
ພິທີດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ແລະ ທ່ານ ນາງ ດັ້ງ ຖິ ຫາຍ ເຕີມ (Ms. Đặng Thị Hải Tâm) ຫົວໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ທ່ານ ຫງວຽນ ແມັງ ຮຸ່ງ (Mr. Nguyễn Mạnh Hùng) ພະນັກງານກົງສູນໃຫຍ່, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ, ຫົວໜ້າ/ຮອງ ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານຂອງພະແນກ ສກຂ ໄດ້ເຂົ້າຮ່ວມ.

ໃນພິທີ ທ່ານ ວິໄລສອນ ພົມມະລາດ ຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ການຮ່ວມມືກັບຕ່າງປະເທດ ໄດ້ຜ່ານບົດລາຍງານກິດຈະກຳຂອງກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ທີ່ໄດ້ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງ ໃນໄລຍະຜ່ານມາ. ຈາກນັ້ນ ທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຕັ້ງຈັດພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 9334/ສສກ, ລົງວັນທີ 22 ທັນວາ 2025 ວ່າດ້ວຍການຍ້ອງຍໍ ທ່ານ ນາງ ດັ້ງ ຖິ ຫາຍ ເຕີມ (Ms. Đặng Thị Hải Tâm) ແລະ ທ່ານ ຫງວຽນ ແມັງ ຮຸ່ງ (Mr. Nguyễn Mạnh Hùng) ພະນັກງານກົງສູນໃຫຍ່ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອງົບປະມານເຂົ້າໃນກິດຈະກຳພັດທະນາການສຶກສາ ແລະ ກິລາ ໃນໄລຍະປີ 2023-2025.

ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ຫົວໜ້າກົງສູນໃຫຍ່ ຕະຫຼອດໄລຍະເວລາທີ່ຜ່ານມາ ເຊິ່ງທ່ານໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການຊຸກຍູ້ວຽກງານການສຶກສາ ແລະ ກິລາ ຂອງແຂວງສະຫວັນນະເຂດ ຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ ທ່ານຍັງໄດ້ເປັນກຽດມອບໃບຍ້ອງຍໍ ແລະ ຂອງຂວັນທີ່ລະນຶກ ເພື່ອເປັນການຈົດຈາລຶກຄຸນງາມຄວາມດີ ແລະ ອຳລາ ທ່ານຫົວໜ້າກົງສູນໃຫຍ່ ທີ່ຈະເດີນທາງກັບຄືນປະເທດເພື່ອຮັບໜ້າທີ່ໃໝ່.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ນາງ ດັ້ງ ຖິ ຫາຍ ເຕີມ (Ms. Đặng Thị Hải Tâm) ໄດ້ກ່າວສະແດງຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ. ທ່ານໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ການນຳແຂວງ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງ ທີ່ໄດ້ໃຫ້ການສະໜັບສະໜູນ, ປະສານສົມທົບ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ການທູດ ຕະຫຼອດໄລຍະເວລາທີ່ຜ່ານມາ ຈົນປະສົບຜົນສຳເລັດຢ່າງຈົບງາມ. ທ່ານຍັງໄດ້ຢືນຢັນວ່າ ເຖິງວ່າຈະສິ້ນສຸດວາລະການປະຕິບັດໜ້າທີ່ ແລະ ຕ້ອງກັບຄືນປະເທດ ແຕ່ຄວາມຜູກພັນ ແລະ ຄວາມຮັກແພງທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະຊາວແຂວງສະຫວັນນະເຂດ ຈະຍັງຄົງຢູ່ໃນໃຈສະເໝີ ແລະ ທ່ານພ້ອມທີ່ຈະສືບຕໍ່ເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
✍️ ພາບ-ຂ່າວ: ນັກຂ່າວ ສກຂ