ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຢ່າງສຸດໃຈ! (20/01/1949 - 20/01/2026)

ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຢ່າງສຸດໃຈ! (20/01/1949 - 20/01/2026)

🏛️ ການເຄື່ອນໄຫວ
📅 ວັນທີ: 19 ມັງກອນ 2026

ເນື່ອງໃນໂອກາດວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນ ແລະ ຄູ-ອາຈານ ທົ່ວພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຂໍສົ່ງພອນໄຊອັນປະເສີດ ມາຍັງ ພະນັກງານ, ນັກຮົບ ແລະ ວິລະຊົນປະຕິວັດ ທຸກຖັນແຖວ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຮັກສາມູນເຊື້ອອັນພິລະອາດຫານ, ເປັນກຳລັງຫຼັກແຫຼ່ງທີ່ແຂງແກ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພວກຂ້າພະເຈົ້າ ຂໍຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງບັນດານັກຮົບປະຕິວັດ ທີ່ໄດ້ເສຍສະລະເລືອດເນື້ອ ເພື່ອເອກະລາດ ແລະ ອິດສະຫຼະພາບຂອງຊາດລາວ. ພວກຂ້າພະເຈົ້າ ຈະສືບຕໍ່ຕັ້ງໃຈປະຕິບັດໜ້າທີ່ວຽກງານການສຶກສາ ໃຫ້ມີຄຸນນະພາບ ເພື່ອສ້າງຊັບພະຍາກອນມະນຸດ ປະກອບສ່ວນເຂົ້າໃນການພັດທະນາຊາດ ໃຫ້ຈະເລີນຮຸ່ງເຮືອງຄຽງຄູ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບໄປ.

✍️ ດ້ວຍຄວາມເຄົາລົບ ແລະ ຮັກແພງຢ່າງສູງ: ຄະນະພັກ-ຄະນະນຳ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ

🎓 ທຶນການສຶກສາ & ທຶນຝຶກອົບຮົມ