
ໃນພິທີ ທ່ານຮອງເລຂາພັກແຂວງ ໄດ້ນຳເອົາອຸປະກອນກິລາ ແລະ ອຸປະກອນການຮຽນ ເປັນຕົ້ນແມ່ນ: ຖົງປຶ້ມ ເກີບ ແລະ ຊຸດນັກຮຽນ ໄປມອບໃຫ້ທັງສອງໂຮງຮຽນ ເຊິ່ງມີນັກຮຽນໄດ້ຮັບການຊ່ວຍເຫຼືອທັງໝົດ 304 ຄົນ ຍິງ 156 ຄົນ. ໃນນັ້ນ ໂຮງຮຽນ ມ.ຕ ແກ້ງລີ້ນ ມີນັກຮຽນທັງໝົດ 104 ຄົນ ຍິງ 57 ຄົນ (ໃນນີ້ມີນັກຮຽນກິນນອນ 95 ຄົນ ຍິງ 45 ຄົນ) ແລະ ໂຮງຮຽນ ມ.ຕ ຊວງ ປະກອບມີນັກຮຽນຊັ້ນມັດທະຍົມ 128 ຄົນ ຍິງ 55 ຄົນ ແລະ ນັກຮຽນຊັ້ນປະຖົມ 72 ຄົນ ຍິງ 44 ຄົນ.

ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເເຊັ່ນ: ເຂດເສດຖະກິດພິເສດສະຫວັນ-ເຊໂນ ມອບເງິນ 5.000.000 ກີບ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ມອບເງິນ 4.200.000 ກີບ, ບໍລິສັດ ຫອມມາລາ ແກ້ວອ່ອນຕາ ມອບເຂົ້າສານ 1 ໂຕນ ມູນຄ່າ 17.500.000 ກີບ ພ້ອມດ້ວຍດອກໄຟ 50 ດອກ ໃຫ້ ມ.ຕ ແກ້ງລີ້ນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມອບເກີບ 50 ຄູ່ ມູນຄ່າ 10.000.000 ກີບ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ມອບເຂົ້າສານ 800 ກິໂລ ພ້ອມຊຸດເຄື່ອງຄົວ ລວມມູນຄ່າ 14 ລ້ານກວ່າກີບ. ໂອກາດດຽວກັນນີ້ ຍັງໄດ້ມີການມອບໃບຍ້ອງຍໍສັນລະເສີນໃຫ້ແກ່ບຸກຄົນ ແລະ ພາກສ່ວນທຸລະກິດ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານອັນລວມຂອງຊາດອີກດ້ວຍ.

ໂອກາດດັ່ງກ່າວ ທ່ານ ວາລິຍະ ສີຈັນທອງທິບ ຍັງໄດ້ພົບປະໂອ້ລົມກັບອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງ ເພື່ອປຶກສາຫາລືກ່ຽວກັບບັນຫາການປະລະການຮຽນຂອງເດັກໃນສົກປີຜ່ານມາ. ຜ່ານການສອບຖາມພົບວ່າ ສາເຫດຫຼັກແມ່ນມາຈາກຄວາມທຸກຍາກ ຄອບຄົວຂາດເຂີນທຶນຮອນສຳລັບຄ່າອຸປະກອນການຮຽນ ເຄື່ອງນຸ່ງ ແລະ ຄ່າເດີນທາງ, ບາງຄອບຄົວຂາດແຮງງານຈຶ່ງຈຳເປັນຕ້ອງໃຫ້ເດັກອອກໂຮງຮຽນເພື່ອໄປຊ່ວຍວຽກຄອບຄົວ ປະກອບກັບໄລຍະທາງໄປໂຮງຮຽນທີ່ຫ່າງໄກເຊິ່ງສ້າງຄວາມຫຍຸ້ງຍາກຫຼາຍໃນລະດູຝົນ.

ຕໍ່ກັບສະພາບຄວາມເປັນຈິງດັ່ງກ່າວ ທ່ານຮອງເລຂາພັກແຂວງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ທາງຂັ້ນເທິງຈະສືບຕໍ່ຕອບສະໜອງອຸປະກອນການຮຽນ ແລະ ຊຸດເຄື່ອງແບບນັກຮຽນໃຫ້ຕະຫຼອດໄລຍະການສຶກສາ ພ້ອມທັງຈະຊ່ວຍເຫຼືອສະໜອງເຂົ້າກິນໃຫ້ແກ່ໂຮງຮຽນກິນນອນທັງສອງແຫ່ງຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ ທ່ານຍັງໄດ້ມອບໝາຍໃຫ້ອຳນາດການປົກຄອງເມືອງ ແລະ ຄະນະໂຮງຮຽນ ເອົາໃຈໃສ່ຕິດຕາມຊຸກຍູ້ຢ່າງໃກ້ຊິດ ເພື່ອໃຫ້ນັກຮຽນກັບຄືນມາເຂົ້າຫ້ອງຮຽນຢ່າງເປັນປົກກະຕິ.