
ໃນເບື້ອງຕົ້ນ ທ່ານ ນາງ ຈັນທະລາ ລາດບຸນເຮືອງ ຜູ້ອຳນວຍການໂຮງຮຽນ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມ ເຊິ່ງໂຮງຮຽນດັ່ງກ່າວແມ່ນໂຮງຮຽນປະຖົມ ທີ່ຍັງມີສິ່ງທ້າທາຍບາງດ້ານໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໂດຍສະເພາະແມ່ນການຂາດແຄນບາງສ່ວນ ເຮັດໃຫ້ມີບາງຫ້ອງຮຽນຍັງຕ້ອງໄດ້ຈັດເປັນ ຫ້ອງຮຽນຄວບ.
ຈາກນັ້ນ ທ່ານ ວິໄລສອນ ພົມມະລາດ ໄດ້ຂຶ້ນໂອ້ລົມ ແລະ ເນັ້ນໜັກໃຫ້ພໍ່ແມ່ຜູ້ປົກຄອງ ເອົາໃຈໃສ່ຊຸກຍູ້ລູກຫຼານໃຫ້ໄດ້ເຂົ້າໂຮງຮຽນເພື່ອໃຫ້ຮູ້ໜັງສື ໂດຍຊຸກຍູ້ໃຫ້ເດັກນ້ອຍທຸກຄົນໄດ້ຮັບການສຶກສາຢ່າງຕໍ່ເນື່ອງ ນັບຕັ້ງແຕ່ຊັ້ນປະຖົມ, ມັດທະຍົມ ແລະ ກ້າວໄປເຖິງການສຶກສາຕໍ່ໃນສາຍຄູ ຫຼື ສາຍວິຊາຊີບຕ່າງໆໃນອະນາຄົດ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ກໍລະກັນ ໄຊຍະລິນ ກໍໄດ້ໃຫ້ກຽດໂອ້ລົມ ໂດຍຮຽກຮ້ອງໃຫ້ທຸກພາກສ່ວນໃນຊຸມຊົນ ຮ່ວມມືກັນແກ້ໄຂປະກົດການຫຍໍ້ທໍ້ ແລະ ຫຼຸດຜ່ອນອັດຕາການປະລະການຮຽນໃຫ້ຫຼຸດລົງ. ທ່ານຍັງໄດ້ເນັ້ນຢ້ຳໃຫ້ນັກຮຽນທຸກຄົນ ເອົາໃຈໃສ່ພັດທະນາຕົນເອງ ເຊິ່ງນອກຈາກການນຳໃຊ້ພາສາຊົນເຜົ່າ (ພາສາບຣູ) ແລ້ວ ຕ້ອງພະຍາຍາມຮຽນຮູ້ພາສາລາວໃຫ້ສາມາດອ່ານໄດ້ ແລະ ຂຽນໄດ້ຢ່າງຄ່ອງແຄ້ວ.
ພ້ອມດຽວກັນນັ້ນ ທ່ານຍັງໄດ້ຕາງໜ້າຂະແໜງການສຶກສາ ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ໂຄງການສຸພານິມິດ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ພ້ອມທັງຊຸກຍູ້ໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ, ພໍ່ແມ່ປະຊາຊົນ ແລະ ຄູອາຈານ ກຽມພ້ອມຮ່ວມກັນປົກປັກຮັກສາ ຄຸ້ມຄອງອາຄານສະຖານທີ່ ໂດຍສະເພາະແມ່ນ ອາຄານຮຽນຊັ້ນກ່ອນໄວຮຽນ ທີ່ທາງໂຄງການ ກຳລັງດຳເນີນການກໍ່ສ້າງໃນປັດຈຸບັນ ເພື່ອໃຫ້ສາມາດນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດພາຍຫຼັງທີ່ສ້າງສຳເລັດ.

ໃນຕອນທ້າຍ ຄະນະນຳພ້ອມດ້ວຍແຂກທີ່ເຂົ້າຮ່ວມທຸກທ່ານ ກໍໄດ້ຮ່ວມກັນລົງຢ້ຽມຢາມຊົມການຈັດຕັ້ງປະຕິບັດການຮຽນ-ການສອນຕົວຈິງພາຍໃນຫ້ອງຮຽນ ເພື່ອຕິດຕາມສະພາບການຮຽນໃນຮູບແບບຫ້ອງຮຽນຄວບ ພ້ອມທັງໄດ້ພົບປະໂອ້ລົມ, ຖາມໄຖ່ ແລະ ໃຫ້ກຳລັງໃຈແກ່ຄູອາຈານ ຕະຫຼອດຮອດນ້ອງນັກຮຽນ ໃຫ້ມີຄວາມຫ້າວຫັນໃນການສິດສອນ ແລະ ສຶກສາຮ່ຳຮຽນຕື່ມອີກ. ນອກຈາກນີ້ ທາງຄະນະຍັງໄດ້ລົງຕິດຕາມເບິ່ງຄວາມຄືບໜ້າຂອງການກໍ່ສ້າງອາຄານຮຽນຊັ້ນກ່ອນໄວຮຽນ ເຊິ່ງເປັນອີກໜຶ່ງວຽກງານສຳຄັນໃນການພັດທະນາການສຶກສາພາຍໃນບ້ານໜອງເບັນ ເມືອງຊົນນະບູລີ.
