ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕ້ອນຮັບຄະນະມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ພ້ອມລົ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕ້ອນຮັບຄະນະມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ພ້ອມລົງນາມ MOU

🏛️ ການເຄື່ອນໄຫວ
📅 ວັນທີ: 29 ກໍລະກົດ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕ້ອນຮັບຄະນະມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ພ້ອມລົງນາມ MOU ສືບຕໍ່ກໍ່ສ້າງຊັບພະຍາກອນມະນຸດ

ຮູບປະກອບ

=================

ຮູບປະກອບ

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ທີ່ຜ່ານມາ ທີ່ຫ້ອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ. ພິທີດັ່ງກ່າວ ໃຫ້ກຽດຕ້ອນຮັບໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະນຳພະແນກ ຕະຫຼອດຮອດບັນດາຫົວໜ້າຂະແໜງການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ຂະນະທີ່ຝ່າຍມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ຕາງໜ້າໂດຍ ທ່ານ ເຈິ່ນດຶກມິງ ຮອງອະທິການບໍດີມະຫາວິທະຍາໄລພ້ອມດ້ວຍຄະນະ.

ຮູບປະກອບ

.

ຮູບປະກອບ

ຈຸດປະສົງຫຼັກຂອງການພົບປະໃນຄັ້ງນີ້ ແມ່ນເພື່ອສືບຕໍ່ການຮ່ວມມືກໍ່ສ້າງນັກສຶກສາລາວ ລະຫວ່າງສອງພາກສ່ວນ ພ້ອມທັງເອກະພາບກັນລົງນາມໃນບົດບັນທຶກ (MOU) ວ່າດ້ວຍການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ປະຈຳໄລຍະປີ 2026 - 2030.

ຮູບປະກອບ

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນຈາກ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ພ້ອມທັງໄດ້ລາຍງານສະພາບລວມໂດຍຫຍໍ້ໃຫ້ແກ່ທາງຄະນະໄດ້ຮັບຊາບ. ພ້ອມດຽວກັນນັ້ນ ທ່ານຫົວໜ້າຄະນະຜູ້ແທນຈາກມະຫາວິທະຍາໄລ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ພ້ອມດ້ວຍເນື້ອໃນແຜນການເຮັດວຽກຂອງການຮ່ວມມືໃນຄັ້ງນີ້.

ຮູບປະກອບ

.

ຮູບປະກອບ

ກ່ອນຈະກ້າວເຂົ້າສູ່ການລົງນາມ ຜູ້ແທນທັງສອງຝ່າຍຍັງໄດ້ມີຄຳເຫັນແລກປ່ຽນກັນຢ່າງກົງໄປກົງມາ ແລະ ເປັນເອກະພາບກັນຕໍ່ເນື້ອໃນຂອງບົດບັນທຶກດັ່ງກ່າວ. ສຳລັບເນື້ອໃນສຳຄັນຂອງການລົງນາມ ແມ່ນທາງມະຫາວິທະຍາໄລ ເຫັນດີຮັບກໍ່ສ້າງນັກສຶກສາລາວແບບບໍ່ຈຳກັດຈຳນວນ ເຊິ່ງລວມມີການສຶກສາໃນລະດັບກຽມພາສາຫວຽດນາມ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.

ຮູບປະກອບ

ພ້ອມກັນນັ້ນ, ຍັງໄດ້ກຳນົດນະໂຍບາຍອັນພົ້ນເດັ່ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສຶກສາລາວ ເປັນຕົ້ນແມ່ນ: ການມອບທຶນການສຶກສາ (ຍົກເວັ້ນຄ່າຮຽນ 50%) ຈຳນວນ 1 ທຶນ ຕໍ່ນັກສຶກສາທຸກໆ 20 ຄົນທີ່ໄປຮຽນ; ການຍົກເວັ້ນຄ່າຫໍພັກໃນໄລຍະຮຽນກຽມພາສາຫວຽດນາມ ຫາກສືບຕໍ່ຮຽນໃນລະດັບປະລິນຍາຕີ; ການຮັບຜິດຊອບຄ່າປະກັນໄພຊີວິດ, ຄ່າໃຊ້ຈ່າຍໃນການເດີນທາງໄປ-ກັບລະຫວ່າງປະເທດສຳລັບການນຳສົ່ງນັກສຶກສາ ແລະ ຈັດລົດຮັບ-ສົ່ງຢູ່ສະໜາມບິນໂດຍບໍ່ເສຍຄ່າ. ສຳລັບອັດຕາຄ່າຮຽນ ແມ່ນຈະຖືກເກັບໃນລະດັບດຽວກັນກັບນັກສຶກສາຫວຽດນາມ.

.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ໄດ້ສຳເລັດລົງ ດ້ວຍການມອບຂອງຂວັນທີ່ລະນຶກ ແລະ ຖ່າຍຮູບລວມຮ່ວມກັນ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (4 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ