===

ໃນວັນທີ 8 ກໍລະກົດ 2025 ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ດຳເນີນການຈັດການສອບເສັງຈົບຊັ້ນມັດທະຍົມຕອນປາຍ ລະບົບບຳລຸງ (ມ.7) ປະຈຳສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ເຊິ່ງໄດ້ມີຄະນະຊີ້ນຳຈາກຂັ້ນສູນກາງ ແລະ ຂັ້ນແຂວງລົງຕິດຕາມການສອບເສັງ ໂດຍທ່ານ ແສງອາລຸນ ບຸດສະດີ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ລົງຕິດຕາມໂດຍກົງຢູ່ສູນສອບເສັງນະຄອນໄກສອນພົມວິຫານ, ພ້ອມດ້ວຍ ທ່ານ ອຸ່ນເຮືອນ ເພັດສະລາດ, ຫົວໜ້າພະແນກກວດກາ ກົມການສຶກສານອກໂຮງຮຽນ, ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ດວງໃຈ ສີຈັນທອງທິບ ຮັກສາການຫົວໜ້າຂະແໜງການສຶກສານອກໂຮງຮຽນ ພ້ອມດ້ວຍຂະແໜງທີ່ການກ່ຽວຂ້ອງໄດ້ລົງຕິດຕາມ.

ການສອບເສັງໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8 ຫາ 9 ກໍລະກົດ 2025 ໂດຍມີນັກສອບເສັງເຂົ້າຮ່ວມທັງໝົດ 117 ຄົນ, ຍິງ 52 ຄົນ ຈາກ 8 ສູນການຮຽນ-ການສອນທົ່ວແຂວງ. ເຊິ່ງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກຳນົດສູນສອບເສັງທັງໝົດ 3 ສູນທົ່ວແຂວງ. ສູນສອບເສັງເຫຼົ່ານີ້ປະກອບມີ: ສູນສອບເສັງນະຄອນໄກສອນພົມວິຫານ, ສູນສອບເສັງເມືອງອາດສະພອນ ແລະ ສູນສອບເສັງເມືອງສອງຄອນ.

.

ພາຍຫຼັງການສອບເສັງສິ້ນສຸດລົງ, ຄະນະກຳມະການຈະໄດ້ດຳເນີນການກວດບົດສອບເສັງໃນລະຫວ່າງວັນທີ 10-11 ກໍລະກົດ 2025 ເພື່ອສະຫຼຸບ ແລະ ລາຍງານຜົນການສອບເສັງໃຫ້ຂັ້ນເທິງໄດ້ຮັບຊາບ ແລະ ຊີ້ນຳຕໍ່ໄປ.

ອ່ານຕໍ່: https://svk.moes.edu.la/index.php/2024-09-25-02-27-06/9-7-2025

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ
📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)
👉 ເລື່ອນເບິ່ງຊ້າຍ-ຂວາພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດການສອບເສັງຈົບຊັ້ນ ມ.7 ລະບົບບຳລຸງ ສົກຮຽນ 2024-2025
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດການສອບເສັງຈົບຊັ້ນ ມ.7 ລະບົບບຳລຸງ ສົກຮຽນ 2024-2025