ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ແລະ ສະຫຼຸບລາຍງານຄວາມຄືບໜ້າຂອງໂຄງກ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ແລະ ສະຫຼຸບລາຍງານຄວາມຄືບໜ້າຂອງໂຄງການສົ່ງເສີມໃຫ້ເດັກນ້ອ

🏛️ ການເຄື່ອນໄຫວ
📅 ວັນທີ: 25 ສິງຫາ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ແລະ ສະຫຼຸບລາຍງານຄວາມຄືບໜ້າຂອງໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ ໄລຍະທີ III (LEAPS III) ປະຈໍາໄຕມາດທີ 2.

=================

ໃນວັນທີ 22 ພຶດສະພາ 2025, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ. ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອປະເມີນຜົນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ແລະ ວາງແຜນສໍາລັບກິດຈະກໍາໃນຕໍ່ໜ້າ ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ໂລເບີດ ກຣີນ ຫົວໜ້າຝ່າຍງານໂຄງການ ອົງການ CRS ປະຈຳລາວ, ທ່ານ ປອ. ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອຳພອນ ຂາວເພຍຍສຸພົມ ຮອງຫົວໜ້າພະແນກ, ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ, ທ່ານ ນາງ ກອງມະນີ ວາດຕະນາ ຮອງຫົວໜ້າກົມການເງິນ, ບັນດາທ່ານຮອງເຈົ້າເມືອງຈາກ 7 ເມືອງເປົ້າໝາຍທີ່ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ພ້ອມດ້ວຍຜູ້ຕາງໜ້າຈາກສະພາປະຊາຊົນຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຕະຫຼອດຮອດພະນັກງານໂຄງການ ແລະ ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ສຸກສົມພອນ ອະໂນໄທ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມວ່າ:

"ໂຄງການ LEAPS III ໄດ້ສ້າງການປ່ຽນແປງທີ່ເຫັນໄດ້ຊັດໃນຊີວິດການສຶກສາ ແລະ ໂພຊະນາການຂອງເດັກນ້ອຍໃນເຂດຊົນນະບົດ. ຜົນສຳເລັດໃນມື້ນີ້ແມ່ນຜົນງານຈາກການຮ່ວມມືຂອງທຸກພາກສ່ວນ ທັງລັດຖະບານ, ອົງການຈັດຕັ້ງສາກົນ, ແລະ ຊຸມຊົນທ້ອງຖິ່ນ."

*ບົດສະຫຼຸບຜົນສຳເລັດຫຼັກຂອງໂຄງການໃນໄຕມາດທີ 2

- 44,758 ນັກຮຽນ ໃນ 302 ໂຮງຮຽນໄດ້ຮັບຜົນປະໂຫຍດຈາກໂຄງການອາຫານທ່ຽງ.

- 8,320,972 ຄາບອາຫານ ໄດ້ຖືກແຈກຢາຍ, ສົ່ງເສີມໂພຊະນາການແລະການຮຽນຮູ້.

- 87% ຂອງໂຮງຮຽນ ມີການນຳໃຊ້ຜົນຜະລິດຈາກສວນຄົວໂຮງຮຽນເຂົ້າໃນການປຸງແຕ່ງອາຫານ.

- ການຝຶກອົບຮົມ ໃຫ້ຄູ, ແມ່ຄົວ, ແລະ ຊຸມຊົນໃນ 6 ເມືອງເປົ້າໝາຍສຳເລັດຮອບດ້ານ.

*ບົດຮຽນແລະສິ່ງທ້າທາຍ

ກອງປະຊຸມໄດ້ສະຫຼຸບບົດຮຽນຈາກການຈັດຕັ້ງປະຕິບັດ, ເຊັ່ນ:

- ຄວາມສຳເລັດຂອງການຈັດກຸ່ມຮຽນຜ່ານການຫຼິ້ນໃນ 32 ບ້ານ, ຊຶ່ງເດັກ 539 ຄົນ (ຍິງ 298) ໄດ້ເຂົ້າຮຽນ.

- ການນຳໃຊ້ແອັບຄຸ້ມຄອງງົບປະມານອາຫານໃນໂຮງຮຽນທີ່ເມືອງພະລານໄຊໄດ້ຜົນດີ.

- ສິ່ງທ້າທາຍດ້ານການຂຶ້ນແຜນລາຍຮັບ-ລາຍຈ່າຍແລະການຄຸ້ມຄອງງົບປະມານ.

*ແຜນການໃນໄຕມາດທີ 3

ໂຄງການຈະສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຕ່າງໆ, ລວມທັງ:

- ການສ້າງໂຮງຮຽນຕົວແບບດ້ານສຸຂະອະນາໄມ.

- ການຂະຫຍາຍກິດຈະກຳກຸ່ມຮຽນຜ່ານການຫຼິ້ນໃຫ້ຄົບທັງ 6 ເມືອງ.

- ການສົ່ງເສີມການໃຊ້ເຕັກໂນໂລຊີໃນການຈັດການອາຫານທ່ຽງ.

ທ່ານ ໂລເບີດ ກຣີນ ຜູ້ຕາງໜ້າອົງການ CRS ກ່າວວ່າ:

"ພວກເຮົາພໍໃຈທີ່ໂຄງການສາມາດມອບໂອນວຽກງານອາຫານທ່ຽງໃຫ້ລັດຖະບານຄຸ້ມຄອງໄດ້ເຖິງ 5 ເມືອງ. ນີ້ແມ່ນບາດກ້າວສຳຄັນໃນການຮັບປະກັນຄວາມຍືນຍົງຂອງໂຄງການ."

ອ່ານຕໍ່: https://svk.moes.edu.la/index.php/2024-09-25-02-27-06/27-5-2025

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ