ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພິທີມອບ-ຮັບອາຄານຮຽນ ມູນຄ່າ 908 ລ້ານກວ່າກີບ ໂດຍການຊ່ວຍເຫຼືອຈາກອົງການສຸພານິມິດ ທີ່ໂຮງຮຽນປະຖົມສົມບູນໜອງ

ພິທີມອບ-ຮັບອາຄານຮຽນ ມູນຄ່າ 908 ລ້ານກວ່າກີບ ໂດຍການຊ່ວຍເຫຼືອຈາກອົງການສຸພານິມິດ ທີ່ໂຮງຮຽນປະຖົມສົມບູນໜອງເບັນ ແລະ ໄຊວົງທິລາດ

🏛️ ການເຄື່ອນໄຫວ
📅 ວັນທີ: 2 ກໍລະກົດ 2026

ພິທີມອບ-ຮັບອາຄານຮຽນ ມູນຄ່າ 908 ລ້ານກວ່າກີບ ໂດຍການຊ່ວຍເຫຼືອຈາກອົງການສຸພານິມິດ ທີ່ໂຮງຮຽນປະຖົມສົມບູນໜອງເບັນ ແລະ ໄຊວົງທິລາດ ເມືອງຊົນນະບູລີ

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 02 ກໍລະກົດ 2026 ນີ້ ໄດ້ມີການຈັດພິທີມອບ-ຮັບອາຄານກ່ອນໄວຮຽນ ແລະ ໂຮງຮຽນປະຖົມສົມບູນ ບ້ານໜອງເບັນ ແລະ ບ້ານໄຊວົງທິລາດ ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ປຸນລະນາກ ວັນນະຣາດ ຮອງປະທານຄະນະກຳມະການປົກຄອງເມືອງຊົນນະບູລີ, ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ, ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຝ່າຍປະຕິບັດງານ ຂອງອົງການສຸພານິມິດ ປະຈຳເຂດພາກໃຕ້, ພ້ອມດ້ວຍບັນດາແຂກຖືກເຊີນ, ຜູ້ອຳນວຍການໂຮງຮຽນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ໃນພິທີ ທ່ານ ຂັນທະລົງ ວົງໄຊ ຕາງໜ້າອຳນາດການປົກຄອງບ້ານ ໄດ້ຂຶ້ນກ່າວລາຍງານສະພາບລວມຂອງທັງ 2 ບ້ານວ່າ: ບ້ານໄຊວົງທິລາດ ແລະ ບ້ານໜອງເບັນ ແມ່ນຕັ້ງຢູ່ຫ່າງຈາກຕົວເມືອງຊົນນະບູລີ ປະມານ 30 ກິໂລແມັດ.

ຮູບປະກອບ

- ບ້ານໄຊວົງທິລາດ: ມີຈຳນວນຫຼັງຄາເຮືອນທັງໝົດ 140 ຫຼັງຄາ, 180 ຄອບຄົວ, ມີປະຊາກອນ 761 ຄົນ/ຍິງ 351 ຄົນ. ປະຈຸບັນມີໂຮງຮຽນປະຖົມ 1 ຫຼັງ ທີ່ມີນັກຮຽນໃນເຂດບໍລິການຈາກ 2 ບ້ານ.

ຮູບປະກອບ

- ບ້ານໜອງເບັນ: ມີ 101 ຫຼັງຄາເຮືອນ, 143 ຄອບຄົວ, ປະຊາກອນ 781 ຄົນ/ຍິງ 394 ຄົນ. ປະຈຸບັນມີໂຮງຮຽນປະຖົມ 2 ຫຼັງ ທີ່ມີນັກຮຽນໃນເຂດບໍລິການຈາກ 2 ບ້ານ.

ຮູບປະກອບ

ເຊິ່ງທັງສອງບ້ານນີ້ ແມ່ນນອນຢູ່ໃນບ້ານເປົ້າໝາຍຂອງໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ພາຍໃຕ້ການຊ່ວຍເຫຼືອຂອງອົງການສຸພານິມິດ.

ຮູບປະກອບ

.

ຮູບປະກອບ

ທ່ານ ຄຳສຸລິດ ຫົງສົມບັດ ຕາງໜ້າອົງການສຸພານິມິດ ໄດ້ກ່າວລາຍງານເພີ່ມເຕີມວ່າ: ການສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້ ແມ່ນນອນຢູ່ໃນແຜນຍຸດທະສາດ ໄລຍະ ປີ 2022-2026 ຂອງອົງການສຸພານິມິດ ເຊິ່ງມີເປົ້າໝາຍໃຫຍ່ໃນການປັບປຸງຄຸນນະພາບຊີວິດຂອງແມ່ຍິງ ແລະ ເດັກ ເພື່ອຄວາມຢູ່ດີກິນດີຂອງເດັກ. ແຜນຍຸດທະສາດດັ່ງກ່າວ ປະກອບມີໜ້າວຽກຫຼັກ ຄື: ວຽກງານໂພຊະນາການ, ວຽກງານປັບປຸງການສຶກສາ ແລະ ວຽກງານປົກປ້ອງເດັກ ເຊິ່ງລວມໄປເຖິງການປັບປຸງສະພາບແວດລ້ອມການດຳລົງຊີວິດ ແລະ ວຽກງານເດັກ 1,000 ວັນ (ການດູແລເອົາໃຈໃສ່ຕັ້ງແຕ່ເດັກຢູ່ໃນຄັນມານດາ ຈົນຄົບ 1,000 ວັນ).

ຮູບປະກອບ

ສຳລັບການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ເມືອງຊົນນະບູລີ ແມ່ນໄດ້ເນັ້ນໜັກໃສ່ 3 ວຽກງານຈຸດສຸມ ຄື: ການສົ່ງເສີມການອ່ານຂັ້ນປະຖົມ, ການສຶກສາກ່ອນໄວຮຽນ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ. ໂດຍສະເພາະວຽກງານການສຶກສາກ່ອນໄວຮຽນ ແມ່ນໄດ້ຄັດເລືອກເອົາ 10 ບ້ານເປົ້າໝາຍ ຈາກທັງໝົດ 63 ບ້ານໃນທົ່ວເມືອງ. ສຳລັບໂຄງການກໍ່ສ້າງອາຄານຮຽນທັງສອງແຫ່ງນີ້ ໃຊ້ເວລາໃນການກໍ່ສ້າງຕັ້ງແຕ່ວັນທີ 22 ກຸມພາ 2026 ຫາ 15 ພຶດສະພາ 2026. ມູນຄ່າການກໍ່ສ້າງທັງໝົດແມ່ນ 908,226,213 ກີບ. ໃນນັ້ນ ໂຮງຮຽນປະຖົມໜອງເບັນ ມູນຄ່າ 588,814,523 ກີບ (ລວມມີການກໍ່ສ້າງອາຄານຮຽນກ່ອນໄວຮຽນ, ເຈາະນໍ້າບາດານ ແລະ ຕິດຕັ້ງແທັງນໍ້າ) ແລະ ໂຮງຮຽນປະຖົມໄຊວົງທິລາດ ມູນຄ່າ 319,411,690 ກີບ (ອາຄານກ່ອນໄວຮຽນ).

ຮູບປະກອບ

ພາຍຫຼັງສຳເລັດການກ່າວລາຍງານ ໄດ້ມີການມອບ-ຮັບ ໃບມອບ-ຮັບອາຄານຮຽນຢ່າງເປັນທາງການ ໂດຍ ທ່ານ ຄຳສຸລິດ ຫົງສົມບັດ ໄດ້ມອບໃຫ້ແກ່ ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ. ຈາກນັ້ນ ທ່ານ ກໍລະກັນ ໄຊຍະລິນ ກໍໄດ້ມອບຕໍ່ໃຫ້ແກ່ນາຍບ້ານ ແລະ ຜູ້ອຳນວຍການໂຮງຮຽນ ຂອງທັງ 2 ບ້ານ (ບ້ານໜອງເບັນ ແລະ ບ້ານໄຊວົງທິລາດ) ເພື່ອເປັນການຢັ້ງຢືນ ແລະ ມອບສິດໃນການຄຸ້ມຄອງນຳໃຊ້ອາຄານຮຽນດັ່ງກ່າວ.

ຮູບປະກອບ

.

ໂອກາດດຽວກັນນີ້ ທ່ານ ປຸນລະນາກ ວັນນະຣາດ ຕາງໜ້າໃຫ້ເມືອງຊົນນະບູລີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ອົງການສຸພານິມິດ ທີ່ໄດ້ຕອບສະໜອງທຶນຮອນເຂົ້າໃນການກໍ່ສ້າງຈົນສຳເລັດ 100%. ອາຄານຮຽນໃໝ່ນີ້ ບໍ່ພຽງແຕ່ເປັນສິ່ງກໍ່ສ້າງທາງກາຍະພາບເທົ່ານັ້ນ ແຕ່ມັນຄືຂອງຂວັນອັນລໍ້າຄ່າ ແລະ ເປັນການສ້າງໂອກາດທາງດ້ານການສຶກສາໃຫ້ແກ່ລູກຫຼານເຍົາວະຊົນໃນທ້ອງຖິ່ນ ໄດ້ມີສະພາບແວດລ້ອມການຮຽນ-ການສອນທີ່ດີຂຶ້ນ, ປອດໄພ ແລະ ທັນສະໄໝກວ່າເກົ່າ.

.

ໃນຕອນທ້າຍຂອງພິທີ ທ່ານນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄູ-ອາຈານ ກໍຄືອຳນາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ 3 ບັນຫາສຳຄັນຄື:

- ນຳໃຊ້ອາຄານຮຽນຫຼັງໃໝ່ນີ້ໃຫ້ເກີດປະໂຫຍດສູງສຸດ ແລະ ຖືກຕ້ອງຕາມເປົ້າໝາຍ.

- ຮຽກຮ້ອງໃຫ້ທຸກພາກສ່ວນ ຮ່ວມແຮງຮ່ວມໃຈກັນປົກປັກຮັກສາ, ອະນາໄມອາຄານ ແລະ ອຸປະກອນຕ່າງໆ ໃຫ້ມີຄວາມສະອາດ, ຈົບງາມ ເພື່ອໃຫ້ສາມາດນຳໃຊ້ໄດ້ຍາວນານ.

- ຊຸກຍູ້ລູກຫຼານພາຍໃນບ້ານ ໃຫ້ເພີ່ມອັດຕາການເຂົ້າຮຽນໃຫ້ຫຼາຍຂຶ້ນ ເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ອອກມາຮັບໃຊ້ສັງຄົມໃນອະນາຄົດ.

ກ່ອນຈະປິດພິທີລົງຢ່າງເປັນທາງການ, ທາງຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍອຳນາດການປົກຄອງເມືອງຊົນນະບູລີ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ພາຍໃຕ້ການສະໜັບສະໜູນຂອງ ອົງການສຸພານິມິດ. ໂຄງການດັ່ງກ່າວຖືເປັນການປະກອບສ່ວນອັນສຳຄັນຍິ່ງເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສ້າງພື້ນຖານໂຄງລ່າງດ້ານການສຶກສາຢູ່ເຂດຊົນນະບົດໃຫ້ມີຄວາມເຂັ້ມແຂງ, ຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ສ້າງເງື່ອນໄຂທີ່ດີໃຫ້ແກ່ລູກຫຼານເຍົາວະຊົນ ໃຫ້ມີໂອກາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ.

.

ໃນຕອນທ້າຍ ຍັງໄດ້ມີພິທີບາສີສູ່ຂວັນ ແລະ ຜູກແຂນ ເພື່ອເປັນສິລິມຸງຄຸນ ແລະ ອວຍພອນໄຊໃຫ້ແກ່ຄະນະນຳ, ແຂກທີ່ເຂົ້າຮ່ວມ ພ້ອມດ້ວຍທີມງານໂຄງການ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຕື່ມອີກ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ