດພິມປຶ້ມແບບຮຽນສະໜອງໃຫ້ພຽງພໍ ແລະ ຊ່ວຍເລັ່ງລັດການອອກໃບປະກາດສະນີຍະບັດໃຫ້ນັກຮຽນໃຫ້ທັນກັບກຳນົດເວລາ ເພື່ອແກ້ໄຂຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

.

ໃນໂອກາດທີ່ມີຄວາມສຳຄັນນີ້ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໂອ້ວາດຕັກເຕືອນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮຽນບຳລຸງ (ການສຶກສານອກໂຮງຮຽນ) ວ່າເປັນວຽກງານທີ່ສຳຄັນ ເຊິ່ງເປັນການເປີດໂອກາດໃຫ້ແກ່ກຸ່ມເປົ້າໝາຍທີ່ບໍ່ມີໂອກາດໄດ້ເຂົ້າຮຽນຕໍ່ໃນສາຍສາມັນສຶກສາ ໃຫ້ໄດ້ຮັບການຍົກລະດັບການສຶກສາຢ່າງທົ່ວເຖິງ. ວຽກງານດັ່ງກ່າວເປັນການສົ່ງເສີມ ແລະ ເປີດໂອກາດໃຫ້ແກ່ ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ, ຊາວໜຸ່ມ ແລະ ພໍ່ຄ້າຊາວຂາຍ ໄດ້ເຂົ້າມາບຳລຸງຍົກລະດັບຄວາມຮູ້ຄວາມສາມາດຂອງຕົນເອງ ເພື່ອນຳເອົາຄວາມຮູ້ໄປພັດທະນາຕົນເອງ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມ.

ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການຄວບຄຸມການສອບເສັງທຸກພາກສ່ວນ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ, ຮັບປະກັນຄວາມຍຸຕິທຳ ແລະ ໂປ່ງໃສໃນທຸກຂັ້ນຕອນ. ສ່ວນນັກສອບເສັງທຸກຄົນ ກໍຂໍໃຫ້ຈົ່ງມີຄວາມເຊື່ອໝັ້ນຕົນເອງ, ຕັ້ງໃຈໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຄົ້ນຄວ້າຮໍ່າຮຽນມາ ເຂົ້າໃນການສອບເສັງຢ່າງເຕັມທີ່ ເພື່ອຍາດໃຫ້ໄດ້ຜົນການເສັງທີ່ດີ ແລະ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງປະເທດຊາດ.

.

ໃນຕອນທ້າຍຂອງພິທີ ຄະນະປະທານ ພ້ອມດ້ວຍແຂກທີ່ຖືກເຊີນ ກໍໄດ້ໃຫ້ກຽດຮ່ວມກັນຕັດຊອງຫົວບົດສອບເສັງ ເພື່ອເປັນການເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບຳລຸງ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ