
ອຸປະກອນດັ່ງກ່າວ ແມ່ນໄດ້ຮັບການອຸປະຖຳ ແລະ ມອບໂດຍ ທ່ານ ຊໍ ຢາງ ວູນ (Mr. Seo, Yang Woon) ອາສາສະໝັກຈາກອົງການຮ່ວມມືສາກົນ ສາທາລະນະລັດ ເກົາຫຼີ (KOICA) ປະຈຳຢູ່ ໂຮງຮຽນ ມສ ສະຫວັນ. ສ່ວນຕາງໜ້າກ່າວຮັບ ແມ່ນ ທ່ານ ອະນຸສອນ ອິນທິສານ ຫົວໜ້າສູນໄອຊີທີ ພ້ອມດ້ວຍ ຕາງໜ້າຄູ-ອາຈານ ແລະ ນ້ອງນັກຮຽນ ຈາກ ໂຮງຮຽນ ມສ ສະຫວັນຮ່ວມຮັບ.
ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ:
- ຊຸດ ເມົ້າ ແລະ ຄີບອດ (Mouse + Keyboard Combo Set) ຍີ່ຫໍ້ Logitech ຈຳນວນ 49 ຊຸດ ເພື່ອມອບໃຫ້ສູນ ICT.
- ຫູຟັງ (Headset) ຈຳນວນໜຶ່ງ ເພື່ອມອບໃຫ້ແກ່ນ້ອງນັກຮຽນໄດ້ນຳໃຊ້ເຂົ້າໃນການຮຽນຮູ້.
ການມອບເຄື່ອງໃນຄັ້ງນີ້ ຖືເປັນນ້ຳໃຈອັນປະເສີດຂອງ ທ່ານ Seo, Yang Woon ທີ່ມີຄວາມມຸ່ງຫວັງຢາກເຫັນວຽກງານການສຶກສາ ແລະ ເຕັກໂນໂລຊີຂອງແຂວງສະຫວັນນະເຂດ ໄດ້ຮັບການພັດທະນາ, ຊ່ວຍໃຫ້ສູນ ICT ມີອຸປະກອນທີ່ພ້ອມໃຊ້ ແລະ ທັນສະໄໝ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າຮຽນຮູ້ຂອງຄູອາຈານ ແລະ ນັກຮຽນ.
ໃນໂອກາດນີ້, ທ່ານ ອະນຸສອນ ອິນທິສານ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ນ້ຳໃຈເອື້ອເຟື້ອເຜື່ອແຜ່ຂອງ ທ່ານ Seo, Yang Woon ທີ່ໄດ້ເສຍສະຫຼະຊັບສ່ວນຕົວມາປະກອບສ່ວນເຂົ້າໃນວຽກງານການສຶກສາຄັ້ງນີ້ ແລະ ຢືນຢັນວ່າຈະນຳໃຊ້ອຸປະກອນທຸກຢ່າງໃຫ້ເກີດປະໂຫຍດສູງສຸດ.
✍️ ຂ່າວ/ພາບ: ສູນ ICT ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ