
ພິທີດັ່ງກ່າວ ໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນ ຜູ້ທີ່ຮອດອາຍຸກະສຽນ ໄດ້ອອກພັກການ-ຮັບອຸດໜູນບຳນານ ຕາມກົດໝາຍ ແລະ ລະບຽບການຂອງລັດ. ການປະກາດຄັ້ງນີ້ ເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານອາວຸໂສ ແລະ ເພື່ອສະແດງຄວາມຮູ້ບຸນຄຸນ, ສັນລະເສີນຄຸນງາມຄວາມດີ ທີ່ບັນດາທ່ານໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການປະກອບສ່ວນພັດທະນາວຽກງານການສຶກສາ ແລະ ກິລາ ຂອງແຂວງສະຫວັນນະເຂດ ຕະຫຼອດມາ.

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈນັ້ນ, ທ່ານ ໄກສອນ ຮົ່ມໂພທິຈັກ ໃນນາມຕາງໜ້າໃຫ້ແກ່ຜູ້ທີ່ອອກພັກການ-ຮັບອຸດໜູນບຳນານ ໄດ້ຂຶ້ນມີຄຳເຫັນສະແດງຄວາມຮູ້ສຶກ ແລະ ເລົ່າຄືນມູນເຊື້ອແຫ່ງການເຄື່ອນໄຫວວຽກງານ. ທ່ານໄດ້ຍົກໃຫ້ເຫັນເຖິງເສັ້ນທາງການປະຕິບັດໜ້າທີ່ຕະຫຼອດໄລຍະຫຼາຍສິບປີຜ່ານມາ ຊຶ່ງໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນານາປະການ ໃນແຕ່ລະສະໄໝ. ທ່ານໄດ້ສະແດງຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການສ້າງສາພັດທະນາວຽກງານການສຶກສາຂອງແຂວງ ແລະ ໄດ້ສະແດງຄວາມຂອບໃຈມາຍັງການຈັດຕັ້ງທຸກຂັ້ນ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການສະໜັບສະໜູນຕະຫຼອດໄລຍະເວລາທີ່ປະຕິບັດໜ້າທີ່ລັດຖະກອນຈົນຮອດມື້ພັກການ.

ໃນຕອນທ້າຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ມາຍັງບັນດາທ່ານທີ່ໄດ້ຮັບອຸດໜູນບຳນານ. ທ່ານໄດ້ຢັ້ງຢືນວ່າ ຜົນງານ ແລະ ຄຸນງາມຄວາມດີຂອງບັນດາທ່ານ ຈະຖືກຈົດຈໍາໃນປຶ້ມປະຫວັດສາດຂອງພະແນກ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານຮຸ່ນສືບທອດ ໄດ້ຮຽນຮູ້ ແລະ ນຳໄປປະຕິບັດຕາມ ເພື່ອສືບຕໍ່ພັດທະນາວົງການສຶກສາຂອງແຂວງສະຫວັນນະເຂດ ໃຫ້ຈະເລີນກ້າວໜ້າຕໍ່ໄປ.
