ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍພະແນກ ສກຂ ຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສ

ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍພະແນກ ສກຂ ຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້ ເມືອງໄຊພູທອງ

🏛️ ການເຄື່ອນໄຫວ
📅 ວັນທີ: 2 ກັນຍາ 2026

ໃນວັນທີ 2 ກັນຍາ 2026 ທີ່ຜ່ານມາ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ໂລຮິດ ບັບບາ (Mr. Rohit Babbar) ເລຂານຸການສະຖານທູດອິນເດຍ ປະຈໍາ ສປປ ລາວ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງເມືອງໄ...

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້

ໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ກ່າວຕໍ່ພິທີວ່າ: ດັ່ງທີ່ເຮົາຮູ້ກັນດີວ່າ ໂຄງການເຫັນຜົນໄວ (QIP) ແມ່ນຂໍ້ລິເລີ່ມອັນດີງາມຂອງລັດຖະບານອິນເດຍ ເພື່ອສະໜັບສະໜູນການພັດທະນາຢູ່ຂັ້ນທ້ອງຖິ່ນໃນບັນດາປະເທດຄູ່ຮ່ວມພັດທະນາ, ເຊິ່ງສະແດງໃຫ້ເຫັນເຖິງການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນ ອິນເດຍ-ລາວ, ລາວ-ອິນເດຍ ຕາມສັນຍາທີ່ໄດ້ລົງນາມໃນປີ 2015 ແລະ ໄດ້ຕໍ່ອາຍຸໃນປີ 2020. ມາຮອດປັດຈຸບັນ ພວກເຮົາໄດ້ເຫັນຜົນງານອັນຊັດເຈນຢູ່ຕໍ່ໜ້າແລ້ວ.

ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້

ການກໍ່ສ້າງໂຮງຮຽນຫຼັງນີ້ ບໍ່ພຽງແຕ່ເປັນການສ້າງຕຶກອາຄານເທົ່ານັ້ນ ຫາກຍັງເປັນການສ້າງອະນາຄົດໃຫ້ແກ່ລູກຫຼານຂອງພວກເຮົານຳອີກ. ມັນເປັນການລົງທຶນທີ່ສຳຄັນເຂົ້າໃນຂະແໜງການສຶກສາ ເຊິ່ງຖືເປັນຮາກຖານອັນແຂງແກ່ນຂອງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ຂອງປະເທດຊາດ. ການມີໂຮງຮຽນທີ່ສວຍງາມ, ສະອາດ, ແຂງແຮງ ແລະ ປອດໄພ ຈະຊ່ວຍຍົກລະດັບຄຸນນະພາບການສຶກສາ ແລະ ສ້າງແຮງຈູງໃຈໃຫ້ນັກຮຽນມີຄວາມຕ້ອງການຢາກເຂົ້າມາຮຽນຫຼາຍຂຶ້ນ.

ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້

ທັງນີ້, ລັດຖະບານ ແລະ ປະຊາຊົນອິນເດຍ ໄດ້ໃຫ້ທຶນຮອນຊ່ວຍເຫຼືອລ້າໃນການກໍ່ສ້າງໂຮງຮຽນແຫ່ງນີ້ໃນມູນຄ່າ 50.000 ໂດລາສະຫະລັດ ຜ່ານສະຖານທູດອິນເດຍ ປະຈຳ ສປປ ລາວ. ພ້ອມດຽວກັນນັ້ນ, ອຳນາດການປົກຄອງແຂວງສະຫວັນນະເຂດ ໂດຍສະເພາະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ປະສານງານ ແລະ ຊີ້ນຳການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິພາບ ເພື່ອໃຫ້ສາມາດນຳໃຊ້ໄດ້ຍາວນານ, ຄົງທົນຖາວອນ ແລະ ເກີດປະໂຫຍດສູງສຸດຕໍ່ອະນາຄົດຂອງນ້ອງນັກຮຽນພາຍໃນບ້ານສີສະຫວ່າງໃຕ້ ແລະ ບ້ານໃກ້ຄຽງ.

ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້

📸 ປະມວນຮູບພາບເພີ່ມເຕີມ (5 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ