ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ສູນໄອຊີທີພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຈັດສອບເສັງຄັດເລືອກນັກຮຽນເຂົ້າຫ້ອງຮຽນຕົວແບບ ແລະ ຫ້ອ

ສູນໄອຊີທີພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຈັດສອບເສັງຄັດເລືອກນັກຮຽນເຂົ້າຫ້ອງຮຽນຕົວແບບ ແລະ ຫ້ອງ E-learning

🏛️ ການເຄື່ອນໄຫວ
📅 ວັນທີ: 25 ສິງຫາ 2026

ໃນວັນທີ 21 ສິງຫາ 2025 ທີ່ສູນໄອຊີທີແຂວງສະຫວັນນະເຂດ ໄດ້ຈັດຕັ້ງການສອບເສັງຄັດເລືອກນັກຮຽນ ເພື່ອເຂົ້າສຶກສາຕໍ່ໃນຫ້ອງຮຽນຕົວແບບ ແລະ ຫ້ອງ E-learning ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ.

ການສອບເສັງໃນຄັ້ງນີ້ ແບ່ງອອກເປັນ 2 ລະດັບຊັ້ນຄື:• ຊັ້ນມັດທະຍົມສຶກສາປີທີ 1 (ມ.1) ຫ້ອງຮຽນຕົວແບບ: ເປັນການສອບເສັງຄັດເລືອກນັກຮຽນທີ່ຮຽນຈົບຊັ້ນປະຖົມສຶກສາປີທີ 5 (ປ.5) ໃນສົກຮຽນ 2024-2025, ເຊິ່ງມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 52 ຄົນ, ຍິງ 21 ຄົນ.• ຊັ້ນມັດທະຍົມສຶກສາປີທີ 5 (ມ.5) ຫ້ອງຮຽນ E-Learning: ເປັນການສອບເສັງຄັດເລືອກນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ໃນສົກຮຽນ 2024-2025, ເຊິ່ງມີຜູ້ສະໝັກເຂົ້າສອບເສັງທັງໝົດ 104 ຄົນ, ຍິງ 67 ຄົນ.

ຈຸດປະສົງຂອງການຈັດຕັ້ງຫ້ອງຮຽນພິເສດເຫຼົ່ານີ້ ແມ່ນເພື່ອສ້າງ ແລະ ພັດທະນານັກຮຽນຜູ້ທີ່ມີຄວາມສາມາດ ແລະ ມີພອນສະຫວັນ ໃຫ້ໄດ້ຮັບການສຶກສາທີ່ມີຄຸນນະພາບສູງ, ສອດຄ່ອງກັບແຜນພັດທະນາການສຶກສາຂອງແຂວງ. ຜູ້ສະໝັກສອບເສັງຕ້ອງຜ່ານມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້ ເຊັ່ນ: ມີຜົນຄະແນນການສອບເສັງຈົບຊັ້ນ 6 ຄະແນນຂຶ້ນໄປ , ມີສຸຂະພາບແຂງແຮງ , ມີຄຸນສົມບັດ ແລະ ມີຄວາມກະຕືລືລົ້ນໃນການຮຽນ.

ໂດຍຈະຄັດເລືອກເອົານັກຮຽນທີ່ມີຄະແນນດີທີ່ສຸດ ຫ້ອງລະ 30-35 ຄົນ. ທັງນີ້ ພະແນກສຶກສາທິການ ແລະ ກິລາແຂວງ ຈະໄດ້ປະກາດຜົນການສອບເສັງຄັດເລືອກນັກຮຽນເຂົ້າຫ້ອງຮຽນຕົວແບບ ຊັ້ນ ມ.1 ຢ່າງເປັນທາງການໃນວັນທີ 26 ສິງຫາ 2025.

ການຈັດການສອບເສັງໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາ ແລະ ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ແຂວງສະຫວັນນະເຂດໃນອະນາຄົດ.

🎓 ທຶນການສຶກສາ & ທຶນຝຶກອົບຮົມ