ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດລົງຊຸກຍູ້ການຮຽນ-ການສອນ ຢູ່ ໂຮງຮຽນມັດທະຍົມສົມບູນ ໜອງບົວທ

ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດລົງຊຸກຍູ້ການຮຽນ-ການສອນ ຢູ່ ໂຮງຮຽນມັດທະຍົມສົມບູນ ໜອງບົວທ່າ ເມືອງສອງຄອນ.

🏛️ ການເຄື່ອນໄຫວ
📅 ວັນທີ: 18 ກຸມພາ 2026

ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດລົງຊຸກຍູ້ການຮຽນ-ການສອນ ຢູ່ ໂຮງຮຽນມັດທະຍົມສົມບູນ ໜອງບົວທ່າ ເມືອງສອງຄອນ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດລົງຊຸກຍູ້ການຮຽນ-ການສອນ

ໃນວັນທີ 18 ກຸມພາ 2026 ຜ່ານມານີ້ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມການຮຽນ-ການສອນ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ໜອງບົວທ່າ ເມືອງສອງຄອນ.

ການລົງເຄື່ອນໄຫວຄັ້ງນີ້ ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງເມືອງ ນຳໂດຍ ທ່ານ ພູວາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສອງຄອນ ພ້ອມດ້ວຍ ທ່ານ ກິແກ້ວ ສາຍເສລີ ຜູ້ອຳນວຍການໂຮງຮຽນ ມສ ໜອງບົວທ່າ ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນທົ່ວໂຮງຮຽນ.

ບັນຍາກາດການລົງເຄື່ອນໄຫວຊຸກຍູ້

ໃນໂອກາດດັ່ງກ່າວ ທ່ານ ປອ ສຸກສົມພອນ ອະໂນໄທ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບການຮຽນ-ການສອນຕົວຈິງພາຍໃນຫ້ອງຮຽນ ເພື່ອເກັບກຳຂໍ້ມູນ ແລະ ປະເມີນຄຸນນະພາບການສຶກສາຢ່າງໃກ້ຊິດ. ພ້ອມກັນນັ້ນ ຍັງໄດ້ພົບປະໂອ້ລົມກັບບັນດາຄູ-ອາຈານ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດຫຼັກສູດ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ພ້ອມທັງຊຸກຍູ້ໃຫ້ກຳລັງໃຈແກ່ພະນັກງານຄູ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ອັນມີກຽດສະຫງ່ານີ້.

ການພົບປະໂອ້ລົມກັບຄູ-ອາຈານ ແລະ ນັກຮຽນ

ນອກຈາກນີ້ ທ່ານຍັງໄດ້ພົບປະໂອ້ລົມກັບນ້ອງນັກຮຽນ ໂດຍໄດ້ເນັ້ນໜັກໃຫ້ທຸກຄົນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ ປະຕິບັດກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ ເພື່ອກາຍເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນສິດທີ່ດີຂອງຄູ-ອາຈານ.

ການຕິດຕາມສະພາບການຮຽນ-ການສອນຕົວຈິງ

ການລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາໃນຄັ້ງນີ້ ເພື່ອເປັນການຕິດຕາມ-ຊຸກຍູ້ ບັນລູກຫຼານນັກຮຽນທຸກຄົນ ທີ່ໃນອະນາຄົດຈະກາຍເປັນໜໍ່ແໜງທີ່ເຂັ້ມແຂງຂອງພັກ-ລັດ ເພື່ອສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງກ້າວໜ້າຢ່າງບໍ່ຢຸດຢັ້ງ.

🎓 ທຶນການສຶກສາ & ທຶນຝຶກອົບຮົມ