
ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໂດຍມີຄະນະຫ້ອງການສຶກສາທິການແລະກິລາເມືອງຊົນນະບູລີ, ຕາງໜ້າຈາກຂະແໜງພັດທະນາຄູ, ຄະນະຮັບຜິດຊອບ ພ້ອມດ້ວຍບັນດາຄູສອນຊັ້ນ ປ.1 ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະໃຫ້ແກ່ຄູສອນ ໃນການນຳໃຊ້ປຶ້ມຄູ່ມືວິທີການສອນແບບໃໝ່ເຂົ້າໃນການສິດສອນຕົວຈິງ ໂດຍສະເພາະແມ່ນວິຊາຄະນິດສາດ ແລະ ພາສາລາວ ເຊິ່ງເປັນວິຊາພື້ນຖານທີ່ສຳຄັນທີ່ສຸດສຳລັບການເລີ່ມຕົ້ນຂອງນັກຮຽນຊັ້ນ ປ.1 ເພື່ອຮັບປະກັນໃຫ້ການຮຽນ-ການສອນ ມີຄວາມເປັນເອກະພາບ, ມີຄຸນນະພາບ ແລະ ໄດ້ຮັບປະສິດທິຜົນສູງຂຶ້ນ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດແກ່ຜູ້ເຂົ້າຮ່ວມ ໂດຍທ່ານໄດ້ປັບປ່ຽນເນື້ອໃນການໂອ້ລົມໃຫ້ແທດເໝາະກັບສະພາບການໃໝ່ ແລະ ເນັ້ນໜັກບາງຕອນສຳຄັນວ່າ:
"ການນຳໃຊ້ປຶ້ມຄູ່ມືວິທີການສອນແບບໃໝ່ນີ້ ແມ່ນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາ ໂດຍສະເພາະວິຊາພາສາລາວ ແລະ ຄະນິດສາດ ຊັ້ນ ປ.1 ເຊິ່ງເປັນກະແຈດອກທຳອິດໃນການເປີດປະຕູສູ່ການຮຽນຮູ້ຂອງນັກຮຽນ. ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາຄູສອນທຸກທ່ານ ຈົ່ງກຳແໜ້ນເອົາເນື້ອໃນບົດຮຽນ ແລະ ວິທີການແນະນຳຕ່າງໆໃນຊຸດຝຶກອົບຮົມຄັ້ງນີ້ ເພື່ອນຳໄປປັບໃຊ້ເຂົ້າໃນການສິດສອນຕົວຈິງໃຫ້ແທດເໝາະກັບສະພາບຂອງນັກຮຽນແຕ່ລະທ້ອງຖິ່ນ. ພ້ອມກັນນັ້ນ ຕ້ອງໄດ້ເອົາໃຈໃສ່ຕິດຕາມພັດທະນາການຂອງນັກຮຽນຢ່າງໃກ້ຊິດ ເພື່ອຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເປັນຢ່າງມີປະສິດທິພາບ, ສ້າງພື້ນຖານອັນແຂງແກ່ນໃຫ້ແກ່ການສຶກສາໃນຊັ້ນຮຽນຕໍ່ໄປ."

ພາຍຫຼັງສຳເລັດການກ່າວເປີດກອງປະຊຸມ ທ່ານ ປອ ສຸກສົມພອນ ອະໂນໄທ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມການຝຶກອົບຮົມຕົວຈິງຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈຄູ-ອາຈານທີ່ເຂົ້າຮ່ວມການຝຶກອົບຮົມ ໃຫ້ຕັ້ງໜ້າເອົາໃຈໃສ່ເກັບກ່ຽວເອົາບົດຮຽນ ເພື່ອນຳໄປຍົກລະດັບຄຸນນະພາບການສຶກສາພາຍໃນເມືອງຊົນນະບູລີ ໃຫ້ນັບມື້ດີຂຶ້ນ.

✍️ ພາບ/ເນື້ອໃນ: ທ່ານ ມານະຈິດ ວໍລະສຸກ