
ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍມີ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ຮອງ ສກຂ ແຂວງຄຳມ່ວນ ເຂົ້າຮ່ວມ ພ້ອມດ້ວຍ ທ່ານ ໂຈຊົວ ພູນ (Mr. Joshua Poon) ຜູ້ຕາງໜ້າອົງການບັນເທົາທຸກກາໂຕລິກ (CRS) ປະຈໍາ ສປປ ລາວ, ທ່ານ ນາງ ຄາເທຍ ຣີຊິໂອ (Ms. Katia Rizzo) ເລຂາ 2 ສະຖານທູດອົດສະຕາລີ ປະຈຳ ສປປ ລາວ, ທ່ານ ເຈັບຟີ ພິວແກຼມ (Mr. Jeffy Pilgram) ຕາງໜ້າໂຄງການ BEQUAL, ທ່ານ ວັດວິສາ ແກ້ວສາລີວົງ ຜູ້ອຳນວຍການໂຄງການ LEAPS III, ທ່ານ ສະມາຊິກສະພາແຫ່ງຊາດ, ກົມ-ພະແນກການທີ່ຖືກເຊີນ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຫ້ອງການກະສິກຳເມືອງເປົ້າໝາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໂຄງການຢ່າງຮອບດ້ານ ຈາກພາກສ່ວນຕ່າງໆ ຄື:
ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານພາບລວມຜົນສຳເລັດ ແລະ ການຊີ້ນຳ-ນຳພາ ຂອງໂຄງການໃນລະດັບແຂວງ.
ທ່ານ ຊົມເຊີຍ ທຳມະວົງ ຮອງຫົວໜ້າຫ້ອງການ ສກມ ອາດສະພອນ, ທ່ານ ແສງດາວອນ ສວນອຸໄທ ຮອງຫົວໜ້າຫ້ອງການ ສກມ ພະລານໄຊໄດ້ລາຍງານການຈັດຕັ້ງປະຕິບັດຕົວຈິງໃນລະດັບເມືອງ.
ທ່ານ ຄຳໃສ ອິນທະປັນຍາ ຕາງໜ້າຫ້ອງການກະສິກຳເມືອງເຊໂປນ ໄດ້ລາຍງານກ່ຽວກັບວຽກງານສົ່ງເສີມການຜະລິດກະສິກຳ ເພື່ອເປັນແຫຼ່ງສະບຽງອາຫານໃຫ້ແກ່ໂຮງຮຽນ.

ວາລະສຳຄັນຂອງກອງປະຊຸມ ແມ່ນການປຶກສາຫາລື ແລະ ປະກອບຄຳເຫັນຕໍ່ທິດທາງການຈັດຕັ້ງປະຕິບັດ ໂດຍ ທ່ານ ວັດວິສາ ແກ້ວສາລີວົງ ຜູ້ອຳນວຍການໂຄງການ LEAPS III ໄດ້ຂຶ້ນປະກອບຄຳເຫັນກ່ຽວກັບ ບົດຮຽນການບໍລິຫານຈັດການໂຄງການ ແລະ ແຜນການສືບຕໍ່ເພື່ອຄວາມຍືນຍົງ. ພ້ອມດຽວກັນນັ້ນ ທ່ານ ໂຈຊົວ ພູນ ຜູ້ຕາງໜ້າອົງການ CRS ກໍໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນກ່ອນການມອບໂອນ.
ຈາກນັ້ນ ກອງປະຊຸມໄດ້ເປີດກວ້າງໃຫ້ມີການແລກປ່ຽນບັນຫາ ໂດຍ ທ່ານ ສະມາຊິກສະພາແຫ່ງຊາດ ໄດ້ມີຄຳເຫັນເຈາະຈີ້ມ ແລະ ຍົກບັນຫາທີ່ພົບເຫັນຈາກການລົງຕິດຕາມຕົວຈິງ ເພື່ອໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂ ເຊັ່ນ: ບັນຫາຄວາມຊັດເຈນໃນການເຮັດບັນຊີລາຍຮັບ-ລາຍຈ່າຍຂອງໂຮງຮຽນ, ການຂາດເຂີນລະບົບພື້ນຖານໂຄງລ່າງ (ໄຟຟ້າ, ຫ້ອງນ້ຳ, ນ້ຳໃຊ້), ການຂາດເຂີນອຸປະກອນຮັບປະທານອາຫານ (ຖ້ວຍ, ບ່ວງ) ລວມໄປເຖິງບັນຫາທາງດ້ານເຕັກນິກການປູກຝັງທີ່ຍັງຈຳກັດ.

ໃນຕອນທ້າຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ໄດ້ມີຄຳເຫັນໂອ້ລົມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ທຸກພາກສ່ວນ ນຳເອົາບັນຫາທີ່ໄດ້ລາຍງານໃນກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເປັນແຜນວຽກລະອຽດ ເພື່ອແກ້ໄຂໃຫ້ທັນເວລາ ກຽມພ້ອມໃຫ້ແກ່ການມອບ-ໂອນໂຄງການໃຫ້ລັດຖະບານຄຸ້ມຄອງຢ່າງເຕັມສ່ວນ.