ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາແຂວງສະຫວັນນະເຂດ ປະກາດຜົນສຳເລັດ ການບັນຈຸຄູອາສາສະໝັກ 620 ຄົນ ເຂົ້າເປັນລັດຖະກອນໃໝ່ ປີ 2025

ພະແນກສຶກສາແຂວງສະຫວັນນະເຂດ ປະກາດຜົນສຳເລັດ ການບັນຈຸຄູອາສາສະໝັກ 620 ຄົນ ເຂົ້າເປັນລັດຖະກອນໃໝ່ ປີ 2025

📢 ແຈ້ງການ & ປະກາດ
📅 ວັນທີ: 28 ພະຈິກ 2025

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ສຳເລັດການຄົ້ນຄວ້າ ແລະ ຄັດເລືອກບັນຈຸຄູອາສາສະໝັກອັດຕາຈ້າງຂອງລັດຖະບານ ເຂົ້າເປັນລັດຖະກອນໃໝ່ ປະຈຳປີ 2025 ຢ່າງເປັນທາງການ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ປະກາດຜົນສຳເລັດ ການບັນຈຸຄູອາສາສະໝັກ ເຂົ້າເປັນລັດຖະກອນໃໝ່

📢 ຂໍ້ມູນສຳຄັນຂອງການປະກາດຜົນບັນຈຸລັດຖະກອນ:

ອີງຕາມບົດລາຍງານ ເລກທີ 2842/ສກຂ.ຈຕ ລົງວັນທີ 28 ພະຈິກ 2025 ຈາກແຜນແບ່ງປັນຕົວເລກ (ໂກຕ້າ) ທັງໝົດ 626 ຄົນ ແລະ ມີຄູອາສາສະໝັກທົ່ວແຂວງ 629 ຄົນ ຜົນການຄັດເລືອກຕົວຈິງສາມາດສະຫຼຸບໄດ້ດັ່ງນີ້:

  • ຜູ້ທີ່ຜ່ານການຄັດເລືອກບັນຈຸ: 620 ຄົນ (ຍິງ 547 ຄົນ).
  • ⚠️ ຜູ້ທີ່ບໍ່ຜ່ານ ແລະ ບໍ່ໄດ້ເຂົ້າຮ່ວມ:
    • ຄູອາສາສະໝັກທີ່ບໍ່ມາຮ່ວມກວດກາຄັດເລືອກ: 3 ຄົນ (ຍິງ 1 ຄົນ).
    • ຄູອາສາສະໝັກທີ່ກວດກາບໍ່ຜ່ານ: 6 ຄົນ (ຍິງ 1 ຄົນ).
    • ມີການສະເໜີຂໍຕົວເລກເພີ່ມ 2 ຄົນ (ຈາກເມືອງພີນ ແລະ ເມືອງເຊໂປນ).

ການຄັດເລືອກໄດ້ດຳເນີນຜ່ານ 4 ສູນຫຼັກ ລວມທັງໝົດ 15 ພາກສ່ວນ (ມີຄູອາສາໃນບັນຊີຄັດເລືອກ 629 ຄົນ) ດັ່ງນີ້:

  • 📍 ສູນທີ 1: ເມືອງພະລານໄຊ (ລວມ 69 ຄົນ) ປະກອບມີ: ເມືອງພະລານໄຊ (60), ເມືອງວິລະບູລີ (5), ເມືອງເຊໂປນ (3) ແລະ ເມືອງນອງ (1).
  • 📍 ສູນທີ 2: ເມືອງອາດສະພັງທອງ (ລວມ 207 ຄົນ) ປະກອບມີ: ເມືອງອາດສະພັງທອງ (123) ແລະ ເມືອງອາດສະພອນ (84).
  • 📍 ສູນທີ 3: ເມືອງອຸທຸມພອນ (ລວມ 258 ຄົນ) ປະກອບມີ: ເມືອງຈໍາພອນ (112), ເມືອງຊົນນະບູລີ (89), ເມືອງອຸທຸມພອນ (51) ແລະ ເມືອງໄຊບູລີ (6).
  • 📍 ສູນທີ 4: ພະແນກສຶກສາແຂວງ (ລວມ 95 ຄົນ) ປະກອບມີ: ນະຄອນໄກສອນພົມວິຫານ (56), ໂຮງຮຽນມັດທະຍົມອ້ອມຂ້າງພະແນກ (17), ເມືອງສອງຄອນ (13), ເມືອງໄຊພູທອງ (8), ເມືອງທ່າປາງທອງ (1) ແລະ ໂຮງຮຽນມັດທະຍົມອ້ອມຂ້າງພະແນກ (17)

ທ່ານ ປອ ສຸກສົມພອນ ອະໂနໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກ່າວເນັ້ນຢ້ຳເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຄູອາສາສະໝັກວ່າ:

"ຄູອາສາສະໝັກທັງໝົດ 620 ຄົນ (ຍິງ 547 ຄົນ) ທີ່ໄດ້ເຂົ້າມາໃຫ້ການຮ່ວມມື, ຜ່ານການສຳພາດ, ກວດກາສຸຂະພາບ ແລະ ເອກະສານທາງການ ຄົບຖ້ວນຕາມຂັ້ນຕອນ ໃນ 4 ສູນທີ່ຜ່ານມານັ້ນ ແມ່ນໄດ້ຖືກບັນຈຸເຂົ້າເປັນລັດຖະກອນຄູໃໝ່ ປະຈຳປີ 2025 ເປັນທີ່ຮຽບຮ້ອຍແລ້ວ".

🎓 ທຶນການສຶກສາ & ທຶນຝຶກອົບຮົມ