
=================

ໃນລະຫວ່າງວັນທີ 8-9 ກໍລະກົດ 2026 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ດຳເນີນກອງປະຊຸມໃຫຍ່ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານສຶກສາ ສົກຮຽນ 2025-2026 ແລະ ວາງແຜນວຽກງານສົກ 2026-2027 ພາຍໃຕ້ການສະໜັບສະໜູນຂອງອົງການ ກາໂຕລິກເພື່ອການບັນເທົາທຸກ ປະຈຳລາວ (CRS) ໂດຍຜ່ານໂຄງການອາຫານເພື່ອການສຶກສາ ແລະ ການຮຽນຮູ້ທີ່ຕິດພັນກັບຊຸມຊົນ (LEAPS III).

.

ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ໂດຍມີ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ວັດວິສາ ແກ້ວສາລີວົງ ຫົວໜ້າອົງການ CRS ປະຈຳລາວ, ທ່ານ ວົງສອນ ພູມະນີວົງ ຮອງຫົວໜ້າສູນສົ່ງເສີມການສຶກສາຮຽນຮ່ວມ ຕາງໜ້າໃຫ້ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນທະວີ ສຸດທະວົງ ຕາງໜ້າຂະແໜງສົ່ງເສີມອາຫານ ແລະ ໂພຊະນາການໃນສະຖານການສຶກສາ, ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ພ້ອມຄະນະ, ຫົວໜ້າ/ຮອງ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບ, ຕົວແທນຈາກ 8 ເມືອງເປົ້າໝາຍ ປະກອບມີ: ເມືອງອາດສະພອນ, ພະລານໄຊ, ພີນ, ວິລະບູລີ, ເຊໂປນ, ນອງ, ອຸທຸມພອນ ແລະ ຊົນນະບູລີ, ລວມໄປເຖິງພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 123 ທ່ານ

.

ຫຼັງຈາກນັ້ນ, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ໃຫ້ກຽດກ່າວເປີດ ແລະ ໂອ້ລົມຊີ້ນຳກອງປະຊຸມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ພະແນກສຶກສາທິການແຂວງ, ອຳນາດການປົກຄອງເມືອງ ແລະ ອົງການ CRS ຍາດມາໄດ້. ທ່ານໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມທຸກພາກສ່ວນ ຈົ່ງນຳໃຊ້ເວທີນີ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຕີລາຄາບັນຫາຢ່າງພາວະວິໄສ ເພື່ອຊອກຫາວິທີແກ້ໄຂຈຸດຄົງຄ້າງ ຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການໃນສົກຮຽນໜ້າ ມີປະສິດທິຜົນສູງສຸດ ແລະ ກາຍເປັນໂຄງການທີ່ຊຸມຊົນສາມາດສືບຕໍ່ຈັດຕັ້ງປະຕິບັດເອງໄດ້ຢ່າງຍືນຍົງໃນອະນາຄົດ.

.

ພາຍຫຼັງການກ່າວເປີດຂອງປະທານ, ວາລະກອງປະຊຸມໄດ້ກ້າວເຂົ້າສູ່ການຂຶ້ນລາຍງານຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 8 ເມືອງເປົ້າໝາຍ. ແຕ່ລະເມືອງໄດ້ຜັດປ່ຽນກັນຂຶ້ນສະເໜີບົດລາຍງານຢ່າງລະອຽດ ໂດຍໄດ້ສັງລວມຍົກໃຫ້ເຫັນ 3 ຜົນງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ພ້ອມທັງຍົກໃຫ້ເຫັນ 3 ສິ່ງທ້າທາຍຫຼັກ ທີ່ຈະຕ້ອງໄດ້ເລັ່ງແກ້ໄຂ. ພ້ອມກັນນັ້ນ, ແຕ່ລະເມືອງຍັງໄດ້ນຳສະເໜີຮູບແບບວິທີການແກ້ໄຂທີ່ເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນຕົນເອງ ລວມທັງຂໍ້ສະເໜີແນະຕ່າງໆ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງເຂົ້າໃນແຜນວຽກຂອງສົກຮຽນໃໝ່.

.

ໂຄງການ LEAPS III ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ເພື່ອໃຫ້ເຫັນເຖິງພາບລວມຂອງໝາກຜົນ ແລະ ການເຄື່ອນໄຫວໃນໄລຍະຜ່ານມາຢ່າງເປັນຮູບປະທຳ. ສຳລັບຜົນສຳເລັດອັນພົ້ນເດັ່ນໃນພາກສະໜາມ ປະກອບມີ:

- ໂຮງຮຽນເປົ້າໝາຍສາມາດສືບຕໍ່ການປຸງແຕ່ງອາຫານທ່ຽງໃຫ້ນັກຮຽນໄດ້ຢ່າງເປັນປົກກະຕິເຖິງ 99% ເຊິ່ງມີນັກຮຽນໄດ້ຮັບອາຫານທັງໝົດ 27,900 ຄົນ/ຍິງ 13,786 ຄົນ ແລະ ແຈກຢາຍອາຫານສຳເລັດແລ້ວ 1,245,831 ຄາບ.

- ສຳເລັດການມອບ-ຮັບໂຄງການໃນ 2 ເມືອງສຸດທ້າຍ (ເມືອງເຊໂປນ ແລະ ເມືອງນອງ) ເຊິ່ງກວມເອົາໂຮງຮຽນ 99 ແຫ່ງ ເພື່ອຄ່ຽນຖ່າຍເຂົ້າສູ່ແຜນງານແຫ່ງຊາດດ້ານອາຫານທ່ຽງໃນໂຮງຮຽນ.
- ໄດ້ສະໜອງອຸປະກອນການແຕ່ງກິນທີ່ຈຳເປັນ ເຊັ່ນ: ຖ້ວຍ, ບ່ວງ, ຊາມ ໃຫ້ແກ່ 198 ໂຮງຮຽນ ແລະ ສຳເລັດການຝຶກອົບຮົມການປຸງແຕ່ງອາຫານ-ໂພຊະນາການໃຫ້ແກ່ແມ່ຄົວເຖິງ 1,904 ທ່ານ.
- ຈັດຕັ້ງກິດຈະກຳວັນຊຸມຊົນ ເພື່ອປັບປຸງພື້ນຖານໂຄງລ່າງຂອງໂຮງຮຽນ (ເຊັ່ນ: ລະບົບນ້ຳ, ເຮືອນຄົວ, ບ່ອນນັ່ງກິນເຂົ້າ ແລະ ຫ້ອງນ້ຳ) ໃນ 73 ບ້ານເປົ້າໝາຍ.
- ຊຸກຍູ້ກຸ່ມຊາວກະສິກອນປູກຜັກເຮືອນຮົ່ມ 13 ກຸ່ມ 97 ຄອບຄົວ (ພີນ, ເຊໂປນ ແລະ ນອງ) ເຊິ່ງສາມາດສະໜອງພືດຜັກໃຫ້ໂຮງຮຽນໄດ້ 520 ກິໂລ ແລະ ສ້າງລາຍຮັບໃຫ້ກຸ່ມໄດ້ຫຼາຍກວ່າ 163 ລ້ານກີບ ພ້ອມທັງກຳລັງຂະຫຍາຍເພີ່ມອີກ 10 ກຸ່ມໃໝ່.
- ສົ່ງເສີມເດັກກ່ອນໄວຮຽນຜ່ານກຸ່ມຮຽນຜ່ານການຫຼິ້ນ ເຊິ່ງມີເດັກເຂົ້າຮ່ວມ 424 ຄົນ ໃນ 32 ບ້ານເປົ້າໝາຍ (ພະລານໄຊ ແລະ ວິລະບູລີ).
.
ພາຍຫຼັງສຳເລັດການລາຍງານທັງໝົດ, ກອງປະຊຸມໄດ້ກ້າວເຂົ້າສູ່ວາລະການສົນທະນາແລກປ່ຽນລວມ ໂດຍ ທ່ານ ວັດວິສາ ແກ້ວສາລີວົງ ໄດ້ເປີດໂອກາດໃຫ້ມີການເຈາະເລິກເຖິງບັນຫາຕົວຈິງ. ທ່ານ ວົງສອນ ພູມະນີວົງ ໄດ້ສອບຖາມກ່ຽວກັບກົນໄກການແກ້ໄຂອັດຕາການປະລະການຮຽນຂອງນັກຮຽນຊົນເຜົ່າ ແລະ ແນວທາງຍົກລະດັບການເຂົ້າເຖິງການສຶກສາຂອງເດັກພິການ; ສ່ວນ ທ່ານ ບຸນທະວີ ສຸດທະວົງ ໄດ້ເນັ້ນຖາມເຖິງແຜນຍຸດທະສາດການສ້າງຄວາມຍືນຍົງໃຫ້ແກ່ວຽກງານອາຫານທ່ຽງ ຫຼັງຈາກໂຄງການສິ້ນສຸດລົງ; ທ່ານ ອຳພອນ ຂາວເພຍສຸພົມ ຍັງໄດ້ຮ່ວມຕັ້ງຄຳຖາມເຈາະຈີ້ມເຖິງບັນຫາການນຳໃຊ້ແອັບຕິດຕາມງົບປະມານອາຫານທ່ຽງ (SLFIS) ທີ່ຍັງພົບຄວາມຊັກຊ້າໃນບາງໂຮງຮຽນ, ພ້ອມທັງໃຫ້ຂໍ້ສະເໜີແນະແກ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການລົງຕິດຕາມຊຸກຍູ້ໂຮງຮຽນໃຫ້ໄດ້ຢ່າງໜ້ອຍ 4 ຄັ້ງຕໍ່ສົກຮຽນ. ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ຕ້ອງເປັນເຈົ້າການໃນການຄຸ້ມຄອງວຽກງານອາຫານທ່ຽງ ເພື່ອຮັບປະກັນໃຫ້ນັກຮຽນໄດ້ຮັບປະທານອາຫານປົກກະຕິຄົບ 175 ວັນ.
ຕໍ່ກັບຂໍ້ຊັກຖາມ ແລະ ຂໍ້ສະເໜີແນະດັ່ງກ່າວ, ຕົວແທນຈາກພາກສະໜາມຂອງເມືອງຕ່າງໆ ເຊັ່ນ: ພີນ, ຊົນນະບູລີ ແລະ ອຸທຸມພອນ ພ້ອມດ້ວຍວິຊາການໂຄງການ LEAPS III ໄດ້ລຸກຂຶ້ນອະທິບາຍຊີ້ແຈງດ້ວຍຂໍ້ມູນຕົວຈິງ ໂດຍໄດ້ສະເໜີມາດຕະການ ເຊັ່ນ: ການສະໜອງລະບົບເກັບກັກນ້ຳຝົນເພື່ອແກ້ໄຂບັນຫານ້ຳແລ້ງ, ການສ້າງກອງທຶນພັດທະນາການສຶກສາຂັ້ນບ້ານ ແລະ ການເຊື່ອມໂຍງຊາວກະສິກອນທ້ອງຖິ່ນໃຫ້ເປັນຜູ້ສະໜອງວັດຖຸດິບເຂົ້າໂຮງຮຽນໂດຍກົງ. ການແລກປ່ຽນໄດ້ດຳເນີນໄປຢ່າງສ້າງສັນ ແລະ ສາມາດສະຫຼຸບເປັນມະຕິສຳຄັນ ເພື່ອນຳໄປປັບປຸງແຜນປະຕິບັດງານໃນສົກຮຽນ 2026-2027 ເພື່ອຮັບປະກັນການພັດທະນາການສຶກສາຂອງແຂວງສະຫວັນນະເຂດ ໃຫ້ມີຄຸນນະພາບຢ່າງຍືນຍົງ.
.
ທ້າຍສຸດ ບັນດາຄະນະນຳ ແລະ ຜູ້ແທນໄດ້ຮ່ວມກັນຢ້ຽມຊົມບູດວາງສະແດງຜົນຜະລິດຜັກສົດປອດສານພິດ, ພືດຜົນກະສິກຳ ແລະ ວັດຖຸດິບອາຫານທ້ອງຖິ່ນ ທີ່ນຳມາຈາກສວນກະສິກຳຂອງບັນດາໂຮງຮຽນເປົ້າໝາຍ ເຊິ່ງເປັນໝາກຜົນຕົວຈິງຈາກການຊຸກຍູ້ສົ່ງເສີມວຽກງານກະສິກຳໂຮງຮຽນເພື່ອອາຫານທ່ຽງ
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ