ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ

🏛️ ການເຄື່ອນໄຫວ
📅 ວັນທີ: 21 ມັງກອນ 2026

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ ເນັ້ນໜັກການປຸກລະດົມເຂົ້າຮຽນ ແລະ ແກ້ໄຂບັນຫາການສຶກສາຢ່າງຮອບດ້ານ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ຮູບປະກອບ 1

ໃນຕອນບ່າຍຂອງວັນທີ 21 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຂະແໜງການສຶກສາແຂວງສະຫວັນນະເຂດ.

ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າຂະແໜງການ, ຫົວໜ້າຫ້ອງການສຶກສານະຄອນ/ເມືອງ, ຜູ້ອຳນວຍການໂຮງຮຽນ, ພະນັກງານວິຊາການ ແລະ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ 2

ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ພາຍໃນແຂວງ. ໂດຍທ່ານໄດ້ຍົກໃຫ້ເຫັນຂໍ້ມູນພື້ນຖານໂຄງລ່າງ ແລະ ສະຖິຕິການສຶກສາ ໃນສົກຮຽນ 2024-2025 ຢ່າງລະອຽດ ດັ່ງນີ້:

  • ພາບລວມ: ທົ່ວແຂວງມີໂຮງຮຽນທັງໝົດ 1,924 ແຫ່ງ (ຫຼຸດລົງຈາກສົກຮຽນຜ່ານມາ 21 ແຫ່ງ ເນື່ອງຈາກການຈັດຕັ້ງປະຕິບັດການໂຮມໂຮງຮຽນ), ມີຫ້ອງຮຽນທັງໝົດ 6,632 ຫ້ອງ, ມີນັກຮຽນທົ່ວແຂວງທັງໝົດ 172,887 ຄົນ ຍິງ 86,749 ຄົນ.
  • ດ້ານບຸກຄະລາກອນ: ມີພະນັກງານລັດຖະກອນສຶກສາ-ກິລາທົ່ວເເຂວງ ຈຳນວນ 7,197 ຄົນ ຍິງ 4,412 ຄົນ, ໃນນັ້ນ ເປັນຄູສອນ 6,589 ຄົນ ຍິງ 4,094 ຄົນ ແລະ ມີຄູອາສາສະໝັກທີ່ໄດ້ຮັບອັດຕາຈ້າງ ຈຳນວນ 1,296 ຄົນ ຍິງ 937 ຄົນ. ເຖິງຢ່າງໃດກໍຕາມ ທົ່ວແຂວງຍັງມີຄວາມຕ້ອງການຄູເພີ່ມຕື່ມຈຳນວນ 1,852 ຄົນ.
ຮູບປະກອບ 3

ຫຼັງຈາກຮັບຟັງການລາຍງານ ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳທີ່ສຳຄັນ ໂດຍທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນບັນດາໜ້າວຽກຫຼັກ ຄື:

  • ວຽກງານສົ່ງເສີມການເຂົ້າຮຽນ: ໃຫ້ສຶກສາແຂວງ ແລະ ເມືອງ ເປັນເຈົ້າການປຸກລະດົມສັງຄົມ ແລະ ຜູ້ປົກຄອງ ສົ່ງລູກຫຼານເຂົ້າຮຽນ ຫຼຸດຜ່ອນອັດຕາການປະລະ ແລະ ສືບຕໍ່ຈັດຕັ້ງປະຕິບັດ "ໂຄງການນຳນ້ອງກັບສູ່ໂຮງຮຽນ" ຢ່າງແຂງແຮງ.
  • ການຍົກລະດັບຄຸນນະພາບ: ເນັ້ນໃສ່ການສິດສອນພາສາລາວ ແລະ ຄະນິດສາດ ສຳລັບເຂດຫ່າງໄກສອກຫຼີກ ແລະ ຊົນເຜົ່າ ໃຫ້ມີຄຸນນະພາບ, ນຳໃຊ້ຫຼັກສູດການຝຶກເວົ້າຂອງ ສວສ ແລະ ແກ້ໄຂບັນຫາຫ້ອງຄວບຢ່າງຈິງຈັງ.
  • ການຫັນເປັນດິຈິຕອນ: ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກໃຫ້ "ລົບລ້າງຄວາມກືກ ICT" ຂອງຄູ-ອາຈານ, ສົ່ງເສີມການນຳໃຊ້ AI ແລະ ຖານຂໍ້ມູນ (Database) ເຂົ້າໃນການບໍລິຫານ ແລະ ການສອນ ເພື່ອເຊື່ອມໂຍງຂໍ້ມູນກັບສູນສະຖິຕິແຫ່ງຊາດ.
  • ບັນຫາສັງຄົມ: ໃຫ້ເອົາໃຈໃສ່ປ້ອງກັນບັນຫາຢາເສບຕິດ ແລະ ໄພຈາກການຕິດໂທລະສັບ/Social Media ທີ່ກໍ່ໃຫ້ເກີດ "ພະຍາດອໍທິດຕິກທຽມ" ໃນໄວໜຸ່ມ.
ຮູບປະກອບ 4

ໃນຕອນທ້າຍຂອງພິທີ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ກ່າວຮັບເອົາຄຳໂອ້ລົມ ແລະ ທິດຊີ້ນຳອັນມີຄ່າຂອງທ່ານຮອງລັດຖະມົນຕີ ໂດຍທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

ໃນໂອກາດນີ້ ຄະນະຜູ້ແທນຂັ້ນສູງ ຍັງໄດ້ມອບເຄື່ອງຄອມພິວເຕີ ຈຳນວນ 5 ຊຸດ ແລະ ອຸປະກອນກິລາ ຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນວຽກງານການຮຽນ-ການສອນ.

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ