
=================

ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2026 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດພິທີປາຖະກະຖາມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 - 20 ກໍລະກົດ 2026). ໂດຍການເປັນປະທານຂອງ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງເລຂາພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຕາງໜ້າຈາກສູນການສຶກສາ, ຄະນະໜ່ວຍຊາວໜຸ່ມ, ກຳມະບານ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ສະມາຊິກເອື້ອຍນ້ອງແມ່ຍິງພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

.

ໃນວາລະເລີ່ມຕົ້ນຂອງພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ຮ້ອງເພງ ຈາກໜ່ວຍສະຫະພັນແມ່ຍິງບັນດາໂຮງຮຽນອ້ອມຂ້າງທີ່ຂຶ້ນກັບພະແນກ ເຊິ່ງໄດ້ສ້າງບັນຍາກາດທີ່ເບີກບານມ່ວນຊື່ນຕ້ອນຮັບວັນສຳຄັນດັ່ງກ່າວ. ພິເສດ ໃນນັ້ນແມ່ນການສະແດງຮ້ອງເພງຈາກ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພະແນກ ທີ່ໄດ້ນຳເອົາບົດເພງ ສະຫວັນບ້ານເຮົາ ແລະ ຫວນຄືນສະຫວັນ ມາຮ້ອງເພື່ອສ້າງຄວາມປະທັບໃຈ ແລະ ຄວາມອົບອຸ່ນພາຍໃນງານ.

.

ຕໍ່ມາ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໃນນາມປະທານກອງປະຊຸມ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ຫວນຄືນມູນເຊື້ອປະຫວັດຄວາມເປັນມາ, ການກຳເນີດ ແລະ ຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີ ຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງພາຍໃນພະແນກ ພ້ອມກັນຈັດຕັ້ງປະຕິບັດຄຳຂວັນປະຈຳປີ 2026 ຂອງແມ່ຍິງລາວ ທີ່ວ່າ: "ຕັ້ງໜ້າປະຕິບັດຄຳຂວັນ ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ" ໃຫ້ປະກົດຜົນເປັນຈິງ.

ໂອກາດດຽວກັນນີ້, ທ່ານຍັງໄດ້ມີຄຳໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ເອື້ອຍນ້ອງແມ່ຍິງ ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ, ພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດ, ເປັນກຳລັງແຮງສຳຄັນປະກອບສ່ວນເຂົ້າໃນວຽກງານວິຊາສະເພາະ ພ້ອມທັງອວຍພອນໄຊອັນປະເສີດໃຫ້ແກ່ຄະນະນຳ ແລະ ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ