
ການລົງເຄື່ອນໄຫວໃນຄັ້ງນີ້ ຈຸດທຳອິດ ທ່ານຫົວໜ້າພະແນກ ໄດ້ລົງຢ້ຽມຢາມ ມສ ອຸທຸມພອນ ເຊິ່ງໃນນາມທີ່ທ່ານເຄີຍເປັນສິດເກົ່າຂອງໂຮງຮຽນແຫ່ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະພາບແວດລ້ອມຂອງໂຮງຮຽນທີ່ມີຄວາມສະອາດຈົບງາມ. ໃນໂອກາດນີ້ ທ່ານໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມ ໂດຍເນັ້ນໜັກໃຫ້ຄູ-ອາຈານ ແລະ ຜູ້ບໍລິຫານໂຮງຮຽນ ເອົາໃຈໃສ່ໃນຫຼາຍບັນຫາສຳຄັນ ເພື່ອຍົກລະດັບໃຫ້ກາຍເປັນໂຮງຮຽນຕົວແບບ ໂດຍສະເພາະແມ່ນ:
- ວຽກງານວິຊາສະເພາະ: ໃຫ້ຄູເອົາໃຈໃສ່ເລື່ອງການສິດສອນ, ມີການທວນຄືນບົດຮຽນເກົ່າກ່ອນເລີ່ມສອນໃໝ່, ນຳໃຊ້ເຕັກນິກການສອນທີ່ຫຼາກຫຼາຍ ເເຊ່ນ: ການບັນລະຍາຍ ແລະ ການຈັດກຸ່ມ. ຕ້ອງມີການປະເມີນນັກຮຽນຢ່າງຕໍ່ເນື່ອງ ໃຫ້ວຽກບ້ານເພື່ອກະຕຸ້ນການຮຽນ ແລະ ການກວດກາຄະແນນສອບເສັງ ຄວນມີຄຳຕິຊົມ ຫຼື ແນະນຳຂຽນໃສ່ໃນໃບສອບເສັງ ເພື່ອໃຫ້ນັກຮຽນຮູ້ຈຸດທີ່ຄວນປັບປຸງ.
- ການຄຸ້ມຄອງ ແລະ ຕິດຕາມ: ຝາກໃຫ້ ຫ້ອງການສຶກສາເມືອງ ແລະ ຜູ້ອຳນວຍການໂຮງຮຽນ ເພີ່ມທະວີຄວາມເອົາໃຈໃສ່, ມີຄວາມເສຍສະຫຼະ, ລົງຕິດຕາມການສອນຕົວຈິງ ແລະ ກວດກາລະບຽບວິໄນຂອງນັກຮຽນຢ່າງໃກ້ຊິດ ເຊັ່ນ: ການໄປ-ມາ, ການນຸ່ງຖື, ການຂາດຮຽນ ແລະ ການຈົດກ່າຍບົດຮຽນ.
- ການສຶກສາອົບຮົມແນວຄິດ: ໃຫ້ສືບຕໍ່ໂອ້ລົມເລື່ອງຄຸນລັກສະນະສຶກສາ, ປູກຈິດສຳນຶກຄວາມຮັກຊາດ, ຮັກການຮຽນ ແລະ ສ້າງບັນຍາກາດໃນການຮຽນໃຫ້ມ່ວນຊື່ນ ຜ່ານກິດຈະກຳສິນລະປະ, ການຮ້ອງເພງ ຫຼື ກິດຈະກຳຜ່ອນຄາຍອື່ນໆ.
- ສະພາບແວດລ້ອມ: ໃຫ້ກວດກາເບິ່ງບັນດາຄຳຂວັນ ແລະ ປ້າຍຕ່າງໆໃນຫ້ອງຮຽນ ຖ້າເກົ່າແກ່ເສຍຫາຍ ໃຫ້ປ່ຽນແປງໃໝ່ໃຫ້ຈົບງາມ.

ພ້ອມດຽວກັນນີ້ ທ່ານຍັງໄດ້ນຳເອົາ ອຸປະກອນກິລາ ຈຳນວນໜຶ່ງ ມາມອບໃຫ້ແກ່ທາງໂຮງຮຽນ ເພື່ອສົ່ງເສີມໃຫ້ນ້ອງນັກຮຽນໄດ້ຫຼິ້ນກິລາ ແລະ ອອກກຳລັງກາຍ.
ຕໍ່ມາ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ສືບຕໍ່ລົງຢ້ຽມຢາມ ມຕ ກີບມ້າ ໂດຍໄດ້ຮັບຟັງການລາຍງານສະພາບລວມຈາກ ທ່ານ ອາຈານ ອິນຕອງ ສຸລິວົງ ຜູ້ອຳນວຍການໂຮງຮຽນ. ໃນໂອກາດນີ້ ທ່ານຫົວໜ້າພະແນກ ໄດ້ຍ້ອງຍໍຊົມເຊີຍຄວາມເປັນລະບຽບຮຽບຮ້ອຍຂອງໂຮງຮຽນ ແລະ ໄດ້ໃຫ້ໂອວາດແນະນຳ ເຊັ່ນດຽວກັນກັບ ມສ ອຸທຸມພອນ ໂດຍເນັ້ນໜັກຕື່ມໃນບາງດ້ານ ຄື:
- ໃຫ້ຜູ້ອຳນວຍການເອົາໃຈໃສ່ຕິດຕາມການຮຽນ-ການສອນ ຢ່າງໃກ້ຊິດ.
- ເອົາໃຈໃສ່ຝຶກແອບນັກຮຽນໃນການຂີດຂຽນ, ການຮັກສາປຶ້ມ (ຫໍ່ປຶ້ມ) ໃຫ້ສະອາດງາມຕາ.
- ສຸມໃສ່ຈັດຕັ້ງປະຕິບັດ 5 ຫຼັກມູນການສຶກສາ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້ ທ່ານຫົວໜ້າພະແນກ ໄດ້ມອບເຄື່ອງຄອມພິວເຕີ ຈຳນວນ 1 ຊຸດ ໃຫ້ແກ່ທາງໂຮງຮຽນ ເພື່ອຮັບໃຊ້ເຂົ້າໃນວຽກງານບໍລິຫານ ແລະ ການຮຽນ-ການສອນ.

ການລົງເຄື່ອນໄຫວໃນຄັ້ງນີ້ ຖືເປັນການລົງໃກ້ຊິດຕິດແທດກັບຮາກຖານການສຶກສາ ເພື່ອຊຸກຍູ້ ແລະ ປັບປຸງຄຸນນະພາບການສຶກສາຂອງແຂວງສະຫວັນນະເຂດ ໃຫ້ດີຂຶ້ນເປັນກ້າວໆ.