
=================

ເພື່ອຊຸກຍູ້ການສຶກສາໃນເຂດທຸລະກັນດານ ແລະ ກະກຽມຄວາມພ້ອມໃຫ້ແກ່ສົກຮຽນໃໝ່ 2026-2027. ໃນວັນທີ 02 ກັນຍາ 2026 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໄດ້ມີພິທີຮັບມອບທຶນ ແລະ ອຸປະກອນການສຶກສາ ມູນຄ່າ 680 ລ້ານກີບ ຈາກກຸ່ມນັກທຸລະກິດ ເພື່ອແນໃສ່ສະໜັບສະໜູນໂຮງຮຽນກິນນອນ ຢູ່ເມືອງນອງ ແລະ ເມືອງເຊໂປນ.

.
ໃຫ້ກຽດຕາງໜ້າຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໂດຍມີ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າ ສກຂ ແລະ ພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພະຍານ.
.
ຕາງໜ້າກຸ່ມຜູ້ປະກອບການມອບໂດຍ ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ພ້ອມດ້ວຍຄະນະ ເຊິ່ງການລະດົມທຶນຄັ້ງນີ້ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນຄື: ບໍລິສັດຂົນສົ່ງສາກົນຈຳກັດ, ບໍລິສັດຊັນເປເປີ້ ໂຮນດິ້ງລາວ ຈຳກັດ, ບໍລິສັດ ທະວີສັກ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ບໍລິສັດເອັນທີພີ ການຄ້ານ້ຳມັນເຊື້ອໄຟລາວຈຳກັດ, ບໍລິສັດ ທີແອວທີ ບໍ່ແຮ່ ຈຳກັດ, ບໍລິສັດ ແດນສະຫວັນ ໄອຊີີ ຈຳກັດ ແລະ ບໍລິສັດເທບສິນໄຊກໍ່ສ້າງ ເຄຫະສະຖານ ຈຳກັດຜູ້ດຽວ.
.
ໂອກາດດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນ້ຳໃຈເອື້ອເຟື້ອເພື່ອແຜ່ຂອງບັນດາບໍລິສັດ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານພັດທະນາຊັບພະຍາກອນມະນຸດ. ການມອບອຸປະກອນດັ່ງກ່າວ ບໍ່ພຽງແຕ່ຊ່ວຍອຳນວຍຄວາມສະດວກດ້ານການຮຽນ-ການສອນ ແຕ່ຍັງເປັນການສ້າງແຮງບັນດານໃຈໃຫ້ນັກຮຽນໃນເຂດຊາຍແດນມີເງື່ອນໄຂທີ່ດີຂຶ້ນ. ພ້ອມກັນນັ້ນ ຍັງໄດ້ມອບໝາຍໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເປັນເຈົ້າການນຳເອົາການຊ່ວຍເຫຼືອທັງໝົດໄປແຈກຢາຍເຖິງມືນັກຮຽນຢູ່ໂຮງຮຽນເປົ້າໝາຍໃຫ້ສຳເລັດເພື່ອໃຫ້ທ່ວງທັນກັບການເປີດສົກຮຽນໃໝ່ຢ່າງເປັນທາງການ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ