🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice

ຂໍນຳສະເໜີຂໍ້ມູນຜູ້ສະໝັກຈາກຂະແໜງການສຶກສາ ແລະ ກິລາ:
👤 ທ່ານ ປອ ສຸກສົມພອນ ອະໂနໄທ (ໝາຍເລກ 1)
ຕຳແໜ່ງປະຈຸບັນ: (ເບື້ອງພັກ) ກຳມະການພັກແຂວງ, ເລຂາພັກຮາກຖານ (ເບື້ອງລັດ) ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.
ວຸດທິການສຶກສາ: ຈົບການສຶກສາລະດັບ ປະລິນຍາເອກ (PhD) ສາຂາ ວິໄຈຫຼັກສູດ ແລະ ການສອນ.
ປະສົບການພົ້ນເດັ່ນ:
- 🟢 ເປັນນັກວິຊາການ ແລະ ຜູ້ບໍລິຫານການສຶກສາ ທີ່ມີວິໄສທັດກວ້າງໄກ.
- 🟢 ເຄີຍດຳລົງຕຳແໜ່ງເປັນ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ (2013-2022).
- 🟢 ມີປະສົບການໃນການບໍລິຫານມະຫາພາກ ທັງໃນລະດັບອຸດົມສຶກສາ ແລະ ການສຶກສາຂັ້ນພື້ນຖານ.
ຂໍເຊີນຊວນທຸກທ່ານ ຮ່ວມກັນໃຊ້ສິດຂອງຕົນ ເພື່ອການພັດທະນາການສຶກສາ ແລະ ສັງຄົມ.
🗳 ເຂດເລືອກຕັ້ງເມືອງອາດສະພັງທອງ - ຢ່າລືມເບິ່ງ ໝາຍເລກ 1