
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ (ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ), ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ທ່ານ ນາງ ຄາເທຍ ຣິຊີໂອ (Ms. Katia Rizzo) ເລຂາ 2 ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ແລະ ທ່ານ ໂຈຊົວ ພູລ (Mr. Joshua Poole) ຜູ້ຕາງໜ້າອົງການ CRS. ພ້ອມດ້ວຍຜູ້ຕາງໜ້າກົມກອງທີ່ກ່ຽວຂ້ອງຂອງກະຊວງ, ສະພາແຫ່ງຊາດ, ພະແນກການຕ່າງປະເທດແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ພາຍຫຼັງທີ່ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ກ່າວຕ້ອນຮັບແຂກ ແລະ ກ່າວເປີດພິທີຢ່າງເປັນທາງການແລ້ວ ຕາງໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເຊໂປນ ແລະ ເມືອງນອງ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດໂຄງການ, ການກະກຽມກ່ອນການມອບ-ໂອນ ແລະ ແຜນການສືບຕໍ່ໃນຕໍ່ໜ້າ ເພື່ອຄວາມຍືນຍົງ.

ໃນໂອກາດນີ້ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ໄດ້ມີຄຳເຫັນໂອ້ລົມ ໂດຍສະແດງຄວາມຊົມເຊີຍຕໍ່ອຳນາດການປົກຄອງທ້ອງຖິ່ນ ທີ່ໄດ້ປະກອບສ່ວນເຂົ້າໃນໂຄງການຢ່າງຕັ້ງໜ້າ. ທ່ານກ່າວເນັ້ນວ່າ: "ການຮ່ວມມືນີ້ ສອດຄ່ອງກັບແຜນພັດທະນາ ແລະ ນິຕິກຳຂອງຂະແໜງການສຶກສາ ແລະ ກິລາ ທີ່ເນັ້ນໃສ່ຄວາມສະເໝີພາບ ແລະ ການມີສ່ວນຮ່ວມ ເພື່ອເຮັດໃຫ້ການສຶກສາມີຄຸນນະພາບ ແລະ ໂພຊະນາການທີ່ດີ ເຂົ້າເຖິງເດັກນ້ອຍທຸກຄົນຢ່າງທົ່ວເຖິງ. ໂຄງການດັ່ງກ່າວ ຍັງເປັນການຫຼຸດຜ່ອນການປະລະການຮຽນ, ສົ່ງເສີມການເຂົ້າຮຽນຂອງເດັກ ແລະ ປັບປຸງສິ່ງແວດລ້ອມຂອງໂຮງຮຽນໃຫ້ດີຂຶ້ນ."
ທາງດ້ານ ທ່ານ ໂຈຊົວ ພູລ ຜູ້ຕາງໜ້າອົງການ CRS ປະຈຳລາວ ໄດ້ສະແດງຄວາມມຸ່ງໝັ້ນໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຂອບໃຈມາຍັງ ກະຊວງ ສສກ, ພະແນກສຶກສາແຂວງ ແລະ ຫ້ອງການສຶກສາເມືອງ ທີ່ເປັນຄູ່ຮ່ວມງານສຳຄັນໃນການຈັດຕັ້ງປະຕິບັດໂຄງການ ໂດຍມີເປົ້າໝາຍດຽວກັນຄື ການຮັບປະກັນໃຫ້ນັກຮຽນທຸກຄົນສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ.

ຂະນະທີ່ ທ່ານ ນາງ ຄາເທຍ ຣິຊິໂອ ເລຂາ 2 ສະຖານທູດອົດສະຕາລີ ໄດ້ກ່າວວ່າ: "ຜົນປະໂຫຍດຂອງອາຫານໃນໂຮງຮຽນ ແມ່ນກວ້າງຂວາງກວ່າກິດຈະກຳຢູ່ໃນໂຮງຮຽນ ເພາະຄອບຄົວໄດ້ນຳເອົາຮູບແບບການດຳລົງຊີວິດທີ່ມີສຸຂະພາບດີໄປໃຊ້ຢູ່ໃນເຮືອນ, ເດັກນ້ອຍໄດ້ຝຶກການອ່ານກັບອ້າຍເອື້ອຍນ້ອງ ແລະ ຊາວກະສິກອນທ້ອງຖິ່ນກໍມີອາຊີບທີ່ໝັ້ນຄົງຂຶ້ນ ຈາກການສະໜອງຜົນຜະລິດສົດໃຫ້ແກ່ໂຮງຮຽນ ແລະ ຕະຫຼາດທ້ອງຖິ່ນ."
ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ກໍໄດ້ມີຄຳເຫັນເນັ້ນໜັກວ່າ: "ພາຍຫຼັງການມອບ-ຮັບ ໃນຄັ້ງນີ້ ທາງພະແນກສຶກສາທິການ ແລະ ກິລາແຂວງ ພ້ອມແລ້ວທີ່ຈະສືບຕໍ່ຊີ້ນຳ-ນຳພາ ຫ້ອງການສຶກສາເມືອງ ແລະ ໂຮງຮຽນເປົ້າໝາຍ ທັງ 100 ແຫ່ງ ໃຫ້ຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃຫ້ມີປະສິດທິພາບ. ຂໍຮຽກຮ້ອງໃຫ້ຄະນະຮັບຜິດຊອບຂັ້ນເມືອງ ແລະ ຜູ້ບໍລິຫານໂຮງຮຽນ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງຊັບສິນ, ງົບປະມານ ແລະ ສືບຕໍ່ປຸກລະດົມຊຸມຊົນໃຫ້ມີສ່ວນຮ່ວມຄືກັບໄລຍະຜ່ານມາ ເພື່ອຮັບປະກັນຄວາມຍືນຍົງ.
ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ໂຄງການ LEAPS ໄດ້ປະກອບສ່ວນປັບປຸງການເຂົ້າຮຽນ ແລະ ການຮູ້ໜັງສືຂອງນັກຮຽນໃນ 350 ໂຮງຮຽນ ໃນເຂດຫ່າງໄກສອກຫຼີກຂອງ 7 ເມືອງໃນແຂວງສະຫວັນນະເຂດ. ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ (SDC) ແລະ ລັດຖະບານອົດສະຕາລີ ຜ່ານແຜນງານ BEQUAL. ໃນໄລຍະປັດຈຸບັນ (LEAPS III), ໂຄງການໄດ້ສະໜອງອາຫານທີ່ມີໂພຊະນາການ (ເຂົ້າເສີມວິຕາມິນ, ນ້ຳມັນພືດ, ຖົ່ວເຫຼືອງ) ແລະ ອາຫານທີ່ຈັດຊື້ພາຍໃນ (ໄຂ່ໄກ່, ນົມຖົ່ວເຫຼືອງ, ຜັກ) ເພື່ອເພີ່ມຄຸນຄ່າທາງອາຫານ.

ນອກຈາກວຽກງານອາຫານແລ້ວ, ໂຄງການຍັງໄດ້ປັບປຸງສິ່ງແວດລ້ອມໃນໂຮງຮຽນ ເຊັ່ນ: ການເຂົ້າເຖິງນ້ຳສະອາດ, ຫ້ອງນ້ຳ, ບ່ອນລ້າງມື ແລະ ວຽກງານສຸຂາພິບານ; ຂະຫຍາຍໂອກາດການສຶກສາກ່ອນໄວຮຽນ; ສົ່ງເສີມເຕັກນິກກະສິກຳ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໂຮງຮຽນ ຕະຫຼອດຮອດການຝຶກອົບຮົມຄູ.
ການມອບ-ຮັບໃນຄັ້ງນີ້ ມີເປົ້າໝາຍເພື່ອຮັບປະກັນຄວາມຍືນຍົງ ໂດຍໂຮງຮຽນເປົ້າໝາຍທັງໝົດ 302 ແຫ່ງຂອງໂຄງການ LEAPS III ໄດ້ຫັນປ່ຽນໄປສູ່ ແຜນງານອາຫານທ່ຽງໃນໂຮງຮຽນແຫ່ງຊາດ (NSMP) ຢ່າງສົມບູນ ປະກອບມີ:
- ປີ 2024: ມອບ-ໂອນ 103 ແຫ່ງ (ເມືອງອາດສະພອນ ແລະ ເມືອງພະລານໄຊ).
- ປີ 2025: ມອບ-ໂອນ 99 ແຫ່ງ (ເມືອງພີນ ແລະ ເມືອງວິລະບູລີ).
- ປີ 2026: ມອບ-ໂອນ 100 ແຫ່ງ (ເມືອງເຊໂປນ ແລະ ເມືອງນອງ).
ພາຍຫຼັງສຳເລັດພິທີທາງການ ຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມ ຍັງໄດ້ລົງຢ້ຽມຢາມກິດຈະກຳຕົວຈິງຂອງໂຮງຮຽນ ເຊັ່ນ: ໂຮງຄົວ, ສາງອາຫານ, ສວນຄົວ, ການລ້ຽງສັດ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
✍️ ຂ່າວ/ພາບ: ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ