ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ຈັດພິທີ ປະກາດແຕ່ງຕັ້ງຕຳແໜ່ງວິຊາການ "ຄູປະສົບການ" ປະຈຳສົກຮຽນ 202

ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ຈັດພິທີ ປະກາດແຕ່ງຕັ້ງຕຳແໜ່ງວິຊາການ "ຄູປະສົບການ" ປະຈຳສົກຮຽນ 2023-2024

📢 ແຈ້ງການ & ປະກາດ
📅 ວັນທີ: 20 ກຸມພາ 2026

ໃນຕອນບ່າຍຂອງວັນທີ 20 ກຸມພາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຂໍ້ຕົກລົງແຕ່ງຕັ້ງຕຳແໜ່ງວິຊາການຄູ "ຄູປະສົບການ" ຢ່າງເປັນທາງການ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ພິທີປະກາດແຕ່ງຕັ້ງຕຳແໜ່ງວິຊາການ ຄູປະສົບການ

ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າ ສກຂ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນຍາກາດໃນພິທີປະກາດແຕ່ງຕັ້ງ

ໃນພິທີ ໄດ້ມີການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 9343/ສສກ, ລົງວັນທີ 22 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານ ດຳລົງຕຳແໜ່ງວິຊາການຄູ "ຄູປະສົບການ" ຂອງພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ປະຈຳສົກຮຽນ 2023-2024. ເຊິ່ງໃນຄັ້ງນີ້ໄດ້ອະນຸມັດແຕ່ງຕັ້ງຄູຜູ້ທີ່ມີຜົນງານດີເດັ່ນໃນການສິດສອນ ຈຳນວນ 4 ທ່ານ ຄື:

  • 1. ນາງ ອິນທະຫວາ ພົງສະຫວັນ ສອນທົ່ວໄປ ຂັ້ນ ປ.1 ຈາກ ໂຮງຮຽນ ປຖ ສຸນັນທາ ນະຄອນໄກສອນພົມວິຫານ.
  • 2. ນາງ ວິໄລພອນ ຣາດຊະວົງ ສອນທົ່ວໄປ ຂັ້ນ ປ.5 ຈາກ ໂຮງຮຽນ ປຖ ສຸນັນທາ ນະຄອນໄກສອນພົມວິຫານ.
  • 3. ນາງ ສົມສະຫວາດ ບຸດສະລາດ ສອນວິຊາເຄມີສາດ ຂັ້ນ ມ.5 ຈາກ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ.
  • 4. ນາງ ຄອນສະຫວັນ ສີຈັນທອງທິບ ສອນວິຊາຄະນິດສາດ ຂັ້ນ ມ.7 ຈາກ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ.
ມອບໃບປະກາດແຕ່ງຕັ້ງຕຳແໜ່ງວິຊາການຄູ

ໃນຕອນທ້າຍ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດຊີ້ນຳ ເຊິ່ງກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ບັນດາຄູ-ອາຈານ ທັງ 4 ທ່ານ ທີ່ໄດ້ຮັບການເລື່ອນຕຳແໜ່ງເປັນ "ຄູປະສົບການ" ເຊິ່ງສະແດງໃຫ້ເຫັນເຖິງຄຸນນະພາບ, ຄວາມເອົາໃຈໃສ່ ແລະ ຜົນງານອັນພົ້ນເດັ່ນໃນວຽກງານການສິດສອນຕະຫຼອດໄລຍະຜ່ານມາ.

ທ່ານ ປອ ສຸກສົມພອນ ອະໂນໄທ ໃຫ້ກຽດໂອ້ລົມ

ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຄູ-ອາຈານທີ່ໄດ້ຮັບຕຳແໜ່ງໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອ, ເປັນແບບຢ່າງທີ່ດີໃຫ້ແກ່ເພື່ອນຮ່ວມງານ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້ ກໍໄດ້ເນັ້ນໜັກໃຫ້ຄະນະຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຄູ-ອາຈານທຸກຄົນໄດ້ພັດທະນາວິຊາສະເພາະຂອງຕົນ ເພື່ອຍົກລະດັບຄຸນນະພາບການສຶກສາຂອງແຂວງສະຫວັນນະເຂດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ມີມາດຕະຖານທຽບເທົ່າກັບລະດັບຊາດ.

📸 ປະມວນຮູບພາບເພີ່ມເຕີມ (5 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ