ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນແຂວງ ໄດ້ເດີນທາງໄປຮ່ວມພິທີໄຂສົກຮຽນໃໝ່ 2025-2026 ຢູ່ເມືອງເຊໂປນ.

ໃນວັນທີ 5 ກັນຍາ 2025 ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ເຊິ່ງປະກອບມີ ທ່ານ ປອ ພູລໍາພອນ ສີຫາວົງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພົງຄໍາຮັກ ພຸດທະວົງ ເລຂາຄະນະບໍລິຫານງານພັກເມືອງເຊໂປນ, ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການເງິນແຂວງ ແລະ ທ່ານ ນວນທອງ ພິລະວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ການລົງຄັ້ງນີ້ມີເປົ້າໝາຍເພື່ອຊຸກຍູ້ວຽກງານການສຶກສາ ແລະ ຫຼຸດຜ່ອນບັນຫາການປະລະການຮຽນໃນຂົງເຂດຈຸດສຸມ.
ທ່ານເຈົ້າແຂວງ ໄດ້ລົງຢ້ຽມຢາມໂຮງຮຽນ ແລະ ມອບເຄື່ອງຊ່ວຍເຫຼືອໃນ 3 ຈຸດສຸມຄື:
1. ຈຸດສຸມລາດຫໍ້: ໂຮງຮຽນປະຖົມ ແລະ ມັດທະຍົມລາດຫໍ້ ໄດ້ຮັບຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນຈຳນວນ 223 ຊຸດ/ຄົນ ຍິງ 101 ຊຸດ.
2. ຈຸດສຸມຜາບັງ: ໂຮງຮຽນປະຖົມກະດໍ ແລະ ມັດທະຍົມຕົ້ນຜາບັງ ໄດ້ຮັບຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນຈຳນວນ 184 ຊຸດ ຍິງ 101 ຊຸດ.
3. ກຸ່ມບ້ານຈຽງຕູບ: ໂຮງຮຽນປະຖົມສົບສະລູ+ຕະລົວະ ແລະ ມັດທະຍົມຕົ້ນຈຽງຕູບ ໄດ້ຮັບຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນຈຳນວນ 129 ຊຸດ ຍິງ 56 ຊຸດ.
ນອກຈາກນັ້ນ ທ່ານເຈົ້າແຂວງຍັງໄດ້ມອບງົບປະມານ 10 ລ້ານກີບ ເພື່ອຊຸກຍູ້ວຽກງານການສຶກສາ ແລະ ຕິດຕາມສະພາບອາຄານຮຽນຕົວຈິງ. ທ່ານເຈົ້າແຂວງໄດ້ເນັ້ນຍໍ້າໃຫ້ນັກຮຽນຕັ້ງໃຈຮຽນໃຫ້ຈົບຊັ້ນ ມ.4 ຫຼື ມ.7 ຢ່າງເດັດຂາດ ແລະ ໄດ້ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງເຂົ້າໃຈຄວາມສຳຄັນຂອງການສຶກສາ ເພື່ອໃຫ້ລູກຫຼານມີອະນາຄົດທີ່ດີ.
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກຳນົດເອົາ 30 ໂຮງຮຽນໃນ 14 ເມືອງ ແລະ 1 ນະຄອນ ເປັນຈຸດສຸມເພື່ອໃຫ້ການນຳຂັ້ນແຂວງລົງຮ່ວມພິທີ. ໃນນັ້ນ, ມີ 9 ເມືອງທີ່ເປັນເປົ້າໝາຍຕົ້ນຕໍຍ້ອນມີອັດຕາການປະລະການຮຽນສູງ ໄດ້ແກ່: ເມືອງເຊໂປນ, ເມືອງນອງ, ເມືອງພີນ, ເມືອງຊົນນະບູລີ, ເມືອງອຸທຸມພອນ, ເມືອງອາດສະພັງທອງ, ເມືອງພະລານໄຊ, ເມືອງວິລະບູລີ ແລະ ເມືອງທ່າປາງທອງ
ສະພາບລວມການກະກຽມໄຂສົກຮຽນໃໝ່ 2025-2026 ໄດ້ຄາດຄະເນຈຳນວນນັກຮຽນທັງໝົດ 161,970 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:
• ປະຖົມສຶກສາ: ລວມ 106,666 ຄົນ ຍິງ 46,853 ຄົນ.
• ມັດທະຍົມສຶກສາຕອນຕົ້ນ: ລວມ 42,265 ຄົນ ຍິງ 21,993 ຄົນ.
• ມັດທະຍົມສຶກສາຕອນປາຍ: ລວມ 13,039 ຄົນ ຍິງ 6,952 ຄົນ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ